ຮູ້ວ່າສ່ຽງ ແຕ່ຄົງຕ້ອງຂໍລອງ ວ່າດ້ວຍທິດສະດີເສບຕິດການຊື້ຫວຍ (ຖ້າບໍ່ລວຍ ກໍທຸກ)


ເຊື່ອວ່າຫຼາຍຄົນຄົງເຄີຍຊື້ຫວຍກັນມາແລ້ວ ແຕ່ໃນຕອນທຳອິດ ອາດພຽງແຕ່ຢາກລອງຊື້ຫຼິ້ນພໍມ່ວນ ແຕ່ວ່າບໍ່ຮູ້ເປັນຍ້ອນຫຍັງ ຈຶ່ງຕ້ອງໄດ້ຊື້ທຸກງວດ ຮູ້ເມື່ອອີກເທື່ອໜຶ່ງກໍກາຍເປັນນັກລົງທຶນດ້ານນີ້ໄປແລ້ວ. ມື້ນີ້, ເຮົາມາເລົ່າເລື່ອງຫວຍ ວ່າຍ້ອນຫຍັງຄົນເຮົາຈຶ່ງມັກລົງທຶນໃນສິ່ງທີ່ມີຄວາມສ່ຽງສູງປະເພດນີ້, ຍ້ອນຫຍັງການຊື້ຫວຍຈຶ່ງບໍ່ຕ່າງກັບອາການເສບຕິດ, ມັນມີຄວາມເປັນໄປໄດ້ທີ່ຈະຖືກຮາງວັນສູງສ່ຳໃດ ແລະ ສຸດທ້າຍແລ້ວ ຖ້າໄປຕໍ່ບໍ່ໄຫວຢາກລາອອກຈາກວົງການນັກລົງທຶນສາຍນີ້ ຈະຕ້ອງເຮັດແນວໃດ?

ກ່ອນອື່ນ ມາທຳຄວາມຮູ້ຈັກກັບທິດສະດີຄວາມຄາດຫວັງ (Expectancy Theory)

ໃນທິດສະດີຄວາມຄາດຫວັງ (Expectancy Theory) ບາງຕອນໄດ້ກ່າວວ່າ ພຶດຕິກໍາຂອງແຕ່ລະບຸກຄົນ ແມ່ນມີຄວາມຄາດຫວັງເປັນແຮງຈູງໃຈ ເພື່ອນໍາພາໄປສູ່ຜົນທີ່ຕ້ອງການໃນເລື່ອງໃດໜຶ່ງ ໂດຍອາດຂຶ້ນກັບຄວາມເຊື່ອ, ຄວາມຮູ້ສຶກ, ປະສົບການໃນອະດີດ. ສະນັ້ນ, ເມື່ອເຮົາມາສົມທຽບກັບການຊື້ຫວຍ ແຮງຈູງໃຈຂອງຄົນເຮົາກໍຄືການຄາດຫວັງວ່າຢາກຖືກຮາງວັນທີ່ຕົນເອງຊື້ ຍິ່ງຖ້າມີປະສົບການເຄີຍຖືກຮາງວັນໃດໜຶ່ງໃນອະດີດ ຫຼື ພົບເຫັນປະສົບການຂອງຄົນອື່ນທີ່ຖືກຮາງວັນໃຫຍ່ ກໍຈະເກີດເປັນຄວາມຄາດຫວັງຂຶ້ນ ແລະ ນໍາໄປສູ່ຄວາມເຊື່ອວ່າພາຍໃນມື້ໃດມື້ໜຶ່ງຈະຕ້ອງຖືກຮາງວັນໃດໜຶ່ງນັ້ນເອງ. ປັດຈຸບັນ ຈະເຫັນວ່າສະເພາະຫວຍຢູ່ບ້ານເຮົາ ມີການອອກອາທິດລະ 3 ຄັ້ງ ຄື: ວັນຈັນ-ພຸດ-ສຸກ ອີກທັງມີແຮງຈູງໃຈຈາກຍອດເງິນຮາງວັນທີ່ສູງ, ປະສົບການຂອງຄົນທີ່ຊື້ຖືກຮາງວັນໃຫຍ່ ບວກກັບການຈຳໜ່າຍຫວຍມີຫຼາຍຮູບແບບ, ຫຼາຍຊ່ອງທາງ ໃຫ້ໄດ້ລຸ້ນໂຊກ ແລະ ຮັບຮາງວັນຜ່ານການໂອນຢ່າງງ່າຍດາຍອີກດ້ວຍ. ສະນັ້ນ, ມັນຈຶ່ງບໍ່ແປກທີ່ຄົນເຮົາມັກຈະເກີດຄວາມຄາດຫວັງວ່າ ໂອກາດລຸ້ນໂຊກຫຼາຍປານນີ້ ຈະຕ້ອງມີມື້ໃດມື້ໜຶ່ງຖືກຮາງວັນແນ່ນອນ.

