ລາຄາຂອງຫຼຽນກຸ່ມ AI ເພີ່ມຂຶ້ນຢ່າງຮຸນເເຮງ, ຫຼັງຈາກທີ່ບໍລິສັດ X Corp ຂອງ Elon Musk ເປີດເຜີຍການຖືຮຸ້ນໃນໂຄງການ xAI


ອີງຕາມການປະກາດຫຼ້າສຸດຂອງ Elon Musk ວ່າບໍລິສັດ X Corp ຈະຖືຮຸ້ນໃນສະຕາດອັບດ້ານປັນຍາປະດິດໃໝ່ຄື “xAI” , ນີ້ໄດ້ເຮັດໃຫ້ລາຄາຂອງ altcoins ຈໍານວນໜຶ່ງເພິ່ມຂຶ້ນຢ່າງຮຸນເເຮງ.

ໂດຍໃນໂພສໄດ້ລະບຸວ່າ ຜູ້ຖືຮຸ້ນໃນ X Corp, ເຊິ່ງລວມມີກຸ່ມບໍລິສັດຕ່າງໆ ຈະຖືຮຸ້ນ25% ໃນໂຄງການ xAI. ນອກຈາກນີ້, ຍັງມີຂ່າວວ່າ Sam Altman ຜູ້ກໍ່ຕັ້ງ OpenAI ແລະ ຜູ້ພັດທະນາ ChatGPT, ອາດຈະເຂົ້າຮ່ວມບໍລິສັດຄືນອີກຄັ້ງ, ຫຼັງ​ຈາກ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ອາ​ທິດ​ຜ່ານ​ມາ. ນີ້ຈະຊ່ວຍສະໜັບສະໜູນຄວາມເຊື່ອໝັ້ນໃນເຊີງບວກສໍາລັບໂທເຄັນໃນກຸ່ມ AI ອີກດ້ວຍ.

ເຖິງແມ່ນວ່າວິກິດການບໍລິສັດ OpenAI ຍັງສືບຕໍ່, ເເຕ່ກໍຍັງບໍ່ມີຄວາມຊັດເຈນວ່າ Sam Altman ຈະກັບຄືນສູ່ຕໍາເເໜ່ງຂອງລາວ, ຍ້ອນວ່າ Emmett Shear ອະດີດ CEO ຂອງ Twitch ໄດ້ຖືກແຕ່ງຕັ້ງໃຫ້ເປັນ CEO ແທນ.

ຫຼຽນໂທເຄັນໃນກຸ່ມ Ai ໄດ້ຮັບຜົນກຳໄລຢ່າງມີໄນຍະສຳຄັນ, ໂດຍຫຼຽນ TAO ຂອງ  Bittensor ມີລາຄາເພີ່ມຂຶ້ນເຖິງ 77% ໃນອາທິດທີ່ຜ່ານມາ.

ໃນຂະນະທີ່ Ocean Protocol ຂອງ OCEAN, FET ຂອງ Fetch AI ແລະ AGIX ຂອງ SingularityNet ໃຫ້ຜົນຕອບແທນເເຊງໜ້າ Bitcoin ແລະ altcoins ຊັ້ນນໍາອື່ນໆ, ໂດຍເພີ່ມຂຶ້ນ 16% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

en.bitcoinsistemi

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/