ໂຣກຢ້ານແມງມຸມ (Arachnophobia) ເກີດຈາກຫຍັງ? ຈະເຮັດແນວໃດຈຶ່ງຈະເຊົາຢ້ານ?


ທ່ານເຄີຍໄດ້ຍິນກ່ຽວກັບໂຣກຢ້ານແມງມຸມຫຼືບໍ່? ໂຣກຢ້ານແມງມຸມ ແມ່ນໜຶ່ງໃນອາການຢ້ານ ຫຼື ວິຕົກກັງວົນແບບສະເພາະເຈາະຈົງ (Specific Phobia) ເມື່ອຕ້ອງປະເຊີນໜ້າກັບແມງມຸມໃນໄລຍະໃກ້ຊິດ ຈຶ່ງເກີດອາການຢ້ານຂຶ້ນມາຢ່າງຮຸນແຮງທັນທີ ເຊັ່ນ: ບາງຄົນເຫື່ອອອກ, ສັ່ນ, ກະວົນກະວາຍ, ກ້າວຂາບໍ່ອອກ, ຫຼົງຮ້ອງສຽງດັງ, ບາງຄົນອາດມີອາການວິນຫົວປວດຮາກ, ຖ້າເຖິງຂັ້ນຮຸນແຮງອາດເກີດອາການຊັອກຈົນໝົດສະຕິໄປເລີຍ. ອາການທັງໝົດນີ້ ແມ່ນອາການຢ້ານແມງມຸມ ຫຼື Arachnophobia ນັ້ນເອງ. ອາການຢ້ານແມງມຸມ ແມ່ນຕິດອັນດັບ 1 ໃນບັນດາອາການຢ້ານທ່ົວໄປ (Common Phobias) ຕົວຢ່າງເຊັ່ນ: ບາງຄົນຢ້ານຄວາມສູງ, ຢ້ານຄວາມມືດ, ຢ້ານສະຖານທີ່ແຄບ ເປັນຕົ້ນ ເຊິ່ງອາການດັ່ງກ່າວທີ່ເກີດຂຶ້ນທາງວິທະຍາສາດ ຍັງບໍ່ທັນມີຫຼັກຖານຢືນຢັນໄດ້ຊັດເຈນວ່າມັນເກີດມາຈາກສາເຫດໃດແທ້ ທີ່ພາໃຫ້ຄົນເຮົາຢ້ານແມງມຸມຂັ້ນຮຸນແຮງເຖິງຂະໜາດນັ້ນ, ແຕ່ອາການທີ່ເກີດຂຶ້ນ ມັນກໍສ້າງຄວາມລຳບາກໃນການໃຊ້ຊີວິດຂອງຄົນເຮົາພໍສົມຄວນ. ດັ່ງນັ້ນ, ຖ້າທ່ານ ຫຼື ຄົນຮອບຕົວຂອງທ່ານ ມີອາການເຂົ້າຂ່າຍເປັນໂຣກຢ້ານແມງມຸມ ຈະມີວິທີຮັບມືແນວໃດ ມື້ນີ້ພວກເຮົາມີຄຳຕອບ.

ວິທີຮັບມືກັບອາການຢ້ານແມງມຸມ

ວິທີປົວອາການຢ້ານແມງມຸມ ບໍ່ມີວິທີທີ່ຕາຍຕົວ ຍ້ອນວ່າມັນຈະຂຶ້ນກັບຄວາມຢ້ານຂອງແຕ່ລະບຸກຄົນ ເນື່ອງຈາກບາງຄົນຢ້ານສະເພາະແມງມຸມທີ່ມີຂົນຕາມລຳຕົວ, ບາງຄົນຢ້ານແມງມຸມທີ່ມີຂາຍາວໄຕ່ໄວ, ບາງຄົນຢ້ານສະເພາະແມງມຸມທີ່ມີພິດ ເປັນຕົ້ນ. ໂດຍສ່ວນໃຫຍ່ແລ້ວ ນັກຈິດຕະບໍາບັດແນະນຳວິທີການປິ່ນປົວອາການຢ້ານແມງມຸມດ້ວຍວິທີພື້ນຖານດັ່ງນີ້:

  1. ການບໍາບັດດ້ວຍການສຳຜັດ (Exposure Therapy)

