​ວິ​ທະ​ຍາ​ສາດ​ອະ​ທິ​ບາຍສາ​ເຫດ​ທີ່​ຄົນ​ເຮົາ​ມີ​ອາ​ການ​ເສບ​ຕິດການ​ພະ​ນັນ​ ແລະ ​ບໍ່​ສາ​ມາດຢຸດໄດ້​ງ່າຍໆ!


ທຸກ​ຄົນ​ເຄີຍ​ມີ​ຄຳ​ຖາມ​ນີ້​ບໍ່​ວ່າ​ເປັນ​ຫຍັງ​ຄົນ​ຈຶ່ງ​ມັກຫຼິ້ນ​ການພະ​ນັນ​ທັ້ງ​ໆທີ່​ກໍ​ຮູ້​ວ່າ​ມັນ​ເປັນ​ຫົນ​ທາງ​ທີ່ຈະ​ນຳ​ໄປ​ສູ່​ຄວາມ​ຈິບ​ຫາຍ​ວາຍ​ປ່ວງ? ແລ້ວ​ເປັນ​ຫຍັງ​ຕົວເລກສະແດງຈຳ​ນວນ​ຄົນ​ທີ່​ຕິດ​ການ​ພະ​ນັນ​ມັນ​ຈຶ່ງ​ມີ​ສູງພ້ອມ​ຍັງ​ບໍ່​ສາ​ມາດ​ເຊົາຫຼິ້ນ​ໄດ້?

ເລື່ອງນີ້ບອກໄດ້ເລີຍວ່າມີຄວາມຊັບຊ້ອນກວ່າທີ່ຄິດ ແລະ ສາມາດອະທິບາຍດ້ວຍວິທະຍາສາດໄດ້!

ເມື່ອແນມຢ້ອນກັບໄປໃນຄະດີສະເທືອນວົງການບານເຕະອິຕາລີ ສາມນັກເຕະຈາກທີມອັຊຊູຣີທີ່ປ່ຽນສະຖານະຈາກນັກເຕະທີມຊາດມາເປັນຜູ້ຕ້ອງຫາເພາະຖືກຈັບໄດ້ວ່າໄປພົວພັນກັບການພະນັນ; ຜີພະນັນໄດ້ເຂົ້າສິງຄົນພວກນີ້ ແລະ ພວກເຂົາກໍບໍ່ສາມາດຫາຫົນທາງກັບສູ່ແສງສະຫວ່າງໄດ້ອີກ.

ເຊິ່ງການຈະໄລ່ຜີພະນັນອອກໄປບອກເລີຍວ່າບໍ່ແມ່ນເລື່ອງງ່າຍຢ່າງທີ່ຄິດ ເພາະການພະນັນຄືການເສບຕິດຊະນິດໜຶ່ງທີ່ສົ່ງຜົນເສຍຮ້າຍແຮງກວ່າທີ່ຄິດຊະນິດທີ່ວ່າເຮົາອາດຄາດບໍ່ເຖິງເລີຍວ່າມັນຈະເປັນໄດ້ຂະໜາດນີ້

ອີງຕາມຂໍ້ມູນຈາກໜ່ວຍງານສາທາລະນະສຸກ NHS ຂອງປະເທດອັງກິດເຊິ່ງເປັນປະເທດໜຶ່ງທີ່ການພະນັນເປັນເລື່ອງຖືກກົດໝາຍ ໄດ້ບອກເອົາໄວ້ວ່າການຕິດພະນັນ ຫຼື Gambling Addict ນັ້ນສາມາດສົ່ງຜົນກະທົບຕໍ່ຊີວິດໄດ້ເຖິງ 3 ດ້ານດ້ວຍກັນນັ້ນກໍຄື:

  • ດ້ານການເງິນ
  • ດ້ານສຸຂະພາບຈິດ
  • ດ້ານສຸຂະພາບກາຍ

ລອງຄິດພາບຕາມງ່າຍໆ ຫາກເຮົາຫຼິ້ນພະນັນເສຍນັ້ນໝາຍຄວາມວ່າເຮົາມີໂອກາດປະສົບບັນຫາທາງດ້ານການເງິນບໍ່ວ່າຈະເປັນ ການບໍ່ມີເງິນພຽງພໍໃຫ້ຈັບຈ່າຍໃຊ້ສອຍປະຈຳວັນເຮັດໃຫ້ຈຳເປັນຕ້ອງໃຊ້ເງິນສຳຮອງທີ່ເກັບອອມໄວ້  ແຕ່ພໍເງິນເຫຼົ່ານັ້ນໝົດລົງ ແລະ ບໍ່ມີເງິນເຫຼືອແລ້ວກໍຈຳເປັນຕ້ອງຊອກຢືມຈາກຜູ້ອື່ນເຊິ່ງຈະນຳໄປສູ່ບັນຫາສຸຂະພາບຈິດ

