ໄຕ້ຫວັນເກີດເຫດແຜ່ນດິນໄຫວຂະໜາດ 6.9 ສົ່ງຜົນໃຫ້ອາຄານບ້ານເຮືອນໄດ້ຮັບຄວາມເສຍຫາຍ ມີຄົນໄດ້ຮັບບາດເຈັບຫຼາຍຄົນ ແຕ່ບໍ່ພົບຜູ້ເສຍຊີວິດ

ໄຕ້ຫວັນ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າເມື່ອເວລາປະມານ 14:00 ຂອງວັນອາທິດ ທີ 18 ກັນຍາ 2022 ພື້ນທີ່ທາງຕອນໃຕ້ຂອງໄຕ້ຫວັນ ໄດ້ເກີດແຜ່ນດິນໄຫວຂະໜາດ 6.9 ສົ່ງຜົນກະທົບໜັກ, ອາຄານເປ່ເພເສຍຫາຍ ແລະມີຂະບວນລົດໄຟຕົກຮາງ ແຕ່ໃນຂະນະດຽວກັນແມ່ນຍັງບໍ່ມີລາຍງານຂອງຜູ້ເສຍຊີວິດ.

ໄຕ້ຫວັນ

ທາງດ້ານສຳນັກງານສຳຫຼວດທໍລະນີວິທະຍາຂອງສະຫະລັດ (USGS) ສາມາດວັດແທກຂະໜາດແຜ່ນດິນໄຫວຄັ້ງນີ້ໄດ້ທີ່ 7.2 ກ່ອນຈະລົດລະດັບເປັນ 6.9 ໃນພາຍຫຼັງ ເຊິ່ງມີຄວາມເລິກຢູ່ທີ່ 10 ກິໂລແມັດ. ພ້ອມກັນນັ້ນ ສຳນັກງານກົມອຸຕຸວິທະຍາຂອງໄຕ້ຫວັນກໍໄດ້ລາຍງານວ່າຈຸດສູນກາງຂອງແຜ່ນດິນໄຫວແມ່ນເກີດຂຶ້ນໃນມົນທົນໄຖຕົງ ເຊິ່ງຢູ່ພື້ນພື້ນທີ່ດຽວກັບທີ່ເກີດແຜ່ນດິນໄຫວຂະໜາດ 6.4 ເມື່ອຕອນແລງຂອງ ວັນທີ 17 ກັນຍາທີ່ຜ່ານມາ ເຊິ່ງເຫດການນີ້ຖືວ່າເປັນເຫດແຜ່ນດິນໄຫວທີ່ມີຄວາມຮຸນແຮງທີ່ສຸດຂອງເຂດໄຖຕົງໃນຮອບ 49 ປີ.

ໄຕ້ຫວັນ

ໃນສ່ວນຂອງຄວາມເສຍຫາຍຈາກເຫດການແຜ່ນດິນໄຫວລາຍງານເບື້ອງຕົ້ນລະບຸວ່າ ມີອາຄານ 2 ຊັ້ນທີ່ເປັນຮ້ານສະດວກຊື້ແຫ່ງໜຶ່ງ ໃນເມືອງຢູ່ຫຼີ່ ເປ່ເພລົງມາເຮັດໃຫ້ມີຜູ້ຕິດຢູ່ພາຍໃນ 4 ຄົນ ເຊິ່ງເຈົ້າໜ້າທີ່ກໍສາມາດຊ່ວຍອອກອອກມາໄດ້ໝົດແລ້ວ ແລະ ອີກເຫດການໜຶ່ງທີ່ລົດໄຟຕົກຮາງຈາກເຫດແຜ່ນດິນໄຫວສົ່ງຜົ່ນໃຫ້ປະຊາຊົນໄດ້ຮັບບາດເຈັບ 3 ຄົນ ແຕ່ຕອນນີ້ແມ່ນຖືກນຳຕົວສົ່ງໂຮງໝໍແລ້ວ.

ໄຕ້ຫວັນ
ໄຕ້ຫວັນ

ຫຼັງຈາກເກີດເຫດການຂຶ້ນ ໄຊ່ ອິງເຫວິນ ປະທານາທິບໍດີໄຕ້ຫວັນ ກໍໄດ້ອອກມາຖະແຫຼງເຕືອນປະຊາຊົນໃຫ້ລະວັງ aftershock (ເຫດການແຜ່ນດິນໄຫວຂະໜາດນ້ອຍທີ່ຕາມມາ) ທີ່ຈະເກີດຂຶ້ນຫຼັງຈາກນີ້  ພ້ອມລະບຸວ່າລັດຖະບານໄດ້ຈັດຕັ້ງສູນຮັບມືໄພພິບັດເພື່ອຮັບມືກັບສະຖານະການນີ້ແລ້ວ.

ໄຕ້ຫວັນ

ແລະກ່ອນໜ້ານີ້ ກົມອຸຕຸວິທະຍາຍີ່ປຸ່ນ ແລະສູນເຕືອນໄພຄື້ນຍັກສຶນາມິແຫ່ງປາຊີຟິກຂອງສະຫະລັດອາເມຣິກາ ໄດ້ປະກາດແຈ້ງເຕືອນໃຫ້ເຝົ້າລະຫວັງສຶນາມິ  ແຕ່ກໍມີການປະກາດຍົກເລີກການເຕືອນໄພໃນເວລາຕໍ່ມາ ທາງດ້ານກົມອຸຕຸວິທະຍາຂອງໄຕ້ຫວັນລະບຸວ່າ ແຜ່ນດິນໄຫວຄັ້ງນີ້ສາມາດຮັບຮູ້ໄດ້ທົ່ວໄຕ້ຫວັນ ສັ່ນສະເທືອນອາຄານໃນນະຄອນໄທເປຢູ່ໃນໄລຍະໜຶ່ງ ເພາະຕໍາແໜ່ງທີ່ຕັ້ງຂອງໄຕ້ຫວັນແມ່ນຢູ່ໃກ້ຮອຍຕໍ່ແຜ່ນເປືອກໂລກ 2 ແຜ່ນ ສົ່ງຜົນໃຫ້ມັກຈະເກີດແຜ່ນດິນໄຫວຮຸນແຮງຢູ່ເລື້ອຍໆ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