ຢູ່ຕ່າງປະເທດ ຈະມີວິທີການບຳບັດດ້ວຍວິທີການໃຫ້ຜູ້ປ່ວຍທົດລອງປະເຊີນໜ້າກັບແມງມຸມ ດ້ວຍການສຳຜັດ ຫຼື ລູບເບົາໆທີ່ແມງມຸມຊະນິດທີ່ບໍ່ເປັນອັນຕະລາຍ ເພື່ອໃຫ້ຄວາມນຶກຄິດຂອງເຮົາຄ່ອຍໆຮັບຮູ້ວ່າ ທີ່ຈິງແລ້ວ ແມງມຸມກໍມີການພະຍາຍາມຫຼົບຫຼີກຫາບ່ອນລີ້ ເພາະແມງມຸມກໍຢ້ານເຮົາຄືກັນ. ໃນບາງກໍລະນີ ອາດມີການເອົາແມງມຸມ ມາທົດລອງໄຕ່ທີ່ບໍລິເວນສ່ວນໃດໜຶ່ງຂອງຮ່າງກາຍ ໂດຍຈະຢູ່ພາຍໃຕ້ການຕິດຕາມຢ່າງໃກ້ຊິດຈາກນັກຈິດຕະບໍາບັດ. ແຕ່ຖ້າເຮົາບໍ່ສາມາດປະເຊີນໜ້າໂດຍກົງກັບແມງມຸມໄດ້ເລີຍ ອາດທົດລອງດ້ວຍການເປີດເບິ່ງສາລະຄະດີກ່ຽວກັບແມງມຸມ ຫຼື ຮູບພາບຂອງແມງມຸມ ແລ້ວທົດລອງເຝິກຄວາມກ້າ ດ້ວຍການສຳຜັດຜ່ານໜ້າຈໍເພື່ອໃຫ້ເກີດຄວາມຮູ້ສຶກສະເໝືອນຈິງ ເພື່ອເບິ່ງວ່າເຮົາຈະມີປະຕິກິລິຍາຕອບສະໜອງແນວໃດພາຍຫຼັງທີ່ໄດ້ສຳຜັດ ແລະ ອາດໄດ້ມີການເຝິກເລື້ອຍໆ ຈົນກວ່າຄວາມຢ້ານຈະຄ່ອຍໆໜ້ອຍລົງຕາມລໍາດັບ.

  1. ບໍາບັດດ້ວຍການປັບແນວຄວາມຄິດ ແລະ ພຶດຕິກຳ (Cognitive Behavioral Therapy)

ເປັນການເອົາຊະນະອາການຢ້ານແມງມຸມ ດ້ວຍວິທີການປັບປ່ຽນແນວຄວາມຄິດ ແລະ ພຶດຕິກໍາ ເພື່ອລົຫຼຸດຜ່ອນຄວາມຢ້ານກົວຕໍ່ແມງມຸມລົງເທື່ອລະໜ້ອຍ ຈົນເຖິງຈຸດທີ່ບໍ່ມີຄວາມຢ້ານກົວເລີຍ ເຊິ່ງນັກຈິດຕະບໍາບັດ ຈະໃຫ້ເຮົາເລົ່າເຖິງອາການທີ່ເກີດຂຶ້ນໃນເວລາພົບເຫັນແມງມຸມ, ຮຽນຮູ້ເຖິງຄວາມຢ້ານທີ່ເກີດຂຶ້ນວ່າເປັນຍ້ອນສາເຫດຫຍັງ, ປະເມີນລະດັບຄວາມຢ້ານ, ເຝິກການຮັບມື ແລະ ທັກສະຕ່າງໆໃນການເອົາຊະນະຄວາມຢ້ານກົວທີ່ເກີດຂຶ້ນ ໃຫ້ສາມາດກັບມາປະເຊີນໜ້າກັບແມງມຸມໄດ້ ແທນການເອົາຕົວຫຼີກໜີຢູ່ຕະຫຼອດເວລາ.

ເຖິງຢ່າງໃດກໍຕາມ, ຖ້າເຮົາພະຍາຍາມເຝິກຈິດໃຈໃຫ້ຍອມຮັບຄວາມຢ້ານທີ່ເກີດຂຶ້ນມາຫຼາຍຄັ້ງແລ້ວ ແຕ່ກໍຍັງຮູ້ສຶກບໍ່ສະບາຍໃຈທີ່ຈະປະເຊີນໜ້າກັບແມງມຸມໂດຍກົງ ເຮົາກໍຈໍາເປັນຈະຕ້ອງຫາວິທີທໍາຄວາມເຂົ້າໃຈເຖິງພຶດຕິກໍາ ແລະ ສະຖານທີ່ທີ່ແມງມຸມແຕ່ລະຊະນິດມັກໄປອາໄສຢູ່ ເພື່ອຈະໄດ້ປ້ອງກັນ ແລະ ຫຼີກເວັ້ນການປະເຊີນໜ້າກັບແມງມຸມໂດຍກົງ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/3wcdyjhz

https://tinyurl.com/bvvfbnr5

https://tinyurl.com/2ek57rmx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/