Instagram ກຽມຈະເພີ່ມ NFT ເຂົ້າເປັນຟີເຈີ້ໃໝ່ໃນແອັບໄວໆນີ້


Mark Zuckerberg ຜູ້ກໍ່ຕັ້ງ Meta ທີ່ເປັນບໍລິສັດແມ່ຂອງ Instagram ໄດ້ຢືນຢັນວ່າ Instagram ຈະເພີ່ມ NFT (Non-Fungible Token) ເປັນຟີເຈີ້ໃໝ່ໃນໄວໆນີ້.

ມີຂ່າວລືເປັນເວລາດົນແລ້ວວ່າ Instagram, ແອັບແບ່ງປັນຮູບພາບແລະວິດີໂອຍອດນິຍົມຂອງໂລກ ຈະກ້າວເຂົ້າສູ່ອຸດສາຫະກໍາ NFT, ກ່ອນທີ່ Meta ຈະເຜີຍໃນເດືອນມັງກອນນີ້ວ່າບໍລິສັດກໍາລັງວາງແຜນທີ່ຈະນໍາໃຊ້ NFT ໃນ Instagram ແລະ ຮູບພາບໂປຣໄຟລ໌ເຟສບຸກ.

Mark Zuckerberg ປະກາດໃນກອງປະຊຸມ SXSW (South by Southwest) ໃນວັນອັງຄານ (15 ມີນາ) ວ່າໃນໄວໆນີ້ ຜູ້ໃຊ້ແອັບ ຈະສາມາດສ້າງ avatars ຮູບແບບ NFT. ເຊິ່ງເຂົາເຈົ້າກໍາລັງເຮັດວຽກໜັກເພື່ອເຮັດໃຫ້ສິ່ງນີ້ເປັນຈິງ.

ກ່ອນໜ້ານີ້ ບໍລິສັດຄູ່ແຂ່ງຢ່ງ Twitter ໄດ້ໃຊ້ Cryptocurrency ແລະ NFT ກ່ອນແລ້ວ, ບໍ່ວ່າຈະເປັນການຊຳລະຄ່າສິນຄ້າ ຫຼື ບໍລິການຕ່າງໆເປັນ Bitcoin ແລະ ການຮອງຮັບຮູບໂປຣໄຟລ໌ທີ່ເປັນ NFT ໃນເດືອນມັງກອນທີ່ຜ່ານມາ.

ຢ່າງໃດກໍຕາມ, Zuckerberg ຍັງບໍ່ໄດ້ເປີດເຜີຍລາຍລະອຽດ ແລະ ວັນເວລາຂອງການເປີດຕົວຄຸນສົມບັດ NFT, ແຕ່ຄາດວ່າຈະເກີດຂຶ້ນໃນອີກບໍ່ດົນນີ້.

ທີ່ຜ່ານມາບໍລິສັດ Social Media ຍັກໃຫຍ່ ໄດ້ມີຄວາມພະຍາຍາມຈະກ້າວເຂົ້າມາໃນອຸດສາຫະກໍາ crypto ມາຕະຫຼອດ. ນັບຕັ້ງແຕ່ຕົ້ນປີ 2019, ບໍລິສັດໄດ້ພະຍາຍາມເປີດຕົວ ຫຼຽນ Libra, ເຊິ່ງຕໍ່ມາໄດ້ປ່ຽນຊື່ເປັນ Diem ໃນພາຍຫຼັງ ແຕ່ໂຄງການດັ່ງກ່າວໄດ້ພົບກັບການຕອບໂຕ້ດ້ານກົດລະບຽບທີ່ຮຸນແຮງ ຈົນຕ້ອງຍົກເລີກໄປ. ໃນທີ່ສຸດໂຄງການດັ່ງກ່າວໄດ້ຖືກຂາຍໃຫ້ Silvergate Capital ເຊິ່ງເປັນທະນາຄານຜູ້ໃຫ້ບໍລິການແກ້ໄຂບັນຫາ ແລະ ການບໍລິການດ້ານພື້ນຖານໂຄງລ່າງດ້ານການເງິນໃຫ້ແກ່ຜູ້ເຂົ້າຮ່ວມໃນອຸດສາຫະກໍາສະກຸນເງິນດິຈິຕອນ.

ຫຼັງຈາກນັ້ນ, Facebook ໄດ້ປະກາດການປ່ຽນຊື່ຂອງບໍລິສັດເປັນ Meta ໃນເດືອນຕຸລາຂອງປີທີ່ຜ່ານມາ ແລະ ເຂົ້າໄປໃນໂລກ Metaverse ຢ່າງເຕັມຕົວ, ເຊິ່ງມີການເຜີຍວ່າ ການແຜ່ລະບາດຂອງ Covid-19 ໄດ້ເຮັດໃຫ້ຜູ້ຄົນມີປະຕິສຳພັນທາງອິນເຕີເນັດຫຼາຍຂຶ້ນ, ດັ່ງນັ້ນ ໂລກ virtual ຫຼື ໂລກສະເໝືອນແມ່ນໂອກາດສຳຄັນຂອງບໍລິສັດ Meta. ການປະກາດເທື່ອນີ້ເຮັດໃຫ້ Metaverse ໄດ້ຮັບຄວາມສົນໃຈຫຼາຍ ແລະ ຫຼາຍຫຼຽນໃນຕະຫຼາດທີ່ກ່ຽວຂ້ອງກັບກະແສກໍເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຢ່າງໃດກໍຕາມ, ຜົນໄດ້ຮັບຂອງໄຕມາດສຸດທ້າຍຂອງປີ 2021 ຖືໄດ້ວ່າໜ້າຜິດຫວັງຫຼາຍ. ເນື່ອງຈາກວ່າຜູ້ໃຊ້ Facebook ມີໜ້ອຍລົງ ແລະ ບໍລິສັດຍັງໃຊ້ເງິນຈໍານວນຫຼາຍໃນການພັດທະນາ ເຊິ່ງຍັງບໍ່ເກີດຜົນກໍາໄລ ສິ່ງນີ້ເຮັດໃຫ້ນັກລົງທຶນບາງສ່ວນສູນເສຍຄວາມໝັ້ນໃຈໃນບໍລິສັດ ແລະ ຮຸ້ນ Meta ປັບຕົວລົງຫຼາຍກວ່າ 20%, ແຕ່ການປະກາດຄຸນສົມບັດ NFT ໃນ Instagram ໄດ້ເຮັດໃຫ້ຮຸ້ນ Meta ປັບຂຶ້ນ 3% ໃນວັນທີ 16 ມີນາທີ່ຜ່ານມາ ປະມານ 200 ໂດລາ ຕໍ່ຮຸ້ນ.

NFT ຫຍໍ້ມາຈາກ Non-Fungible Token, ເປັນຊັບສິນດິຈິຕອນທີ່ສະແດງເຖິງຄວາມເປັນເຈົ້າຂອງຊັບສິນ, ເປັນເອກະລັກ ມັນບໍ່ສາມາດທົດແທນ ຫຼື ປອມແປງໄດ້. ໃນປັດຈຸບັນມັນເປັນທີ່ນິຍົມໃນໝູ່ນັກສະສົມສິນຊັບດິຈິຕອນເຊັ່ນ: ຮູບແຕ້ມ, ຮູບຖ່າຍ, ດົນຕີ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/