ແບຣນໂມງຈາກເຢຍລະມັນ ເປີດຕົວ “Coffee Watch” ໂມງທີ່ເຮັດມາຈາກຂີ້ກາເຟ ໃຊ້ງານໄດ້ແທ້ ແລະ ເປັນມິດກັບສິ່ງແວດລ້ອມ

Coffee Watch

Coffee Watch

ກາເຟເອີ້ນໄດ້ວ່າເປັນສິ່ງທີ່ໄດ້ຮັບຄວາມນິຍົມຈາກທົ່ວໂລກ ດ້ວຍເອກະລັກ ແລະ ຄຸນສົມບັດພິເສດຂອງມັນທີ່ ເຮັດໃຫ້ມະນຸດເຮົາສາມາດນໍາມາແປຮູບເປັນຜະລິດຕະພັນຕ່າງໆ ໄດ້ຫຼາຍຢ່າງເຊັ່ນ: ຜົງກາເຟ, ເມັດກາເຟຂົ້ວ, ເຂົ້າໜົມທີ່ເຮັດຈາກກາເຟ ຫຼືແມ່ນແຕ່ເຄື່ອງໃຊ້ທີ່ມີສ່ວນປະກອບຂອງກາເຟ ແຕ່ທຸກຄົນຮູ້ບໍ່ວ່າສິ່ງທີ່ຕາມມາຫຼັງຈາກເຮົາແປຮູບກາເຟແລ້ວນັ້ນ ແມ່ນຂີ້ກາເຟທີ່ຍັງຄົງເຫຼືອ ແລະ ມັນກໍໄດ້ກາຍເປັນຂີ້ເຫຍື້ອເຊິ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

Coffee Watch

ຢ່າງໃດກໍດີ ທີ່ຜ່ານມາເຮົາອາດຈະເຄີຍເຫັນວ່າ ຫຼາຍໆຄົນ ຫຼື ຫຼາຍໆທຸລະກິດ ມີຄວາມພະຍາມທີ່ຈະນໍາຂີ້ກາເຟມາໃຊ້ໃຫ້ເປັນປະໂຫຍດ ແລະ ຫຼ້າສຸດນີ້ເອງແບຣນໂມງໃນນະຄອນເບີລິນ ປະເທດເຢຍລະມັນຢ່າງ Lilienthal Berlin ໄດ້ຮ່ວມມືກັບ Kaffeform (ແບຣນທີ່ນໍາເສດຂີ້ເຫຍື້ອຈາກກາເຟມາແປຮູບ) ນໍາໃຊ້ຂີ້ກາເຟມາຜະລິດເປັນ Coffee Watch ໂມງກາເຟທີ່ສາມາດໃຊ້ງານໄດ້ແທ້ ແລະ ເປັນມິດຕໍ່ສິ່ງແວດລ້ອມອີກພ້ອມ.

Coffee Watch

ທາງແບຣນໄດ້ລະບຸເຖິງແຮງບັນດານໃຈໃນການສ້າງ Coffee Watch ກໍຍ້ອນວ່າ ໃນແຕ່ລະປີນັ້ນມີຂີ້ກາເຟກວ່າ 20 ລ້ານໂຕນຖືກເກັບສະສົມໄວ້ໃນເຢຍລະມັນ ແລະ ເພື່ອລົດປະລິມານຂີ້ເຫຍື້ອຈາກກາເຟທີ່ສ້າງຂຶ້ນທຸກປີ ທາງແບຣນໄດ້ໄປເລາະເກັບເອົາເສດເຫຼົ່ານີ້ມາຈາກຮ້ານກາເຟຕ່າງໆ ໃນຕົວເມືອງເບີລິນ.

Coffee Watch

ໂດຍຂັ້ນຕອນການຜະລິດ ທາງແບຣນບອກວ່າຈະເຮັດໃຫ້ຂີ້ກາເຟແຫ້ງ ແລະ ແປຮູບມັນໃຫ້ມັນສຳລັບການໃຊ້ງານຂັ້ນສຸດທ້າຍ ໂດຍຕົວຂອງໂມງນັ້ນຈະເປັນສະແຕນເລດ ສ່ວນເຄສອ້ອມຕົວໂມງນັ້ນແມ່ນເຮັດມາຈາກຂີ້ກາເຟທີ່ໄດ້ເຮັດການແປຮູບເປັນທີ່ຮຽບຮ້ອຍແລ້ວ ແລະ ສາຍຂອງໂມງກໍເຮັດມາຈາກວັດສະດຸທຳມະຊາດ ພ້ອມນັ້ນແບຣນຍັງບອກອີກວ່າ Coffee Watch ເປັນມິດກັບສິ່ງແວດລ້ອມ ແລະ ຫາກບໍ່ເຊື່ອສາມາດກວດສອບໄດ້ເລີຍ ແລະ ເມື່ອເຈົ້າສວມໃສ່ໂມງນີ້ເຈົ້າຈະໄດ້ກິ່ນຫອມຂອງກາເຟ.

Coffee Watch

“ດ້ວຍ Coffee Watch ເຮົາຕ້ອງການສະແດງໃຫ້ເຫັນວ່າວິຖີຊີວິດທີ່ຍືນຍົງນັ້ນໜ້າຕື່ນເຕັ້ນພຽງໃດ” ທາງແບຣນກ່າວ.

ທັງນີ້ ຕ້ອງຂໍຊົມເຊີຍໃນຄວາມຄິດສ້າງສັນ ແລະ ຄວາມພະຍາຍາມຂອງແບຣນທີ່ໄດ້ນຳເອົາເສດຂີ້ເຫຍື້ອຈາກກາເຟມາແປຮູບເປັນຜະລິດຕະພັນທີ່ຍືນຍົງ ທີ່ຄຽງຄູ່ໄປກັບການລົດຜົນກະທົບຕໍ່ສິ່ງແວດລ້ອມ ພ້ອມນີ້ຕົວໂມງ Coffee Watch ຍັງສວມໃສ່ສະບາຍ ແລະ ມີຄວາມສວຍງາມໄປໃນຕົວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