ເມື່ອບໍ່ມີເງິນໄຊ້ໜີ້ ແລະ ບໍ່ຮູ້ຈະຫາມາຈັ່ງໃດກໍເກີດເປັນວົງຈອນຢືມເງິນຜູ້ອື່ນຕໍ່ໄປເລື້ອຍໆເຮັດໃຫ້ຈຳນວນໜີ້ເພີ່ມຂຶ້ນເປັນກອງ ເມື່ອໝູນເງິນບໍ່ທັນກໍເກີດຄວາມຄຽດສະສົມຫຼາຍຂຶ້ນເລື້ອຍໆ ແລະ ຄວາມຄຽດນັ້ນຈະໄປສົ່ງຜົນຕໍ່ສຸຂະພາບກາຍຕໍ່ອີກ ຍົກຕົວຢ່າງກໍລະນີຂອງ ຟາໂຈລີ ນັກບານເຕະຊາວອິຕາລີທີ່ໄດ້ສາລະພາບວ່າລາວມີອາການນອນບໍ່ຫຼັບເພາະເປັນໜີ້ພະນັນ ແລະ ມັນສົ່ງຜົນຕໍ່ສະພາບຮ່າງກາຍ, ການເຝິກຊ້ອມໄປຈົນເຖິງການລົງສະໜາມ

ໂດຍທີ່ທຸກຢ່າງຈະໜັກໄປໜ້າເລື້ອຍໆເຊິ່ງມັນບໍ່ຈົບແຕ່ 3​ ຢ່າງນີ້ເທົ່ານັ້ນ ເພາະຍັງມີສິ່ງທີ່ເຮົາສາມາດສູນເສຍໄດ້ອີກເຊິ່ງເປັນສິ່ງສຳຄັນຫຼາຍນັ້ນກໍຄື ‘ຄວາມສຳພັນ’ ແລະ ສິ່ງທີ່ເສຍໄປແລ້ວບໍ່ສາມາດກັບຄືນມາໄດ້ຢ່າງ ‘ເວລາ’

ແລ້ວຖ້າເຮົາຮູ້ວ່າການຫຼິ້ນພະນັນມັນເປັນສິ່ງບໍ່ດີປານນີ້ ເປັນຫຍັງຄືບໍ່ເຊົາ?

ຄຳຕອບທີ່ໄດ້ອາດຈະຟັງຄືເປັນຂໍ້ແກ້ຕົວຂອງຜີພະນັັນນັ້ນກໍຄື ການພະນັນເປັນສິ່ງທີ່ບໍ່ສາມາດຢຸດໄດ້ ຫຼື ເຊົາໄດ້ທັນທີບໍ່ຄືກັບການປິດສະວິດໄຟ ເພາະການຕິດພະນັນເປັນສະພາວະເສບຕິດໜຶ່ງທີ່ບໍ່ຕ່າງຫຍັງກັບການຕິດເຫຼົ້າ ຫຼື ຕິດຢາ

ທີ່ຮ້າຍແຮງໄປກວ່ານັ້ນຄືການຕິດການພະນັນຍັງສາມາດສົ່ງຜົນກະທົບໃຫ້ເກີດຄວາມປ່ຽນແປງໃນສະໝອງອີກດ້ວຍ! ໂດຍສິ່ງທີ່ເຮົາມັກຈະເຂົ້າໃຈຜິດກ່ຽວກັບຄົນຕິດການພະນັນຄືໃນຫົວຂອງພວກເຂົາບໍ່ໄດ້ຄິດພຽງແຕ່ເລື່ອງໄດ້-ເສຍເທົ່ານັ້ນ (ເຖິງວ່າຈຳນວນເງິນເດີມພັນທີ່ຫວັງໄວ້ໃນໃຈຈະມີສ່ວນກ່ຽວກໍຕາມ) ເພາະຄວາມຈິງແລ້ວສິ່ງທີ່ເຮັດໃຫ້ພວກເຂົາເສບຕິດກໍຄື ການໄດ້ເດີມພັນ ຫຼື ເວົ້່າງ່າຍໆຄືຄວາມຮູ້ສຶກຕື່ນເຕັ້ນໃນການລຸ້ນວ່າຈະໄດ້ ຫຼື ເສຍນັ້ນເອງ

