ພະແນກ ຍທຂ ຈະປັບປຸງປົວແປງ ເສັ້ນທາງເປ່ເພເປັນຂຸມ ຢູ່ເຂດນະຄອນຫຼວງວຽງຈັນໃຫ້ສຳເລັດ


ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ປະຕິບັດວຽກງານຕາມສິດ ແລະ ໜ້າທີ່ຂອງຕົນ ໄດ້ຮັບຜົນສຳເລັດສ້ອມແປງເສັ້ນທາງໃນຕົວເມືອງ ແລະ ເສັ້ນທາງເກົ່າທີ່ເປ່ເພ.

ປີ 2021 ແມ່ນປີທຳອິດທີ່ຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທິ 9 2021-2025 ການພັດທະນາຟື້ນຟູສ້ອມແປງເສັ້ນທາງທີ່ເປ່ເພຈຳນວນ 14 ເສັ້ນ ລວງຍາວ 62.2 ກິໂລແມັດ ສົມທຽບໃນແຜນການປະຈຳປີປະຕິບັດໄດ້ 143.9% ອະນາໄມຕາມຮ່ອງແມ່ນ້ຳແຄມທາງ ເພື່ອແກ້ໄຂບໍ່ໃຫ້ນ້ຳຖ້ວມຂັງຕາມເສັ້ນທາງ ໃນຈຳນວນ 10 ໂຄງການ, ລວງຍາວ 18.6 ກິໂລແມັດ, ສ້ອມແປງເສັ້ນທາງດ້ວຍການຕາບຂຸມໄດ້ 2,602 ແມັດ.

ນອກນັ້ນ ກໍຈະສືບຕໍ່ປັບປຸງລະບົບເສັ້ນທາງໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມສະດວກສະບາຍໃນການສັນຈອນຍານພາຫະນະທີ່ນັບມື້ນັບຫຼາຍຂຶ້ນ ສ້າງເສັ້ນທາງໃຫ້ເປັນເສັ້ນທາງທີ່ຈົບງາມ ມີສີຂຽວດ້ວຍການປູກຫຍ້າ ແລະ ຕົ້ນໄມ້ ຕາມແຄມທາງ ໃຫ້ຄວາມຮົ່ມເຢັນມີອາກາດທີ່ດີ ສົມເປັນເມືອງທີ່ໜ້າຢູ່ຍືນຍົງ.

ຂໍ້ມູນຈາກ: https://bit.ly/35S3aSu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/