ແລ້ວຈະມີໂອກາດຖືກຮາງວັນສູງສ່ຳໃດ?

ຮູ້ຫຼືບໍ່ວ່າ ຖ້າບໍ່ແມ່ນຍ້ອນດວງດີອີ່ຫຼີແລ້ວ ຄວາມເປັນໄປໄດ້ທີ່ຈະຖືກຮາງວັນໃຫຍ່ນັ້ນ ແມ່ນມີໜ້ອຍຫຼາຍ. ຖ້າເຮົາລອງໃຊ້ສູດຄໍານວນແບບພື້ນຖານທາງຄະນິດສາດ ຈະພົບວ່າ: ໃນການຊື້ເລກ 6 ຕົວ ແຕ່ລະຕົວຈະມີຄວາມເປັນໄປໄດ້ທີ່ຈະອອກເລກ 0 ຫາ 9 ຈະມີຜົນເທົ່າກັບ 106 ເຊິ່ງເທົ່າກັບ 1.000.000 ໝາຍເລກ, ເຊິ່ງໝາຍຄວາມວ່າ ຄ່າຄວາມໜ້າຈະເປັນ ທີ່ຈະຖືກຮາງວັນເລກ 6 ຕົວ ຈະເທົ່າກັບ 0,0001% ນັ້ນເອງ ແລະ ການອອກຮາງວັນແຕ່ລະງວດ ແມ່ນມີໂອກາດໄດ້ລຸ້ນພຽງແຕ່ເລກຊຸດດຽວເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຫຼາຍຄົນມັກຈະຊື້ເລກສອງຕົວ ເພື່ອເປັນການກະຈາຍຄວາມສ່ຽງ ເຊິ່ງຈະເທົ່າກັບ 102 ຫຼື 100 ເລກໝາຍ ເຊິ່ງໂອກາດຄວາມໜ້າຈະຖືກຮາງວັນ ຢູ່ທີ່ 1% ນັ້ນເອງ.

ເປັນຫຍັງອິດທິພົນແຫ່ງການຊື້ຫວຍຈຶ່ງພາໃຫ້ເກີດການເສບຕິດ?

