ປູຕິນປະກາດ! ຢູໂຣບຕ້ອງຈ່າຍຄ່າແກສທີ່ນຳເຂົ້າຈາກຣັດເຊຍເປັນເງິນ Ruble ເທົ່ານັ້ນ


ວາລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍຖະແຫຼງການຜ່ານໂທລະພາບ ເມື່ອວັນພຸດທີ 23 ມີນາທີ່ຜ່ານມານີ້ ວ່າຈະບັງຄັບໃຫ້ປະເທດໃນທະວີບຢູໂຣບ ທີ່ມີທ່າທີວ່າຈະບໍ່ເປັນມິດກັບຣັດເຊຍ ໃຫ້ຈ່າຍຄ່າແກສທີ່ນຳເຂົ້າຈາກຣັດເຊຍເປັນເງິນ Ruble ເຊິ່ງເປັນສະກຸນເງິນຂອງຣັດເຊຍເທົ່ານັ້ນ.

ໂດຍລາວກ່າວວ່າ: ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະໃຊ້ມາດຕະການ ການຈ່າຍເງິນ ການຊື້ຂາຍ ແກສຂອງເຮົາ ກັບປະເທດທີ່ມີທ່າທີວ່າຈະບໍ່ເປັນມິດກັບເຮົາ ເປັນເງິນ Ruble ເທົ່ານັ້ນ. ໂດຍມາດຕະການນີ້ຈະເລີ່ມໃຊ້ຕັ້ງແຕ່ອາທິດນີ້ເປັນຕົ້ນໄປ.

ມາດຕະການນີ້ອອກມາເພື່ອຕອບໂຕ້ ບັນດາປະເທດໃນຢູໂຣບ ແລະ ປະເທດອາເມຣິກາທີ່ໃຊ້ ມາດຕະການຂວໍ້າບາດທາງເສດຖະກິດຕໍ່ຣັດເຊຍ ຈາກບັນຫາທີ່ຣັດເຊຍໃຊ້ກຳລັງທະຫານບຸກເຂົ້າໄປໃນຢູເຄຣນ.

ແກສທຳມະຊາດ ທີ່ບັນດາປະເທດໃນຢູໂຣບນຳເຂົ້າ ປະມານ 40% ແມ່ນມາຈາກຣັດເຊຍ ເຊິ່ງປົກກະຕິແລ້ວ ຈະເຮັດສັນຍາຊື້ຂາຍເປັນເງິນຢູໂຣ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຍັງ​ສອດຄ່ອງ​ກັບ​ຄຳ​ເວົ້າກ່ອນ​ໜ້າ​ນີ້​ຂອງ​ ວາລາດິເມຍ ປູຕິນ ທີ່ໄດ້ໂອ້ລົມ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານຣັດ​ເຊຍວ່າ: “ມັນບໍ່ມີເຫດຜົນຫຍັງທີ່ຈະສົ່ງສິນຄ້າຂອງພວກເຮົາໄປ EU ຫຼືສະຫະລັດ ແລະ ໄດ້ຮັບຄ່າຈ້າງເປັນເງິນໂດລາ ຫຼື ຢູໂຣ”.

ບັນດາປະເທດທີ່ນໍາເຂົ້າແກສຂອງຣັດດເຊຍ ລ້ວນແຕ່ບໍ່ເຫັນດີກັບການປະກາດຂອງທ່ານ ປູຕິນ ຄັ້ງນີ້, ລັດຖະບານເຢຍລະມັນກ່າວວ່າ ມັນອາດຈະເປັນການລະເມີດສັນຍາ.

ໂດຍ Robert Habeck ລັດຖະມົນຕີກະຊວງເສດຖະກິດຂອງເຢຍລະມັນກ່າວວ່າ: “ການປະກາດໃຫ້ຈ່າຍເງິນເປັນ ເງິນ Ruble ນັ້ນ  ແມ່ນການລະເມີດສັນຍາ ແລະ ພວກເຮົາຈະປຶກສາຫາລືເລື່ອງນີ້ກັບບັນດາປະເທດພັນທະມິດຂອງພວກເຮົາວ່າຈະຕອບໂຕ້ແນວໃດ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/