ໂລກຮ້ອນ ເກີດວິກິດການສາຫຼ່າຍເປັນພິດ ເຮັດໃຫ້ກຸ້ງລັອບສະເຕີ 500 ໂຕນ! ຫຼັ່ງຂຶ້ນຊາຍຝັ່ງຂອງແອຟຣິກາໃຕ້!


ສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າອາທິດທີ່ຜ່ານມາ ໄດ້ມີກຸ້ງລັອບສະເຕີຈຳນວນຫຼາຍປະມານ 500 ໂຕນ ຫຼັ່ງຂຶ້ນມາກອງກັນຢູ່ບໍລິເວນຊາຍຝັ່ງດ້ານຕາເວັນຕົກຂອງແອຟຣິກາ ເນື່ອງຈາກປາກົດການສາຫຼ່າຍເປັນພິດ ຫຼື Algae Bloom, Red Tide.

ປາກົດການສາຫຼ່າຍເປັນພິດນີ້ ເກີດຈາກແພງຕອນກະຈາຍໃນທະເລ ເຮັດໃຫ້ໃນນ້ຳມີພາວະອັອກຊີເຈນຕ່ຳ ນຳໄປສູ່ການຕາຍຂອງສິ່ງທີ່ມີຊີວິດໃນທະເລຫຼາຍພື້ນທີ່ໃນທົ່ວໂລກ. ອີກສາເຫດໜຶ່ງທີ່ຄາດວ່າຈະມີສ່ວນໃນເຫດການໃນຄັ້ງນີ້ ແມ່ນການເພີ່ມຂຶ້ນຂອງສານໄນໂຕຣເຈນ ແລະ ຟອສຟໍຣັສ ທີ່ມາຈາກປຸ໋ຍ, ມົນລະພິດ ແລະ ນ້ຳເປື້ອນຈາກຄົວເຮືອນລົງສູ່ແຫຼ່ງນ້ຳ.

ທາງດ້ານເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ອອກເຕືອນໄພ ຮ່ວມມືກັບຊາວປະມົງ ແລະ ປະຊາຊົນໃນພື້ນທີ່ ໃຫ້ພະຍາຍາມຊ່ວຍຊີວິດລັອບສະເຕີທີ່ຍັງມີຊີວິດຢູ່ ແລະ ນຳກັບໄປປ່ອຍລົງທະເລອີກຄັ້ງເມື່ອສະຖານະການດີຂຶ້ນ, ຊ່ວຍກັນອະນາໄມຊາຍຝັ່ງ ກຳຈັດຊາກລັອບສະເຕີທີ່ຕາຍໃກ້ຊາຍຝັ່ງກັບມາສະອາດອີກຄັ້ງ.

ນອກຈາກນັ້ນ ເຈົ້າໜ້າທີ່ຍັງເຕືອນວ່າ ບໍ່ຄວນນຳເອົາລັອບສະເຕີທີ່ອົບພະຍົບຂຶ້ນມາຮັບປະທານເປັນອາຫານ ເພາະມັນອາດຈະປົນເປື້ອນມົນລະພິດ ແລະ ອາດເປັນອັນຕະລາຍສູ່ຮ່າງກາຍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/