Robert Kiyosaki ແນະນຳໃຫ້ກັກຕຸນ “ປືນ, ຄຳ ແລະ Bitcoin” ເພື່ອເອົາຕົວລອດຈາກພາວະເງິນເຟີ້ຢ່າງຮຸນແຮງທີ່ກຳລັງຈະເກີດຂຶ້ນໃນທົ່ວໂລກ


ທ່າມກາງການກ່າວເຕືອນຂອງບັນດານັກວິເຄາະຢ່າງຕໍ່ເນື່ອງກ່ຽວກັບການລົ້ມລະລາຍທາງການເງິນທີ່ກຳລັງຈະເກີດຂຶ້ນ ໂດຍສະເພາະຢ່າງຍິ່ງແມ່ນໃນສະຫະລັດອາເມຣິກາ. Robert Kiyosaki ຜູ້ຂຽນປຶ້ມກ່ຽວກັບດ້ານການເງິນທີ່ມີຊື່ສຽງ “ພໍ່ລວຍສອນລູກ” ໄດ້ອອກມາເຕືອນກ່ຽວກັບໄພພາວະເງິນເຟີ້ຢ່າງຮຸນແຮງໃນສະຫະລັດ ພ້ອມກັບປຽບທຽບກັບເຫດການໜຶ່ງໃນປະຫວັດສາດທີ່ໃນຕອນນັ້ນ Adolf Hitler ຂຶ້ນມາປົກຄອງອໍານາດ.

Robert Kiyosaki ໄດ້ໂພສເຕືອນວັນຄົບຮອບ 100 ປີທີ່ໄດ້ເກີດສະຖານະການເງິນເຟີ້ຢ່າງຮຸນແຮງ (hyperinflation) ທີ່ເກີດຂຶ້ນໃນເຢຍລະມັນໃນປີ 1923 ໃນເວລາທີ່ Adolf Hitler ຍັງຢູ່ໃນອໍານາດ. ພ້ອມ​ກັບປຽບທຽບ​ສະຖານະ​ການ​ທີ່​ຮຸນ​ແຮງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ອີກ​ຖ້າ​ຫາກ​ລັດຖະບານສະຫະລັດບໍ່ມີວິໄສທັດໃນການແນມເຫັນອະນາຄົດ.

Robert Kiyosaki ກ່າວວ່າ “ລັດ​ຖະ​ບານ​ສະ​ຫະ​ລັດ​ໃນ​ປັດ​ຈຸ​ບັນ​ແມ່ນ​ລັດ​ຖະ​ບານ​ທີ່ໄຮ້ ​ຄວາມ​ສາ​ມາດ​ທີ່​ສຸດ​ເທົ່າທີ່​ເຄີຍ​ມີມາ. ແລະໄດ້ແນະນໍາໃຫ້ຜູ້ຕິດຕາມຂອງລາວຢູ່ລອດໂດຍການສຶກສາເຫດການເງິນເຟີ້ທີ່ເຄີຍເກີດຂຶ້ນໃນອະດີດເຊັ່ນ: ເຢຍລະມັນ ແລະ ຊິມບັບເວ. ຄຽງຄູ່ກັບການກັກຕຸນອາຫານ, ປືນ, ຄໍາ, ເງິນ, ແລະ ໂດຍສະເພາະແມ່ນ Bitcoin”

ຄໍາເວົ້າຂອງ Robert Kiyosaki ໄດ້ສະທ້ອນເຖິງສິ່ງທີ່ລາວໄດ້ເນັ້ນຢ້ຳເອົາໄວ້ໃນຕົ້ນເດືອນຕຸລາ ກ່ຽວກັບພາວະເງິນເຟີ້ຂັ້ນຮຸນແຮງທີ່ແຕກຕ່າງຈາກສິ່ງທີ່ຫຼາຍຄົນຄິດ. ເນື່ອງຈາກວ່າມັນບໍ່ແມ່ນເຫດການທີ່ລາຄາຂອງສິ່ງຕ່າງໆເພີ່ມຂຶ້ນ, ແຕ່ມັນເປັນສະຖານະການທີ່ປະຊາຊົນບໍ່ມີກໍາລັງທີ່ຈະໃຊ້ຈ່າຍ.

ເຊິ່ງໃນເວລານັ້ນ ເຂົາກໍໄດ້ແນະນໍາໃຫ້ປະຊາຊົນເລີ່ມທີ່ຈະກັກຕຸນຄໍາ, ເງິນ ແລະ Bitcoin ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອທີ່ຈະສາມາດເອົາຊະນະອັດຕາເງິນເຟີ້ລວມທັງເງິນໂດລາ. ຫຼັງຈາກທີ່ປະເທດຕ່າງໆເລີ່ມຫັນມາປະຕິເສດເງິນໂດລາສະຫະລັດ ເຊິ່ງເປັນສະກຸນເງິນສຳຮອງຂອງໂລກຫຼາຍຂຶ້ນ.

ແລະເມື່ອບໍ່ດົນມານີ້ ຫຼັງຈາກທີ່ Robert Kiyosaki ໄດ້ແນະນຳໃຫ້ກັກຕຸນຄຳ ແລະ Bitcoin ໄປແລ້ວ ເຂົາຍັງໄດ້ແນະນໍາລະບົບການເງິນແບບກະຈາຍສູນ (DeFi), ໂດຍໃຫ້ເຫດຜົນວ່າ ນີ້ຈະເປັນວິທີທີ່ຈະປົກປ້ອງພວກເຮົາຈາກທະນາຄານກາງ. ເຊິ່ງເຂົາແນມເຫັນວ່າໜ່ວຍງາຍ​ທີ່​ຊື້​ຄໍາໄປນັ້ນກໍ​ເພື່ອ​ປົກ​ປິດ​ເຖິງ​ຄວາມ​ບໍ່​ມີ​ຄວາມ​ສາ​ມາດ​ຂອງ​ພວກເຂົາ.

ອີງຕາມ Coinmaketcap, ໃນຂະນະທີ່ຂຽນລາຄາຂອງ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 37,309 ໂດລາ, ໂດຍເພີ່ມຂຶ້ນ 0,19% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ເພີ່ມຂຶ້ນ 1,74% ໃນ 7 ມື້ທີ່ຜ່ານມາ.

ທີ່ມາ:

finbold

longlongthun

finbold2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/