ຫຼາຍຄົນມັກເວົ້າວ່າ ການລົງທຶນມີຄວາມສ່ຽງ ແຕ່ຖ້າບໍ່ລອງສ່ຽງກໍບໍ່ລວຍ ຈຶ່ງກາຍເປັນທີ່ມາຂອງປະໂຫຍກວະລີເດັດທີ່ວ່າ: “ຮູ້ວ່າສ່ຽງ ແຕ່ຄົງຕ້ອງຂໍລອງ” ແຕ່ໃຜຈະຮູ້ວ່າການຊື້ຫຼິ້ນໆໃນມື້ນັ້ນ ພໍຮູ້ຕົວອີກເທື່ອໜຶ່ງກໍໄດ້ກາຍເປັນການເສບຕິດໄປແລ້ວ. ປັດໄຈກະຕຸ້ນທີ່ພາໃຫ້ຄົນເຮົາເສບຕິດ ມີຫຼາຍປັດໄຈ ເຊັ່ນ: ບາງຄົນສັງຫອນໃຈວ່າງວດນີ້ຕ້ອງຖືກແນ່ນອນ, ບາງຄົນເຊື່ອດວງທຳນາຍມາວ່າ “ຈະໄດ້ເປັນເສດຖີໜ້າໃໝ່” (ກໍເຫັນທຳນາຍຕະຫຼອດ), ບາງຄົນຊື້ຍ້ອນລາງຝັນບອກເຫດ (ຝັນທຸກງວດ), ບາງຄົນຊື້ຍ້ອນຄົນອ້ອມຂ້າງພາກັນຊື້ (ຊື້ເອົາສັງຄົມ), ບາງຄົນຊື້ຍ້ອນຄຳວ່າ “ພໍໄດ້ລຸ້ນຮາງວັນ” (ລຸ້ນນໍາເພິ່ນທຸກງວດເລີຍນໍ), ບາງຄົນຊື້ຍ້ອນງວດແລ້ວເຄີຍຖືກຮາງວັນນ້ອຍມາກ່ອນ (ເລີຍເຊື່ອວ່າງວດນີ້ຈະຖືກຮາງວັນໃຫຍ່), ບາງຄົນຊື້ຍ້ອນນໍາເລກເກົ່າ (ນໍາຫຼາຍງວດແລ້ວເດີ້ ບໍ່ໃກ້ຈັກເທື່ອ) ເປັນຕົ້ນ. ເຖິງຢ່າງໃດກໍຕາມ ສະຫຼຸບແລ້ວ ອາການເສບຕິດການຊື້ຫວຍ ແມ່ນເກີດຈາກຄວາມຄາດຫວັງຕໍ່ຜົນຕອບແທນທີ່ຈະໄດ້ຮັບ ຍິ່ງເຮົາຄາດຫວັງຕໍ່ເລກທີ່ຢາກຈະຊື້ນັ້ນສູງຫຼາຍ ຈໍານວນການລົງທຶນກໍສູງຂຶ້ນຕາມ.

ໂອກາດຖືກເລກໜ້ອຍຂະໜາດນີ້ ຍັງເປັນຕາຊື້ຢູ່ບໍ່?

ຄົງບໍ່ມີຄໍາຕອບຊັດເຈນ ສໍາລັບຄໍາຖາມນີ້, ເພາະຄົນທີ່ຕອບໄດ້ດີທີ່ສຸດຄືຕົວເຮົາເອງ. ຖ້າການຊື້ພໍໄດ້ລຸ້ນຮາງວັນ ແລະ ບໍ່ໄດ້ກະທົບເຖິງລາຍຮັບ-ລາຍຈ່າຍຂອງຕົນເອງ ກໍຄົງບໍ່ມີປັນຫາ. ແຕ່ຖ້າຫາກເຮົາຊື້ຈົນກາຍເປັນເສບຕິດແລ້ວ ແລະ ຍັງເສບຮຸນແຮງຂຶ້ນເລື້ອຍໆຈົນກະທົບຕໍ່ລາຍຮັບ-ລາຍຈ່າຍຂອງຕົນເອງ ແລະ ຄອບຄົວ, ກະທົບຕໍ່ຄວາມສຳພັນຂອງຄົນພາຍໃນຄອບຄົວ, ກະທົບຕໍ່ໜ້າທີ່ການງານ ແລະ ກະທົບຕໍ່ການດຳລົງຊີວິດຂອງຕົນເອງ ກໍຄົງຕ້ອງໄດ້ຜ່ອນຈໍານວນເງິນລົງທຶນໃນດ້ານນີ້ລົງແລ້ວ. ສິ່ງສຳຄັນຢ່າລືມວ່າ ການຊື້ຫວຍ ກໍແມ່ນການພະນັນຮູບແບບໜຶ່ງ ເຮົາຍ່ອມຮູ້ດີຢູ່ແລ້ວວ່າ ການລົງທຶນພະນັນໃສ່ຕົວເລກໃດໜຶ່ງ ດ້ວຍຈໍານວນເງິນທີ່ສູງ ມັນບໍ່ໄດ້ເປັນສິ່ງຢືນຢັນໄດ້ເລີຍວ່າ ເຮົາຈະຖືກຫວຍງວດນັ້ນຫຼືບໍ່?. ໃນອີກແງ່ໜຶ່ງ, ງວດທີ່ເຮົາຖືກຮາງວັນ ອາດຈະບໍ່ກຸ້ມກໍເປັນໄດ້ ຖ້າຫາກລອງມາຄິດໄລ່ຄືນຢ້ອນຫຼັງຫຼາຍງວດທີ່ຜ່ານມາ ທີ່ບໍ່ໄດ້ຖືກຮາງວັນ.

