ຊາຍຊາວອາເມຣິກາ ຖືກຕັດສິນຈຳຄຸກ 3 ປີ ຍ້ອນກູ້ເງິນສຳລັບຊ່ວຍເຫຼືອທຸລະກິດຍຸກໂຄວິດ ໄປຊື້ກາດ Pokemon ມູນຄ່າ 649 ລ້ານກີບ


Vinath Oudomsine ຊາຍອາຍຸ 31 ປີ, ອາໄສຢູ່ Dublin, ລັດ Georgia, ປະເທດອາເມຣິກາໄດ້ຖືກຈັບກຸມໃນເດືອນຕຸລາ 2021 ໃນຂໍ້ຫາ ໃຫ້ຂໍ້ມູນປອມຕໍ່ເຈົ້າໜ້າທີ່ ເພື່ອນຳເງິນມາໃຊ້ສ່ວນຕົວ.

Vinath Oudomsine ໄດ້​ຍື່ນ​ຄຳ​ຮ້ອງ​​ກູ້​ຢືມ​ເງິນ ຈາກສະຖາບັນທຸລະກິດຂະໜາດນ້ອຍ (SBA) ໃນເດືອນກໍລະກົດ 2020 ໂດຍໃນຄໍາຮ້ອງລະບຸວ່າລາວຈະໃຊ້ເງິນເພື່ອແກ້ໄຂບັນຫາຂອງທຸລະກິດທີ່ໄດ້ຮັບຜົນກະທົບຈາກ COVID-19 ເນື່ອງຈາກ 12 ເດືອນທີ່ຜ່ານມາ ມີລາຍໄດ້ພຽງແຕ່ 60.000ໂດລາ ແຕ່ຕ້ອງຮັບຜິດຊອບຈ່າຍເງິນເດືອນໃຫ້ພະນັກງານເຖິງ 10 ຄົນ.

ຫຼັງຈາກນັ້ນ ໃນກາງປີ 2021 Vinath ໄດ້ຮັບເງິນທັງໝົດ 85,000 ໂດລາ ຫຼື ປະມານ 968 ລ້ານກີບ, ແຕ່ລາວໄດ້ເອົາເງິນເຂົ້າບັນຊີສ່ວນຕົວ ​ແລະ​ ໄດ້​ພົບ​ເຫັນ​ການ​ໂອນເງິນໄປຊື​້ກາດ Pokemon ​ເປັນ​ມູນ​ຄ່າ 57,000 ​ໂດ​ລາ ຫຼື​ ປະມານ 649 ລ້ານ​ກີບ.

ນັບ​ແຕ່​ຖືກ​ຈັບ​ ​ແລະ​ ສອບ​ສວນ​ໃນ​ເດືອນ​ຕຸລາ​ຜ່ານ​ມາ ລາວ​ໄດ້​ຮັບ​ສາລະພາບ​ວ່າ​ມີ​ຄວາມ​ຜິດແທ້ ​ແລະ ໄດ້ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ 3 ປີ, ປັບ​ໃໝ 10000 ​ໂດ​ລາ ຫຼື ປະມານ 113 ລ້ານກີບ ແລະ ເມື່ອພົ້ນໂທດຈຳຄຸກແລ້ວຕ້ອງຈ່າຍເງິນເຕັມຈໍານວນຄືນໃຫ້ກັບສະຖາບັນການເງິນອີກດ້ວຍ.

ຕາງໜ້າຈາກ ສານທີ່ຕັດສິນຄະດີນີ້ ແລະ ຕາງໜ້າຈາກສະຖາບັນການເງິນ ເປີດເຜີຍພາຍຫຼັງການຕັດສິນວ່າ: ໃນໄລຍະ Covid-19 ເຈົ້າຂອງທຸລະກິດຂະໜາດນ້ອຍຈໍານວນຫລາຍໄດ້ຍື່ນຄໍາຮ້ອງເຂົ້າມາ ແຕ່ມີຫຼາຍກໍລະນີ ໄດ້ເອົາປຽບຄົນອື່ນໂດຍໃຊ້ມູນທີ່ບໍ່ຖືກຕ້ອງ ເພື່ອນຳເງິນໄປໃຊ້ສ່ວນຕົວ ແບບຟຸມເຟືອຍ. ​

ກາດ Pokemon ຖືເປັນອີກສິ່ງໜຶ່ງທີ່ນັກສະສົມກາດ ແລະ ແຟນ Pokemon ໃຫ້ຄວາມສົນໃຈ ແລະ ເປັນທີ່ນິຍົມຢ່າງກວ້າງຂວາງ ໄປທົ່ວໂລກ ໂດຍກາດທີ່ແພງທີ່ສຸດໃນໂລກທີ່ເຄີຍຊື້ຂາຍກັນແມ່ນ ມີລາຄາສູງເຖິງ 9 ແສນໂດລາ ຫຼື ປະມານ 10 ພັນລ້ານກີບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/