ກ່ອນຈະຂຶ້ນລົດໄຟຕ້ອງຈົ່ມຄາຖາກ່ອນ!!! ໄຕ້ຫວັນປ່ຽນບັດ Easy Card ຂອງລົດໄຟໃຫ້ເປັນໄມ້ຄະທາຂອງເຊເລີ້ມູນ


ປົກກະຕິແລ້ວໃນຕ່າງປະເທດ ຫຼື ປະເທດລາວເຮົາເອງ ກ່ອນຈະຂຶ້ນລົດໄຟໄດ້ເຮົາຕ້ອງໄດ້ໃຊ້ປີ້ຫຼືບັດ Easy Card ເພື່ອຢືນຢັນວ່າເຮົາໄດ້ສຳເລັດໃນການຊື້ປີ້ແລ້ວ. ແຕ່ມາຮອດຍຸກ 2022 ນີ້ ໄຕ້ຫວັນກໍໄດ້ລໍ້າໜ້າໄປອີກຂັ້ນດ້ວຍການ ອອກບັດ Easy Card ແບບໃໝ່ດ້ວຍການປ່ຽນບັດທຳມະດາໃຫ້ກາຍເປັນໄມ້ຄະທາຂອງເຊເລີ້ມູນ ເອີ້ນໄດ້ວ່າໃຜທີ່ເປັນແຟນຄລັບຂອງເຊເລີ້ມູນຕ້ອງດີໃຈແລະຢາກໄດ້ແບບສຸດໆໄປເລີຍ.

Taipei Metro ບໍລິສັດຂົນສົ່ງໄຟຟ້າໃນໄຕ້ຫວັນກຳລັງອອກແບບບັດໂດຍສານແບບເອເລັກໂຕຣນິກ ຫຼື Easy Card ຮູບແບບໃໝ່ ໂດຍເປັນ Moon Stick ອາວຸດຄຽງກາຍຂອງ ເຊເລີ້ມູນ ຕົວລະຄອນໃນດວງໃຈຂອງໃຜຫຼາຍໆຄົນ.

ໂດຍໄມ້ຄະທານີ້ເຮັດມາຈາກພລາສຕິກຄຸນະພາບດີ, ນ້ຳໜັກເບົາ, ມີຄວາມຍາວປະມານ 18 cm ສ່ວນວິທີໃຊ້ກໍແສນຈະງ່າຍດາຍ ພຽງແຕ່ວາງໄມ້ໄວ້ເໜືອຈຸດອ່ານບັດ ເມື່ອເຮັດການຈົ່ມຄາຖາສຳເລັດກໍຈະມີແສງສະຫວ່າງອອກມາ 3 ສີ.

ເຊິ່ງ ຄະທາດວງຈັນນີ້ ບໍ່ແມ່ນບັດ Easy Card ຊະນິດທຳອິດທີ່ເຮັດອອກມາໃນຮູບແບບໂມເດລ 3 ມິຕິ, ກ່ອນໜ້ານັ້ນ ບໍລິສັດ Taipei Metro ກໍເຄີຍອອກປີ້ລົດໄຟໃນຮູບແບບໂມເດລ ຂະບວນລົດໄຟເມື່ອປີກ່ອນ ແລະ ຍັງໄດ້ຮັບກະແສຕອບຮັບທີ່ດີອີກດ້ວຍ.

ສຳລັບໃຜທີ່ຢາກໄດ້ຄະທານີ້ມາໃຊ້ງານ ສາມາດມາດສັ່ງຈອງໄດ້ຜ່ານ Momo Shop ໃນລາຄາ 1,799 TWD ໃນລະຫວ່າງວັນທີ 18 ມັງກອນ ເວລາ 11:00 ໂມງ ຫາວັນທີ 24 ມັງກອນ 2022 ເວລາ 23:59 ໂມງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/