ຈະຮູ້ໄດ້ແນວໃດວ່າຕົນເອງເສບຕິດການຊື້ຫວຍຂັ້ນຮຸນແຮງແລ້ວ?

ອາການເສບຕິດການຊື້ຫວຍຂັ້ນຮຸນແຮງ ແມ່ນນອນຢູ່ໃນອາການທາງຈິດຊະນິດໜຶ່ງ ທີ່ເອີ້ນວ່າ: ອາການເສບຕິດການພະນັນ (Pathological Gambling) ເຊິ່ງອາດມີຫຼາຍອາການສະແດງອອກ ເຊັ່ນ:

  • ຈາກແຕ່ກ່ອນ ອາດເຄີຍຊື້ບໍ່ເກີນ 50.000 ກີບ/ງວດ ຕໍ່ມາເພີ່ມຂຶ້ນເປັນ 100.000 ກີບ/ງວດ ແລະ ງວດຕໍ່ມາກໍເພີ່ມຂຶ້ນເລື້ອຍໆ ໂດຍບໍ່ຮູ້ຕົວ;
  • ເລີ່ມເຫັນທຸກສິ່ງຢ່າງອ້ອມຂ້າງເປັນຕົວເລກນໍາໂຊກ ເຊັ່ນ: ເລກບິນຮັບເງິນ, ເລກປ້າຍທະບຽນລົດ, ເຫັນສັດຜ່ານກາຍມາ ກໍຕີໃສ່ເລກ ເປັນຕົ້ນ;
  • ເລີ່ມເພິ່ງພາສິ່ງສັກສິດ, ເລີ່ມຫາແນວມາບູຊາສິ່ງຕ່າງໆ ທີ່ມີຄົນແນະນໍາມາວ່າ ຈະນຳພາໂຊກມາໃຫ້;
  • ມີອາການກະວົນກະວາຍໃຈ ຫງຸດຫງິດຖ້າບໍ່ໄດ້ຊື້ຫວຍ;
  • ເລີ່ມມີບັນຫາທາງການເງິນ, ສັງເກດວ່າລາຍຈ່າຍສ່ວນໃຫຍ່ ແມ່ນໝົດໄປກັບການສ່ຽງໂຊກ;
  • ບາງກໍລະນີ ເລີ່ມສົ່ງຜົນກະທົບຕໍ່ຄວາມສຳພັນກັບຄົນໃນຄອບຄົວ, ເກີດຄວາມບໍ່ເຂົ້າໃຈກັນ, ຜິດຖຽງກັນພາຍໃນຄອບຄົວ; ບາງກໍລະນີ ກະທົບຕໍ່ວຽກງານໃນຫ້ອງການ ເຊັ່ນ: ຮອດເວລາໃກ້ມື້ເລກອອກ ສົນທະນາແຕ່ເລື່ອງເລກ ຈົນບໍ່ມີຈິດໃຈຈົດຈໍ່ກັບວຽກງານ.

ຖ້າຮູ້ວ່າ ເສບຕິດຂັ້ນຮຸນແຮງ ຢາກລາອອກຈາກວົງການນັກລົງທຶນນີ້ ຈະເຮັດແນວໃດ?

“ງວດນີ້ຊິເຊົາຊື້ແລ້ວ” ເປັນຄໍາຍອດຮິດຂອງຄົນທີ່ເສບຕິດການຊື້ຫວຍ ແຕ່ກໍບໍ່ສາມາດລາອອກຈາກວົງການນີ້ໄດ້ຈັກເທື່ອ ບໍ່ວ່າຈະດ້ວຍເຫດຜົົນໃດກໍຕາມ. ແຕ່ຖ້າຢາກລາອອກ ຫຼື ລົດຜ່ອນປະລິມານການຊື້ ເຮົາມີວິທີແນະນຳດັ່ງນີ້:

