ແບບນີ້ກໍໄດ້ຫວາ! John Mayer ບອກວ່າສິລະປິນທີ່ລາວຟັງເພງຫຼາຍທີ່ສຸດໃນ Spotify ຄົນນັ້ນກໍຄື “John Mayer”


ປົກກະຕິແລ້ວ ເວລາບັນດາສິລະປິນອອກງານກໍມັກຈະຖືກສຳພາດເຖິງຜົນງານ ຫຼື ເລື່ອງລາວທີ່ໜ້າສົນໃຈຂອງສິລະປິນຄົນນັ້ນໆ.

ເຊັ່ນດຽວກັນກັບສິລະປິນນັກຮ້ອງໜຸ່ມສຸດອິນດີ້ ຢ່າງ John Mayer ຄົນນີ້ທີ່ໄດ້ໄປອອກໃນລາຍການ Podcast ຂອງ Cory Wong ໃນຕົ້ນເດືອນທີ່ຜ່ານມາ ແລະ John Mayer ກໍໄດ້ໂອ້ລົມເຖິງເລື່ອງລາວຕ່າງໆ ເຊັ່ນ: ເລື່ອງເພງ, ກີຕ້າ ໄປຈົນຮອດເລື່ອງອາລະບ້ຳເພງໃໝ່ “Sob Rock” ຂອງຕົນເອງ.

ໃນຕອນໜຶ່ງຂອງລາຍການ John ໄດ້ເລົ່າເຖິງເລື່ອງສິລະປິນທີ່ລາວຟັງຫຼາຍສຸດໃນ Spotify ປີນີ້ວ່າ:

“ຮູ້ຫຼືບໍ່ ສິ່ງໜຶ່ງທີ່ເຮັດໃຫ້ຂ້ອຍຕື່ນເຕັ້ນທີ່ສຸດ ຕອນທີ່ອາລະບໍ້າ Sob Rock ອອກມາຄືຂ້ອຍສາມາດຟັງມັນໄດ້ເທິງ Spotify ບໍ່ແມ່ນ Dropbox”

“ແລ້ວເຈົ້າຮູ້ບໍວ່າໃຜເປັນສິລະປິນອັນດັບໜຶ່ງທີ່ຂ້ອຍມັກຟັງທີ່ສຸດຂອງປີຕອນ Spotify Wrap ອອກມາ”

“ຄົນນັ້ນກໍຄື John Mayer ນີ້ລະ” ຈາກນັ້ນ Cory Wong ຜູ້ທີ່ເປັນພິທິກອນຂອງລາຍການກໍໄດ້ຫົວຂວັນອອກມາ.

ທັງນີ້ John Mayer ກ່າວເສີມອີກວ່າ “ຂ້ອຍເວົ້າໃຫ້ເປັນມຸກຕະຫຼົກຫັ້ນລະ ແຕ່ຕົວຂ້ອຍເອງກໍຢູ່ໃນອັນດັບໜຶ່ງແທ້ໆ ບາງຄົນອາດຈະຕົກໃຈວ່າມີຄົນແບບນີ້ນຳຫວາ ທີ່ມັກຕົນເອງຫຼາຍທີ່ສຸດ”

ຈາກນັ້ນ John ກໍອະທິບາຍວ່າ ລາວກໍຟັງ Spotify ຢູ່ເປັນບາງຄັ້ງ ແຕ່ກໍບໍ່ມີສິລະປິນຄົນໃດທີ່ລາວຟັງຫຼາຍເປັນພິເສດ ຂະນະທີ່ຕົນເອງມັກເຂົ້າໄປຟັງເພງຂອງຕົນເອງເພື່ອກວດເບິ່ງຜົນງານ ແລະເພື່ອທີ່ຈະໄດ້ຄວາມຮູ້ສຶກຄືກັນກັບຕອນຄົນອື່ນເປີດຟັງເພງຂອງລາວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/