ເພງ ກັບບໍ່ໄດ້ ຂອງ Youd Salavan ft. STS73! ຕິດເທຣນ YouTube ອັນດັບ 1 ໃນລາວ ແລະ ອັນດັບຕົ້ນໆໃນໄທ

ເພງ ກັບບໍ່ໄດ້

ວົງການເພງລາວສ້າງຊື່ສຽງອີກແລ້ວ! ເມື່ອ Youd Salavan ແລະ STS73 ສອງໜຸ່ມສຽງດີມີເອກະລັກເປັນຂອງຕົນເອງ ມາຮ້ອງເພງຮ່ວມກັນ ສຽງທັງສອງປະສານກັນຢ່າງມ່ວນຫູ ທັງຄົນລາວ ແລະ ຕ່າງປະເທດ ຕ່າງກໍຍ້ອງຍໍກັບບົດເພງຂອງພວກເຂົາທັງສອງຄົນ. ສຳລັບເພງ “ກັບບໍ່ໄດ້” ທີ່ໄດ້ລົງໃນທາງ YouTube, ທາງ ກ້ອງ ຫ້ວຍໄຣ່ ນັກຮ້ອງດັງຈາກຝັ່ງໄທ ກໍໄດ້ມາຄອມເມັ້ນ ຍ້ອງຍໍຜົນງານອີກດ້ວຍ.

Youd Salavan ຜູ້ມີສຽງເປັນເອກະລັກ ທີ່ໃນໄລຍະຫຼັງໆຈະເຫັນໃນຊ່ອງທາງ TikTok ເລື້ອຍໆ, ຕັກ ສິຣິພອນ ດາຣາ-ນັກຮ້ອງ ຊື່ດັງຈາກປະເທດໄທ ກໍເຄີຍອອກມາຍ້ອງ ແລະ ຢາກຈະປັ້ນນ້ອງ ພ້ອມດຽວກັນນັ້ນສື່ຂ່າວທາງປະເທດໄທກໍໄດ້ລົງຂ່າວອີກດ້ວຍ.

ເພງ ກັບບໍ່ໄດ້

ສ່ວນ ສຸລິ ນັນທະວົງ ຫຼື STS73 ໄວໜຸ່ມສຽງດີມີສະເໜ່ ແຣັບກໍດີ-ຮ້ອງກໍໄດ້ ທຸກເພງທັງດັງທັງມ່ວນ ຍອດວິວສູງທຸກເພງ 3 ລ້ານວິວຂຶ້ນໄປ, ບາງເພງສູງເຖິງ 40 ລ້ານວິວ ຄວາມໝາຍຂອງເພງກໍດີ ຟັງແລ້ວໄດ້ກຳລັງໃຈ ເຊັ່ນເພງ: “ຕົ້ນທຶນຊີວິດຕ່າງກັນ” ຄວາມສາມາດຂອງນ້ອງທັງຮ້ອງເອງທັງແຕ່ງເອງ ຫຼາຍຄົນຕ່າງກໍຊົມເຊີຍໃນຜົນງານຂອງນ້ອງ.

ທັງສອງຄົນນັ້ນເປັນທີ່ນິຍົມ ມີແຟນໆທັງລາວ ແລະ ໄທ ເປັນຈຳນວນຫຼາຍ. ນອກຈາກນີ້ ຄວາມສາມາດຂອງເຂົາທັງສອງ ປ່ຽນແປງຊີວິດພວກເຂົາດີຂຶ້ນຫຼາຍກວ່າທີ່ຄິດ ໄດ້ຖືກເຊີນຮ່ວມຮ້ອງກັບບັນດານັກຮ້ອງດັງຫຼາຍຄົນ ແລະ ໄດ້ອອກງານຕ່າງໆຫຼາຍເຊັ່ນດຽວກັນ.

ອ່ານບົດສຳພາດຂອງ Youd Salavan ເພີ່ມຕື່ມໄດ້ທີ່: https://cutt.ly/QVp7fQN

ຕິດຕາມຊ່ອງ YouTube ຂອງ Youd Salavan ໄດ້ທີ່: https://cutt.ly/lVp4JVr

ຕິດຕາມຊ່ອງ YouTube ຂອງ STS73 ໄດ້ທີ່: https://cutt.ly/GVp4CJs

ທີ່ມາ: https://cutt.ly/zVp4S8i

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