ນັກມວຍ MMA ກຳລັງຈະມ້ວນຕົວເຕະຄູ່ຕໍ່ສູ້ ແຕ່ພາດໄປເຂົ້າໜ້າຜູ້ຕັດສິນແບບເຕັມໆ ຈົນນັອກຄາທີ່


MMA ເປັນ​ການ​ຕໍ່​ສູ້​ທີ່​ປະສົມສິ​ລະ​ປະ​ການຕໍ່ສູ້​ໃນຫຼາຍໆດ້ານ ​ເຊັ່ນ​: ມວຍໄທ​, ມວຍສາກົນ, ຈູໂດ້​, ມວຍປໍ້າ​, ຄາຣາເຕ້​ ແລະ ອີກຫຼາຍຂະແໜງການ ມາລວມເຂົ້າກັນ.

ໃນວັນທີ 11 ມີນາ ທີ່ຜ່ານມານີ້ ໃນລາຍການແຂ່ງຂັນ MMA Super Cup 2022 ທີ່ປະເທດ ບາເຣນ (Bahrain) ໃນຮອບຮອງຊະນະເລີດຮຸ່ນ Light weight ຄູ່ລະຫວ່າງ Lewis Byrne ພົບກັບ Luis Gonzalez, ລະຫວ່າງການແຂ່ງຂັນ ໄດ້ເກີດອຸບັດຕິເຫດຂຶ້ນກັບຜູ້ຕັດສິນ ໃນຊະນິດທີ່ວ່າ ຖືກແບບນີ້ ນັບຮອດ 20 ກໍບໍ່ຕື່ນ.

ໂດຍເຫດການເກີດຂຶ້ນໃນຂະນະທີ່ ເກມດຳເນີນໄປໃນຍົກທີ 2 Luis Gonzales ເລືອກທີ່ຈະໃຊ້ທ່າມ້ວນຕົວຕີລັງກາ ແລ້ວໃຊ້ສົ້ນນ່ອງ ຟາດໄປທີ່ໃບໜ້າຂອງຄູ້ຕໍ່ສູ້ ເພື່ອຫວັງຈະປິດເກມໃນຍົກນີ້. ແຕ່ຄວາມເປັນຈິງ ສົ້ນນ່ອງທີ່ Gonzales ຫວັງຈະປິດເກມຂອງ Lewis Byrne ນັ້ນ ໄປເຂົ້າໜ້າຂອງຜູ້ຕັດສິນແບບເຕັມໆ ຈົນເຮັດໃຫ້ຜູ້ຕັດສິນຫຼັບກາງອາກາດ ແລ້ວລົ້ມລົງໄປນອນກອງກັບພື້ນ ແບບນັບຮອດ 20 ກໍລຸກບໍ່ຂຶ້ນ.

ເບິ່ງຄລິບ: https://cutt.ly/mAXdgmK

ແຕ່ເຖິງຢ່າງໃດກໍຕາມ ຜູ້ຕັດສິນກໍຍັງສາມາດລຸກຂຶ້ນມາຕັດສິນຕໍ່ໄດ້ ໃນຍົກທີ 3 ແບບບໍ່ມີບັນຫາຫຍັງ. ກ່ອນເກມຈະຈົບລົງດ້ວຍໄຊຊະນະຂອງ Lewis Byrne ເຮັດໃຫ້ລາວຜ່ານເຂົ້າຮອບສຸດທ້າຍ ທີ່ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ສະໜາມກິລາ Khalifa Sports City Arena ໃນເມືອງ Isa ປະເທດ ບາເຣນ.

ກ່ຽວກັບອາການຂອງຜູ້ຕັດສິນ, Brave CF ຜູ້ຈັດລາຍການນີ້ ໃຫ້ສຳພາດກັບ Insider ວ່າ: “Manhard (ຜູ້ຕັດສິນໃນເກມນີ້) ສາມາດດຳເນີນໜ້າທີ່ຕໍ່ໄປໃນຮອບສຸດທ້າຍຂອງການແຂ່ງຂັນໄດ້. ລາວໄດ້ຮັບການຢືນຢັນຈາກແພດພາກສະໜາມວ່າລາວບໍ່ໄດ້ຢູ່ໃນຂີດອັນຕະລາຍໃດໆ ຫຼັງຈາກທີ່ໄດ້ຮັບອຸບັດຕິເຫດດັ່ງກ່າວ. ລາວຕັ້ງໃຈທີ່ຈະແຍກນັກກິລາອອກຈາກກັນ ແຕ່ລາວບໍ່ຄາດບໍ່ເຖິງວ່າຈະເກີດ ເຫດແບບນັ້ນ.”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/