ແຂວງອັດຕະປື ຈະດຶງດູດເອົານັກທ່ອງທ່ຽວໃຫ້ໄດ້ 30,000 ຄົນຕໍ່ປີ


ແຂວງອັດຕະປື ມີດີຫຼາຍດ້ານເຊັ່ນ ດ້ານການທ່ອງທ່ຽວ ທີ່ມີນ້ຳຕົກຕາດຫຼາຍສາຍທີ່ໂດດເດັ່ນ ແລະ ສວຍງາມ ທີ່ທຳມະຊາດໄດ້ສ້າງຂຶ້ນເອງ. ແຕ່ລະປີຈະມີນັກທ່ອງທ່ຽວໄປທ່ຽວຊົມຕາມສະຖານທີ່ທ່ອງທ່ຽວຕ່າງໆຂອງແຂວງ ໂດຍສະເພາະນັກສຶກສາລາວທີ່ໄດ້ໄປທັດສະນະຕາມແຫຼ່ງທ່ອງທ່ຽວປະຫວັດສາດ ແລະ ທ່ອງທ່ຽວດ້ານທຳມະຊາດ. ແຕ່ມາໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ທັງນັກທ່ອງທ່ຽວພາຍໃນ-ຕ່າງປະເທດ ກໍບໍ່ໄດ້ໄປຫຼາຍເທົ່າທີ່ຄວນ ເນື່ອງຈາກຕ້ອງໄດ້ເຝົ້າລະວັງບໍ່ໃຫ້ມີການລະບາດ. ຖ້າຫາກຈະເວົ້າໃນເລື່ອງການຮັກສາມາດຕະການ ແຂວງອັດຕະປືກໍເປັນແຂວງໜຶ່ງທີ່ມີມາດຕະການທີ່ເຄັ່ງຄັດ ແລະ ເປັນແຂວງທີ່ຄົນຕິດເຊື້ອບໍ່ຫຼາຍ. ມາຮອດປັດຈຸບັນ ນະໂຍບາຍຕ່າງໆກໍໄດ້ມີການຜ່ອນຜັນ ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ປັບປ່ຽນເອົາໃຈໃສ່ໃນດ້ານການທ່ອງທ່ຽວໃຫ້ພັດທະນາຂຶ້ນ.

ຢູ່ໃນຄາດໝາຍສູ້ຊົນປີ 2022 ຂອງຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ກໍານົດໄວ້ວ່າ: ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ພາຍໃນແຂວງ ໃຫ້ໄດ້ 30,000 ຄົນ, ພ້ອມວາງຄາດໝາຍກະຈາຍລາຍໄດ້ຈາກການທ່ອງທ່ຽວ ໃຫ້ໄດ້ 10 ຕື້ກວ່າກີບ.

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປີ 2021 ແລະ ທິດທາງປີ 2022 ເມື່ອວັນທີ 11 ມີນາ 2022 ໃຫ້ຮູ້ວ່າ: ໃນປີ 2022 ນີ້ແຂວງອັດຕະປື ກໍຄືຂະແໜງການທ່ອງທ່ຽວຂອງແຂວງ ຈະສຸມໃສ່ປັບປຸງປະຕິບັດແຜນຟື້ນຟູການທ່ອງທ່ຽວ ຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 ໃນບັນດາກິດຈະກໍາຫຼັກ ແລະ ກິດຈະກໍາຍ່ອຍ ຂັ້ນແຂວງ, ເມືອງ ແລະ ພາກທຸລະກິດບໍລິການໃນແຫຼ່ງທ່ອງທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ທາງປະຫວັດສາດໃຫ້ໄດ້ 2 ແຫ່ງ.

