VAR ແບບງົບໜ້ອຍ! ກຳມະການໃນລີກສະໝັກຫຼິ້ນຂອງ ເຊີເບຍ ປ່ຽນຄຳຕັດສິນຫຼັງໄດ້ເບິ່ງວິດີໂອຈາກໂທລະສັບ ທີ່ແຟນບານຖ່າຍໄວ້

VAR

ກາຍເປັນທີ່ຮືຮາໃນໂລກອອນລາຍກັບວົງການບານເຕະ ເມື່ອຜູ້ຕັດສິນທ່ານໜຶ່ງໃນລີກສະໝັກຫຼິ້ນຂອງ ເຊີເບຍ ປ່ຽນຄຳຕັດສິນ ຫຼັງຈາກທີ່ໄດ້ໄປເບິ່ງພາບວິດີໂອທີ່ຖືກຖ່າຍໄວ້ໃນໂທລະສັບຂອງແຟນບານຂ້າງສະໜາມ ຄ້າຍກັບວ່າມັນເປັນ ເທັກໂນໂລຢີ VAR ໃນລີກໃຫຍ່ໆຂອງ ຢູໂຣບເລີຍ.

VAR

ໂດຍເລື່ອງມີຢູ່ວ່າ ທີມຊຸດສີຟ້າເຮັດປະຕູໄດ້ຈາກການເອົາຫົວຕີບານເຂົ້າໄປຈາກລູກເປີດ ຟຣີຄິກ ແຕ່ຜູ້ຕັດສິນກັບປະຕິເສດປະຕູດັ່ງກ່າວ ເພາະເບ່ິງມັນເປັນລູກລໍ້າໜ້າ. ແຕ່ທັນໃດນັ້ນກໍມີແຟນບານຂ້າງສະໜາມຮ້ອງມາບອກຜູ້ຕັດສິນວ່າ ມັນບໍ່ແມ່ນລູກລໍ້າໜ້າ ຂ້ອຍຖ່າຍວິດີໂອໄວ້ຢູ່.

VAR

ເຊິ່ງຫຼັງຈາກຜູ້ຕັດສິນໄດ້ແລ່ນມາເບິ່ງວິດີໂອດັ່ງກ່າວຂອງແຟນບານ ກໍໄດ້ໃຊ້ເວລາພິຈາລະນາຢູ່ພໍສົມຄວນ ກ່ອນຈະປ່ຽນຄຳຕັດສິນໃຫ້ຈັງຫວະດັ່ງກ່າວກາຍເປັນປະຕູໄດ້ ຈົນທີມຊຸດຟ້າພາການແລ່ນດີໃຈໝົດທຸກຄົນກັນເລີຍ.

ຫຼັງຈາກວິດີໂອດັ່ງກ່າວຖືກເຜີຍແຜ່ອອກໄປສູ່ສັງຄົມອອນລາຍ ກໍມີແຟນບານຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ ບາງຄົນກໍບອກວ່າ ເປັນ VAR ແບບປະຢັດຕົ້ນທຶນ, ບາງຄົນກໍບອກວ່າ ນີ້ມັນຄັກກ່ອນ VAR ຢູ່ພຣີເມຍລີກອີກ. ໂດຍປັດຈຸບັນ ວິດີໂອດັ່ງກ່າວມີຍອດຄົນເຂົ້າເບິ່ງໄປແລ້ວ ເກືອບ 2 ລ້ານຄົນ.

VAR

VAR ຫຼື ຊື່ເຕັມໆແມ່ນ Video Assistant Referee ແປເປັນລາວກໍຄື ວິດີໂອທີ່ຈະເຂົ້າມາຊ່ວຍກຳມະການໃນການຕັດສິນນັ້ນເອງ. ໂດຍຫຼັກການເຮັດວຽກຂອງ VAR ກໍຄືຈະສາຍພາບວິດີໂອຂຶ້ນມາໃຫ້ຜູ້ຕັດສິນພິຈາລະນາຄືນໃໝ່ ເພື່ອໃຫ້ຜູ້ຕັດສິນ ໄດ້ຕັດສິນແຕ່ລະຈັງຫວະໃຫ້ມີຄວາມຖືກຕ້ອງຫຼາຍທີ່ສຸດ. ໂດຍ VAR ຈະຖືກນຳມາໃຊ້ ໃນ 3 ເງື່ອນໄຂຫຼັກໆກໍຄື: ຈັງຫວະການເຮັດປະຕູ, ການເຮັດຟາວຢ່າງຮຸນແຮງທີ່ມີໂອກາດເປັນໃບແດງ ແລະ ຈັງຫວະຟາວໃນຂອບເຂດໂທດ.

VAR ຖືກຄົ້ນຄິດ ແລະ ພັດທະນາມາຕັ້ງແຕ່ ປີ 2010 ຈາກສະມາຄົມບານເຕະ ເນເທີແລນ ແລະ ຖືກປະກາດນຳໃຊ້ຢ່າງເປັນທາງການຈາກສະມາຄົມບານເຕະສາກົນ ຫຼື ວ່າ International Football Association Board ໃນປີ 2016.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