ShibaSwap 2.0 ເປີດຕົວຢ່າງເປັນທາງການ! ປົດລັອກປະສົບການ DEX ສຸດລ້ຳຢູ່ໃນ Shibarium ເພື່ອກະກຽມຊຸກຍູ້ໃຫ້ລະບົບນິເວດ Shiba Inu ສູ່ຈຸດສູງສຸດ

Lao Xperts 2024 05 17T161829 904

ShibaSwap ແພລັດຟອມ decentralized exchange (DEX) ຂອງ Shiba Inu ໄດ້ເປີດຕົວຢ່າງເປັນທາງການແລ້ວໃນ Shibarium. ໂດຍແພລັດຟອມ DEX ຈະສາມາດໃຊ້ງານໄດ້ທັງໃນ Ethereum ແລະ Shibarium, ເຊິ່ງເປັນໂຊລູຊັນການປັບຂະໜາດ Layer-2 ຂອງໂຄງການທີ່ສຸມໃສ່ການເຮັດທຸລະກໍາທີ່ໄວ ແລະ ລາຄາຖືກ.

ສຳລັບຄຸນສົມບັດໃໝ່ໃນ ShibaSwap ເວີຊັນ Shibarium ຈະມີດັ່ງນີ້:

  • ສ້າງ liquidity pool ໃໝ່: ຜູ້ໃຊ້ສາມາດສ້າງ liquidity pool ສະພາບຄ່ອງໃໝ່ເພື່ອຮັບຮາງວັນ.
  • Exchange Token ໃນ Shibarium: ຮອງຮັບການແລກປ່ຽນ tokens ໃນເຄືອຂ່າຍ Shibarium.
  • ຮັບຄ່າທຳນຽມດ້ານສະພາບຄ່ອງ: ຜູ້ໃຫ້ບໍລິການດ້ານສະພາບຄ່ອງໄດ້ຮັບຮາງວັນຈາກຄ່າທຳນຽມການແລກປ່ຽນ.
  • Discovery Graph: ຊອກຫາ Token ໃໝ່ ແລະ ກໍາລັງມາແຮງ.
  • ສິນຊັບໃໝ່ໆ: ເພີ່ມສິນຊັບໃໝ່ໆເຂົ້າສູ່ ShibaSwap.

ກົນລະຍຸດເພື່ອເພີ່ມມູນຄ່າຫຼຽນ:

ທີມງານ ShibaSwap ມຸ່ງໝັ້ນທີ່ຈະເພີ່ມມູນຄ່າຂອງຫຼຽນ LP (Liquidity Provider), ເຊິ່ງຈະສົ່ງຜົນດີຕໍ່ຊຸມຊົນ yield farming.  ໂດຍກົນລະຍຸດນີ້ຈະລວມເຖິງການເຮັດທຸລະກໍາໃນ Shibarium ຈະເຜົາຫຼຽນ SHIB, ເພື່ອຫຼຸດຜ່ອນຈໍານວນຫຼຽນທີ່ໄຫຼວຽນຢູ່ ແລະ ອາດຈະເຮັດໃຫ້ລາຄາຫຼຽນເພີ່ມຂຶ້ນ.

ນອກຈາກນີ້, ການເຊື່ອມໂຍງ ShibaSwap ເຂົ້າກັບແພລັດຟອມອື່ນໆຈະເພີ່ມການນໍາໃຊ້ ແລະ ມູນຄ່າຫຼຽນອີກດ້ວຍ.

ປະຕິກິລິຍາຂອງຊຸມຊົນ:

ຊຸມຊົນ Shiba Inu ຕ່າງກໍຄາດຫວັງກັບການພັດທະນາເຫຼົ່ານີ້, ລາຄາຫຼຽນ SHIB ເພີ່ມຂຶ້ນ 2.8% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ລາຄາຂອງຫຼຽນ BONE ເພີ່ມຂຶ້ນ 4.7%.

ການເປີດຕົວ ShibaSwap ໃນ Shibarium ພ້ອມກັບຄຸນລັກສະນະໃໝ່ໆ ແລະ ກົນລະຍຸດທີ່ຊັດເຈນ ໄດ້ສ້າງແຮງຈູງໃຈໃນທາງບວກຕໍ່ລາຄາຫຼຽນ Shiba Inu. ຊຸມຊົນ Shiba Inu ຕ່າງກໍຈັບຕາເບິ່ງການຂະຫຍາຍຕົວຂອງລະບົບນິເວດ ShibaSwap ໃນ Shibarium ຢ່າງໃກ້ຊິດ.

ທີ່ມາ:

beincrypto

cryptoadventure

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

Comments are disabled