ລາຍງານໃຫຍ່ເຕືອນ ໂລກກໍາລັງຈະກາຍເປັນດິນແດນແຫ່ງຫາຍະນະ ແລະ ສ່ຽງເກີດໄພພິບັດຫຼາກຫຼາຍຮູບແບບ

ລາຍງານໃຫຍ່ເຕືອນ

ຖ້າເຮົາທຸກຄົນທົ່ວໂລກບໍ່ຮ່ວມມືກັນຮັກສາສິ່ງແວດລ້ອມຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຊື່ອວ່າໃນອະນາຄົດອັນໃກ້ເຮົາອາດຈະພົບເຈິກັບໄພພິບັດຕ່າງໆຢ່າງແນ່ນອນ ເພາະຫຼ້າສຸດນີ້ໄດ້ມີລາຍງານໃຫຍ່ອອກມາເຕືອນວ່າ ໂລກເຮົາກໍາລັງຈະກາຍເປັນດິນແດນແຫ່ງຫາຍະນະ ແລະ ສ່ຽງເກີດໄພພິບັດຫຼາກຫຼາຍຮູບແບບ ເຊິ່ງເປັນຜົນມາຈາກພາວະໂລກແປປວນ ເພາະບໍ່ສາມາດປ່ອຍແກ໊ສເຮືອນແກ້ວໃຫ້ມັນລົດລົງໄດ້ທັນຕາມເປົ້າໝາຍ.

ລາຍງານໃຫຍ່ເຕືອນ

ໂດຍໃນວັນທີ 13 ກັນຍາ 2022 ທີ່ຜ່ານມາ ເວັບໄຊຂອງອົງການອຸຕຸນິຍົມວິທະຍາໂລກ (WMO) ໄດ້ອອກມາເປີດເຜີຍລາຍງານຂອງ United in Science 2022 ເຊິ່ງເກີດຈາກການຮ່ວມມືຂອງຫຼາຍອົງກອນໃຫຍ່ລະດັບໂລກທີ່ໄດ້ເຕືອນວ່າ ໂອກາດທີ່ເຮົາຈະຫຼຸດພົ້ນຈາກພາວະໂລກແປປວນນັ້ນແມ່ນລົດລົງເລື້ອຍໆ ເພາະເຮົາກໍາມຸ່ງໜ້າສູ່ ‘ດິນແດນແຫ່ງຫາຍະນະ’ ທີ່ຍັງບໍ່ມີໃຜຮູ້ຈັກມາກ່ອນ ເຊິ່ງສາເຫດທີ່ເຮັດໃຫ້ເປັນແບບນັ້ນກໍເນື່ອງມາຈາກໂລກເຮົາບໍ່ສາມາດລົດແກ໊ສເຮືອນແກ້ວໄດ້ໃນທັນທີ.

ລາຍງານໃຫຍ່ເຕືອນ

ເຖິງວ່າໃນໄລຍະທີ່ຜ່ານມາທົ່ວໂລກຈະມີການປະກາດເລື່ອງພາວະໂລກແປປວນ ແຕ່ທ່າທີການປ່ຽນແປງຈາກລັດຖະບານ ແລະທຸລະກິດຕ່າງໆ ຍັງບໍ່ເກີດຂຶ້ນໄເທົ່າທີ່ຄວນ ແລະ ທຸກມື້ນີ້ເຮົາຈະເລີ່ມເຫັນເຫດການກ່ຽວກັບສະພາບພູມອາກາດຕ່າງໆທີ່ເກີດຂຶ້ນທົ່່ວໂລກບໍ່ວ່າຈະເປັນ ນ້ຳຖ້ວມໜັກໃນປາກີສະຖານ, ຄື້ນຄວາມຮ້ອນທີ່ມີໄລຍະຍາວນານໃນຢູໂຣບ, ສະຫາລາຊະອານາຈັກ ແລະ ຈີນ ລວມເຖິງໄພແລ້ງລະດັບໃຫຍ່ໃນສະຫະລັດອາເມຣິກາ ແລະ ບາງສ່ວນຂອງອາຟຣິກາ.

ລາຍງານໃຫຍ່ເຕືອນ

ໃນຂະນະດຽວກັນ ງານສຶກສາໃໝ່ນີ້ຍັງເຜີຍວ່າ ຫາກອຸນຫະພູມຂອງໂລກເພີ່ມຂຶ້ນ 1.5 ອົງສາໂລກຈະສ່ຽງປະເຊີນກັບ climate tipping points ຫຼື ຈຸດຜັນປ່ຽນດ້ານສະພາບພູມອາກາດ ເຊິ່ງໝາຍຄວາມວ່າຜົນກະທົບຕ່າງໆຈະເກີດຂຶ້ນໄດ້ຢ່າງໄວວາ ໂດຍເປັນການປ່ຽນແປງແບບທີ່ເຮົາບໍ່ສາມາດຢ້ອນກັບໄປປ່ຽນແປງໄດ້.

ລາຍງານໃຫຍ່ເຕືອນ

ທາງດ້ານ Tasneem Essop ກໍາມະການບໍລິຫານຂອງ Climate Action Network ຊີ້ວ່າໃນງານ COP27 (ການປະຊຸມສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ) ທີ່ກໍາລັງຈະຈັດຂຶ້ນທີ່ ອີຢິບ ໃນເດືອນພະຈິກນີ້ ເຊິ່ງລັດຖະບານທີ່ເຂົ້າຮ່ວມຈະຕ້ອງມີແຜນປະຕິບັດການ ສະທ້ອນຄວາມເລັ່ງດ່ວນຂອງວິກິດ “ຂະນະນີ້ ປະຊາກອນນັບລ້ານຕ້ອງປະເຊີນກັບຜົນກະທົບດັ່ງທີ່ລາຍງານກ່າວ ຫຼັກຖານທາງວິທະຍາສາດກໍເປັນທີ່ຊັດເຈນແລ້ວ ແຕ່ການເສບຕິດເຊື້ອໄຟຟອສຊິລໂດຍບໍລິສັດທີ່ຫວັງຈະກອບໂກຍເອົາປະໂຫຍດ ແລະ ປະເທດທີ່ຮັ່ງມີ ມັນສົ່ງຜົນໃຫ້ຫຼາຍຊຸມຊົມໄດ້ຮັບຄວາມເສຍຫາຍ ເຖິງວ່າພວກເຂົາເກືອບຈະບໍ່ມີສ່ວນໃນການກໍ່ວິກິດນີ້ເລີຍ”.

ລາຍງານໃຫຍ່ເຕືອນ

ພ້ອມນີ້ ນັກວິໄຈຈາກທາງມະຫາວິທະຍາໄລ Oxford ເຜີຍວ່າ “ແບບຈໍາລອງໃນອະດີດຄາດວ່າ ການປ່ຽນຜ່ານສູ່ແຫຼ່ງພະລັງງານຄາບອນຕໍ່າມີຄ່າໃຊ້ຈ່າຍທີ່ສູງ ເຊິ່ງເຮັດໃຫ້ບໍລິສັດບໍ່ເລືອກລົງທຶນ ແລະເປັນອຸປະສັກຕໍ່ການອອກນະໂຍບາຍລົດການໃຊ້ເຊື້ອໄຟຟອສຊິລຂອງລັດ ແຕ່ໃນໄລຍະ 10 ປີທີ່ຜ່ານມານີ້ ຕົ້ນທຶນຂອງພະລັງງານສະອາດລົດລົງໄປໄວກວ່າທີ່ແບບຈໍາລອງເຫຼົ່ານີ້ຄາດໄວ້”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