  1. ແບ່ງເງິນອອມໃຫ້ເທົ່າກັບຈຳນວນເງິນທີ່ເຮົາຊື້ຫວຍ ຕົວຢ່າງ:​ ງວດນີ້ ເຮົາຊື້ 100.000 ກີບ ກໍໃຫ້ຫັກຕື່ມອີກ 100.000 ກີບ ໄປອອມໄວ້ບັນຊີໜຶ່ງອີກຕ່າງຫາກ ເພື່ອຈະໄດ້ຮູ້ວ່າສຸດທ້າຍແລ້ວ ເຮົາໝົດເງິນກັບການຊື້ຫວຍໄປຫຼາຍປານໃດ ແລະ ຈະຊ່ວຍເຮັດໃຫ້ເຮົາຫຼຸດຜ່ອນກຳລັງແຮງໃນການຊື້ຫວຍລົງ ເນື່ອງຈາກຈະຕ້ອງຖືກຫັກໄປອອມຕາມຈໍານວນທີ່ຊື້ໃນແຕ່ລະຄັ້ງ ນັ້ນເອງ. ວິທີນີ້, ຍັງຊ່ວຍໃຫ້ເຮົາມີເງິນເຫຼືອເກັບ ທີ່ເປັນຜົນທາງອ້ອມຈາກການຊື້ຫວຍອີກດ້ວຍ.
  2. ກໍານົດວົງເງິນທີ່ຈະຊື້ໃນແຕ່ລະອາທິດບໍ່ໃຫ້ກາຍເປົ້າໝາຍທີ່ຕັ້ງໄວ້ ແລະ ຈະບໍ່ຊື້ເລກອື່ນເພີ່ມຕາມໃຈ ຈົນເຮັດໃຫ້ງົບປະມານບານປາຍ.
  3. ຖ້າຫາກເຮົາຈິດໃຈບໍ່ແຂງແກ່ນພຽງພໍທີ່ຈະເດັດຂາດກັບຕົນເອງ ໃຫ້ພະຍາຍາມບໍ່ຕິດຕາມສື່ອອນລາຍກ່ຽວກັບການສ່ຽງໂຊກທີ່ອາດເປັນຕົວກະຕຸ້ນໃຫ້ຢາກກັບມາຊື້.
  4. ທົບທວນຄືນວ່າທີ່ຜ່ານມາສູນເສຍໄປຫຼາຍເທົ່າໃດ,​ ຄົນອ້ອມຂ້າງໃນຄອບຄົວເຫັນດີກັບການທີ່ເຮົາຊື້ຈົນເສບຕິດຂັ້ນຮຸນແຮງແບບນີ້ຫຼືບໍ່, ການເສບຕິດຊື້ຫວຍຂອງເຮົາມັນສົ່ງຜົນກະທົບຕໍ່ການເຮັດວຽກງານໃຫ້ອົງກອນຄືແນວໃດ ເປັນຕົ້ນ.

ສະຫຼຸບແລ້ວ, ການຊື້ຫວຍຄົງບໍ່ແມ່ນເລື່ອງທີ່ຜິດແຕ່ຢ່າງໃດ ເພາະບໍ່ມີໃຜບັງຄັບໃຫ້ເຮົາຊື້ໄດ້ ນອກຈາກຕົວເຮົາເອງ. ແຕ່ສິ່ງສຳຄັນທີ່ສຸດ ແມ່ນເຮົາຈະຕ້ອງປະເມີນຜົນໄດ້-ຜົນເສຍ ຂອງການຊື້ໃນແຕ່ລະຄັ້ງ ວ່າກຸ້ມກັບການລົງທຶນຫຼືບໍ່?, ມີພາວະເສບຕິດການຊື້ຫວຍຂັ້ນຮຸນແຮງແລ້ວບໍ່? ແລ້ວຈະມີວິທີຫັກຫ້າມໃຈຕົນເອງຄືແນວໃດ ຈຶ່ງຈະເຮັດໃຫ້ເຮົາບໍ່ຕົກເປັນທາດຂອງການພະນັນທຸກຮູບແບບ ແລະ ບໍ່ສົ່ງຜົນເສຍຕໍ່ສຸຂະພາບທາງການເງິນຂອງຕົນເອງ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນພາຍໃນຄອບຄົວ ລວມເຖິງໜ້າທີ່ການງານອີກດ້ວຍ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/46xv22p4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/