ກຳປູເຈຍ ກະຕຸ້ນເສດຖະກິດ ດຶງຕ່າງຊາດລົງທຶນ ພາກອະສັງຫາລິມະຊັບ


ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ອອກຄຳສັ່ງຫຼາຍສະບັບທີ່ສົ່ງເສີມໃຫ້ມີການລົງທຶນຈາກຕ່າງຊາດໃນພາກອະສັງຫາລິມະຊັບຂອງກຳປູເຈຍຫຼາຍຂຶ້ນ ແລະ ຍັງກະຕຸ້ນໃຫ້ບໍລິສັດການເງິນລາຍຍ່ອຍຕ່າງໆດຳເນີນການໃຫ້ເຈົ້າຂອງເຮືອນສາມາດຣີໄຟແນນສິນເຊື່ອຈຳນອງທີ່ຄ້າງຊຳລະໄດ້ງ່າຍຂຶ້ນ ໂດຍຫວັງວ່າຈະຊ່ວຍຊຸກຍູ້ພາກທຸລະກິດດັ່ງກ່່າວຂອງປະເທດ.

ຮຸນ ມາເນດ ໄດ້ກ່າວໃນກອງປະຊຸມລັດເອກະຊົນປະຈຳປີໃນນະຄອນພະນົມເປັນວ່າ ລັດຖະບານຈະອະນຸຍາດໃຫ້ຊາວຕ່າງຊາດໃຊ້ຕົວແທນຊາວກຳປູເຈຍໃນການຊື້ອະສັງຫາລິມະຊັບໄດ້ ເຖິງແມ່ນວ່າໃບຕາດິນຈະໃສ່ຊື່ຊາວກຳປູເຈຍເປັນເຈົ້າຂອງ ແຕ່ສັນຍາອີກສະບັບທີ່ແຍກອອກມາຈະຊ່ວຍຄຸ້ມຄອງນັກລົງທຶນຕ່າງຊາດ, ພ້ອມທັງ ຊາວຕ່່າງຊາດຍັງສາມາດຊື້ອະສັງຫາລິມະຊັບໂດຍການຊື້ທີ່ດິນ ຊື້ອານາເຂດບໍລິເວນທ່ອງທ່ຽວພິເສດຕາມທີ່ລັດຖະບານຈະກຳນົດ ຫຼື ຊື້ຜ່ານທາງບໍລິສັດເງິນທຶນຫຼັກຊັບໄດ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າລັດຖະບານກຳລັງຈະຂາຍທີ່ດິນ ແລະ ຍັງໃຫ້ຄວາມເຄົາລົບຕໍ່ສິ່ງທີ່ບັນທຶກໄວ້ໃນລັດຖະທຳມະນູນ ພຽງແຕ່ຈະກຳນົດເງື່ອນໄຂບາງປະການເພື່ອກະຕຸ້ນເສດຖະກິດຂອງປະເທດເທົ່ານັ້ນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/