ຊົມເຊີຍ ນັກພືດສາດລາວ ທີ່ຄົ້ນພົບ ມຸກໜອງຫລວງ ພືດຊະນິດໃໝ່ຂອງໂລກຈາກດິນແດນພາກໃຕ້ຂອງລາວ


ດິນແດນຂອງປະເທດລາວເຮົາ ແມ່ນດິນແດນອຸດົມຮັ່ງມີທາງດ້ານຊັບພະຍາກອນທຳມະຊາດນານາຊະນິດ ແລະ ມີສິ່ງແປກໃໝ່ໃຫ້ໜ້າຄົ້ນຫາຢູ່ສະເໝີ ແລະ ເມື່ອບໍ່ດົນມານີ້ ອາຈານ ເພັດລາສີ ສຸລະເດດ ອາຈານຈາກ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍທີມ ກໍໄດ້ຄົ້ນພົບພືດຊະນິດໃໝ່ຂອງໂລກ ທີ່ມີຊື່ທາງວິທະຍາສາດວ່າ 𝑪𝒂𝒎𝒄𝒉𝒂𝒚𝒂 𝒃𝒐𝒍𝒂𝒗𝒆𝒏𝒆𝒏𝒔𝒊𝒔 ແລະ ໃຫ້ຊື່ລາວວ່າ ມຸກໜອງຫລວງ ໂດຍພົບເຫັນຄັ້ງທໍາອິດ ທີ່ ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈຳປາສັກ.

ການຄົ້ນພົບຄັ້ງນີ້ເປັນໜຶ່ງໃນຜົນໄດ້ຮັບ ຈາກໂຄງການສຶກສາຄວາຫຼາກຫຼາຍຂອງຊະນິດພືດໃນເຂດພູພຽງບໍລະເວນ ຂອງອາຈານ ເພັດລາສີ ສຸລະເດດ (ມະຫາວິທະຍາໄລແຫ່ງຊາດລາວ) ເຊິ່ງໄດ້ຈັດຕັ້ງປະຕິບັດການສຶກສາຄົ້ນຄວ້າພາຍໃນໄລຍະປີ 2018 – 2020.

ການລາຍງານຜົນການຄົ້ນພົບພືດຊະນິດໃໝ່ ມຸກໜອງຫລວງ ຄັ້ງນີ້ກໍເປັນການຮ່ວມມື ກັບທີມງານນັກຄົ້ນຄວ້າປະລິນຍາເອກ ຈາກ ມະຫາວິທະຍາໄລ Kyoto (ທ່ານ Wataru Noyori ແລະ ທ່ານ Natsuki Komada) ແລະ ຜູ້ຊ່ຽວຊານພືດ ທ່ານ Shuichiro Tagane ມະຫາວິທະຍາໄລ Kagoshima ປະເທດຍີ່ປຸ່ນ ເຊີ່ງຖືກຕີພິມໃນວາລະສານສາກົນ PHYTOTAXA ສະບັບເດືອນກຸມພາ ປີ 2022.

ພືດຊະນິດນີ້ ມີຊື່ວິທະຍາສາດວ່າ 𝑪𝒂𝒎𝒄𝒉𝒂𝒚𝒂 𝒃𝒐𝒍𝒂𝒗𝒆𝒏𝒆𝒏𝒔𝒊𝒔 ນອນໃນຕະກຸນ (Asteraceae) ຫຼື ຕະກຸນດອກດາວເຮືອງເປັນພືດລົ້ມລຸກ ພົບເຫັນໄດ້ແຕ່ໃນເຂດດານໃຫຍ່ ໜອງຫລວງ ຂອງສປປລາວເທົ່ານັ້ນ.

ການຄົ້ນພົບບັນດາພືດພັນຊະນິດໃໝ່ຂອງໂລກນີ້ ບໍ່ພຽງແຕ່ບົ່ງບອກວ່າດິນແດນຂອງປະເທດລາວເຮົາຍັງອຸດົມສົມບູນໄປດ້ວຍຊັບພະຍາກອນທີ່ຫຼາຍຫຼາຍຊະນິດ ແຕ່ມັນຍັງເປັນຕົວຊີ້ບອກເຖິງສະພາບແວດລ້ອມທີ່ຢູ່ອາໄສຂອງພືດພັນວ່າມັນຍັງມີອີກຫຼາຍຢ່າງທີ່ຖ້າໃຫ້ພວກເຮົາຄົ້ນພົບ. ນອກຈາກນີ້ ກໍຕ້ອງຍ້ອງຍໍຊົມເຊີຍເຖິງ ອາຈານ ເພັດລາສີ ພ້ອມດ້ວຍທີມງານນັກຄົ້ນຄວ້າ ທີ່ທຸ່ມເທ ແຮງກາຍແຮງໃຈ ກັບ ພາລະກິດໃນການສຶກສາຄົ້ນຄວ້າຄັ້ງນີ້ອີກດ້ວຍ.

ອ່ານບົດຄວາມສະບັບເຕັມໄດ້ທີ່: https://cutt.ly/IANNAt0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/