ພ້ອມນັ້ນຍັງຈະໄດ້ມີການເຜີຍແຜ່ແຜນຟື້ນຟູການທ່ອງທ່ຽວຂອງແຂວງ ຫຼັງໂຄວິດ-19 ໃຫ້ຫົວໜ່ວຍທຸລະກິດຜູ້ປະກອຍບການ ແລະ ອຳນາດການປົກຄອງຢູ່ບັນດາເມືອງ, ສົມທົບກັບພະແນກສາທາລະນະສຸກແຂວງ ກວດກາຮັບຮອງເອົາກິດຈະການບໍລິການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃຫ້ໄດ້ໃນສະຖານທີ່ບໍລິການທີ່ສໍາຄັນ, ຮ່ວມມືກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລົງສຳຫຼວດກຳນົດຂອບເຂດ ແລະ ປັກຫຼັກໝາຍດິນສະຫງວນເພື່ອການທ່ອງທ່ຽວຢູ່ 4 ເມືອງ, ມີຈໍານວນ 18 ແຫ່ງ,  ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງສຳຫຼວດ, ເກັບກຳຂໍ້ມູນ ເພື່ອສ້າງແຜນພັດທະນາແຫຼ່ງທ່ອງທ່ຽວຕິດພັນກັບການກະສິກຳ ຢູ່ເມືອງສະໜາມໄຊ, ຊຸກຍູ້ກິດຈະການພັດທະນາຂອງບໍລິສັດທີ່ໄດ້ຮັບການອະນຸຍາດພັດທະນາແຫຼ່ງທ່ຽວ ໃຫ້ປັບປຸງພັດທະນາ ແລະ ເປີດບໍລິການຮອງຮັບແຂກໄດ້ ໃນໂອກາດລັດຖະບານເປີດປະເທດຮັບນັກທ່ອງທ່ຽວຫຼັງໂຄວິດ-19 ແລະ ຮອງຮັບນັກທ່ອງທ່ຽວ ຕາມນະໂຍບາຍສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ”

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ໃນປີ 2021 ທີ່ຜ່ານມາ ການດໍາເນີນທຸລະກິດທ່ອງທ່ຽວພາຍໃນແຂວງອັດຕະປື ໄດ້ຮັບຜົນກະທົບໜັກສົມຄວນຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາທ່ອງທ່ຽວຢູ່ພາຍໃນແຂວງມີຈໍານວນລົດລົງບໍ່ເປັນໄປຕາມແຜນການຄາດໝາຍເອົາໄວ້ໃນເບື້ອງຕົ້ນຄື: ຕາມແຜນແມ່ນ 179,000 ຄົນ,ປະຕິບັດໄດ້ພຽງແຕ່ 17,539 ຄົນ. ສ່ວນການກະຈາຍລາຍຮັບຕາມແຜນເບື້ອງຕົ້ນມີ 66 ຕື້ກີບ, ປະຕິບັດໄດ້ພຽງແຕ່ 6 ຕື້ກວ່າກີບ.

ປັດຈຸບັນທົ່ວແຂວງອັດຕະປື ມີແຫຼ່ງທ່ອງທ່ຽວດ້ານທຳມະຊາດ 39 ແຫ່ງ, ທາງດ້ານວັດທະນະທຳ 19 ແຫ່ງ, ປະຫວັດສາດ 12 ແຫ່ງ, ມີຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວທັງໝົດ 157 ຫົວໜ່ວຍ, ມີບໍລິສັດທ່ອງທ່ຽວ 3 ຫົວໜ່ວຍ, ໂຮງແຮມມີ 20 ແຫ່ງ, ຣີສອດ 1 ແຫ່ງ, ເຮືອນພັກ 34 ຫຼັງ, ຮ້ານອາຫານ 62 ຮ້ານ, ຮ້ານກິນດື່ມ 36 ຮ້ານ, ຮ້ານບັນເທີງ 1 ຫົວໜ່ວຍ ເຊິ່ງທັງໝົດເປັນພື້ນຖານທີ່ດີໃຫ້ແກ່ການບໍລິການບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ດີສົມຄວນ.

ຂໍ້ມູນຈາກ: https://bit.ly/3JiGlFW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/