ໂຮງຮຽນແຫ່ງໜຶ່ງໃນອັງກິດທົດລອງລົດເວລາຮຽນເຫຼືອ 4 ມື້ເຄິ່ງ! ພົບວ່າຄູມີຄວາມສຸກ ແລະ ນັກຮຽນມີຜົນການຮຽນທີ່ດີຂຶ້ນ


ການສິດສອນເປັນໜຶ່ງໃນອາຊີບທີ່ໜັກທີ່ສຸດໃນອັງກິດຕາມທີ່ລາຍງານລະບຸໄວ້ ແລະ ມີໂຮງຮຽນບາງແຫ່ງທີ່ຍັງກຳນົດໄປໃນແນວທາງ “ຊົ່ວໂມງຮຽນທີ່ຫຼາຍຂຶ້ນ=ການສຶກສາທີ່ດີຂຶ້ນ” ເຊິ່ງນັ້ນເປັນການເຮັດໃຫ້ສັກກະຍະພາບຂອງຄູ ແລະ ວຽກງານຂອງເຂົາເຈົ້າປະສົບບັນຫາໃນການເຮັດວຽກ ເຊັ່ນ ການໝົດໄຟ, ຄວາມກົດດັນ, ອາການອິດເມື່ອຍ, ຄວາມເບື່ອໜ່າຍ…ດັ່ງນັ້ນເພື່ອແກ້ໄຂບັນຫານີ້ ທາງຫົວໜ້າເຄືອຂ່າຍສະຖາບັນການສຶກສາຂອງຊຸມຊົນແຫ່ງໜຶ່ງໃນອັງກິດຈຶ່ງຕັດສິນໃຈທົດລອງລົດເວລາຮຽນລົງເຫຼືອ 4 ມື້ເຄິ່ງ.

Simon Elliott

Simon Elliott ຜູ້ທີ່ເປັນຫົວໜ້າເຄືອຂ່າຍສະຖາບັນການສຶກສາຂອງຊຸມຊົນ Forest Gate ໄດ້ຕັດສິນໃຈເລີ່ມໂຄງການຮຽນໜັງສື 4 ມື້ເຄິ່ງ ຫຼັງຈາກອ່ານລາຍງານການສອນຂອງຄູ ແລະພົບວ່າ ກຸ່ມຄູໃນໂຮງຮຽນກຳລັງປະເຊີນພາວະຄຽດ ແລະ ເບື່ອໜ່າຍ.

ດັ່ງນັ້ນເພື່ອແກ້ໄຂບັນຫານີ້ Elliott ແລະ ທີມບໍລິຫານຂອງໂຮງຮຽນຈຶ່ງຕັດສິນໃຈລົດເວລາຮຽນເຫຼືອພຽງ 4 ມື້ເຄິ່ງ ແລະ ນຳເວລາທີ່ຖືກຕັດອອກໄປມາເພີ່ມໃນມື້ເຂົ້າຮຽນປົກກະຕິອີກມື້ລະ 50 ນາທີ ເພື່ອໃຫ້ນັກຮຽນສາມາດໃຊ້ເວລາໃນໂຮງຮຽນເພື່ອເຮັດວຽກບ້ານທີ່ຍັງຄ້າງຄາ ຫຼື ເຮັດກິດຈະກຳນອກຫຼັກສູດໄດ້.

ຫຼັງຈາກທົດລອງເຮັດໂຄງການນີ້ Elliot ກ່າວວ່າ ລາວພົບການປ່ຽນແປງ ໂດຍຄູໃນໂຮງຮຽນຮູ້ສຶກມີຄວາມສຸກຫຼາຍຂຶ້ນແລະມີພະລັງໃນການສອນຫຼາຍຂຶ້ນ. ຈາກຜົນສຳຫຼວດພົບວ່າ 98% ຂອງຄູແມ່ນພໍໃຈກັບການປ່ຽນແປງນີ້ ເພາະພວກເຂົາສັງເກດເຫັນວ່າເດັກນັກຮຽນແມ່ນຈະບໍ່ຄ່ອຍໃຈຈົດໃຈຈໍ່ກັບຕອນທ່ຽງຂອງວັນສຸກແລ້ວ ແລະ ການເລີກຮຽນກ່ອນເວລາ ເຮັດໃຫ້ພວກເຂົາໄດ້ໃຊ້ເວລາກັບໝູ່ເພື່ອນ, ເຮັດກິດຈະກຳຕ່າງໆ ແລະ ເຮັດວຽກບ້ານໄດ້ຢ່າງເຕັມທີ່. ເມື່ອເດັກນັກຮຽນມີອາການຄຽດໜ້ອຍລົງ ກໍເຮັດໃຫ້ຜົນການຮຽນດີຂຶ້ນອີກພ້ອມ.

ຫຼັງຈາກທີ່ໂຄງການກຳລັງເບິ່ງຄືຈະໄປດ້ວຍດີ ຄະນະບໍລິຫານຂອງໂຮງຮຽນກຳລັງປຶກສາກັນຕື່ມອີກວ່າຄວນລົດເວລາຮຽນເຫຼືອ 4 ມື້ຕໍ່ໜຶ່ງອາທິດດີຫຼືບໍ່ ແລະ ໄດ້ມີລາຍງານສະບັບໃໝ່ຈາກ Thinktank Autonomy ທີ່ມີການທົດສອບໃຫ້ໂຮງຮຽນ 1,600 ແຫ່ງໃນສະຫະລັດ ລົດເວລາຮຽນເຫຼືອ 4 ມື້ ແລະ ກໍໄດ້ພົບວ່າແນວທາງນີ້ຊ່ວຍລົດບັນຫາການລາອອກຂອງຄູໃນໂຮງຮຽນໄດ້ຫຼາຍຂຶ້ນອີກພ້ອມ.

ເຖິງວ່າແນວຄິດນີ້ຈະໜ້າສົນໃຈ ແຕ່ໃນທາງປະຕິບັດແລ້ວຍັງຕ້ອງແກ້ໄຂກົດລະບຽບຫຼາຍຢ່າງເພື່ອໃຫ້ໂຄງການນີ້ເດີນໜ້າໄປໃນທິດທາງທີ່ດີ ທາງດ້ານ Geoff Barton ຜູ້ທີ່ເປັນເລຂາທິການຂອງໂຮງຮຽນກ່າວວ່າ ເຖິງວ່າຈະບໍ່ມີລາຍລະອຽດຂອງຂໍ້ສະເໜີຢ່າງເປັນທາງການ ແຕ່ Geoff ຍິນດີທີ່ຈະຫາລືກ່ຽວກັບການປັບປຸງຫຼັກສູດການຮຽນແລະເວລາຮຽນ.

“ການປ່ຽນແປງໃດໆທີ່ນຳສະເໜີແມ່ນຈະຕ້ອງໄດ້ຮັບການສະໜັບໜູນຈາກຫຼັກຖານທີ່ສົ່ງຜົນໃນທິດທາງບວກຕໍ່ນັກຮຽນ” Geoff Barton ກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/