ສິ່ງທີ່ໜ້າສົນໃຈຄື ຄວາມຮູ້ສຶກນີ້ບໍ່ແມ່ນສິ່ງທີ່ເຮົາຄິດຂຶ້ນມາເອງເພາະມັນເປັນສິ່ງທີ່ເກີດຂຶ້ນຈິງໃນສະໝອງຂອງເຮົາເມື່ອເຮົາມີການເດີມພັນກັບການພະນັນ ສະໝອງເຮົາຈະຫຼັ່ງສານໂດປາມີນ ແລະ ອະດຣີນາລີນອອກມາ ເຮັດໃຫ້ເຮົາຮູ້ສຶກມີຄວາມສຸກ ແລະ ຜ່ອນຄາຍ

ນີ້ເອງຄືສາເຫດທີ່ເຮັດໃຫ້ເກີດຜີພະນັນ ແລະ ຜີຕົວນີ້ກໍຮ້າຍແຮງຢ່າງຍິ່ງເພາະມັນສົ່ງຜົນກະທົບຕໍ່ຕົວເຮົາເອງທັງສຸຂະພາບຈິດ ແລະ ສຸຂະພາບກາຍລວມໄປເຖິງຄົນຮອບຕົວເຮົາອີກດ້ວຍ

ສຳລັບຜີພະນັນນັ້ນເວລາທີ່ໄດ້ຫຼິ້ນພະນັນຈຳນວນເງິນທີ່ໄດ້ມາບໍ່ໄດ້ມີຄວາມໝາຍຫຍັງປຽບດັ່ງເປັນການເຕີມນ້ຳມັນໃຫ້ລົດໄດ້ແລ່ນຕໍ່ພຽງເທົ່ານັ້ນ ໃນທາງກົງກັນຂ້າມ ເວລາຫຼິ້ນເສຍກໍຈະເກີດຄວາມຄຽດແຕ່ກໍບໍ່ສາມາດລົ້ມເລີກບໍ່ຫຼິ້ນໄດ້ເພາະສະໝອງເສບຕິດກັບຄວາມສຸກທີ່ໄດ້ຈາກການຫຼິ້ນພະນັນໄປແລ້ວນັ້ນເອງ

ກວ່າຈະຮູ້ຕົວກໍບໍ່ເຫຼືອຫຍັງແລ້ວ ແລະ ເມື່ອນັ້ນພວກເຂົາກໍຈະຮູ້ສຶກຢາກໃຫ້ໃຜຈັກຄົນເຂົ້າມາຊ່ວຍດຶງຕົນເອງອອກຈາກຂຸມນາຮົກນີ້ ຫຼື ສຳລັບຜູ້ທີ່ໂຊກຮ້າຍໄປກວ່ານັ້ນອາດຈະນຳໄປເຖິງການຈົບຊີວິດຕົນເອງລົງໄດ້ເລີຍ.

ແລ້ວສຳລັບຄົນທົ່ວໄປທີ່ມັກໃນການພະນັນບໍ່ວ່າຈະເປັນການຫຼິ້ນໄພ້, ຫວຍ ຫຼື ພະນັນແຂ່ງບານເຕະເດຈະເຮັດແນວໃດ?

ຖ້າທ່ານອ່ານມາຮອດຈຸດນີ້ແລ້ວຄິດໄດ້ກໍຂໍແນະນຳໃຫ້ຮີບເຊົາ ແລະ ລົ້ມເລີກເສຍ ເພາະຫາກຍັງສືບຕໍ່ອະນາຄົດກໍຄົງພົບພໍ້ແຕ່ຄວາມມືດມິດຢ່າງແນ່ນອນ.

ສຳລັບຄົນທີ່ມີຄວາມສຳພັນກັບຜູ້ທີ່ຫຼິ້ນພະນັນບໍ່ວ່າຈະເປັນຄົນໃນຄອບຄົວ, ໝູ່ຄູ່ ຫຼື ຄົນຮັກ ຖ້າເຮົາຍັງຮັກ ແລະ ຫວັງດີນຳເຂົາເຈົ້າກໍຕ້ອງບອກກັນກົງໆວ່າໃຫ້ລົ້ມເລີກເສຍ, ພະຍາຍາມໃຫ້ກໍາລັງໃຈ ແລະ ພະຍາຍາມທີ່ຈະເຂົ້າໃຈເຂົາເຈົ້າທັງໃຫ້ຂໍ້ມູນຄວາມຮູ້ທີ່ຖືກຕ້ອງເຊິ່ງກັນ ແລະ ກັນ ໂດຍສະເພາະການໃຫ້ກຳລັງໃຈນີ້ຖືເປັນສິ່ງສຳຄັນທີ່ສຸດທີ່ສາມາດດຶງເຂົາເຈົ້າຂຶ້ນມາຈາກຂຸມນາຮົກຂອງການພະນັນໄດ້.

ຂອບໃຈຂໍ້ມູນຈາກ: https://thestandard.co/gambling-addiction-2/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/