ອະດີດນັກມວຍດັງ Mike Tyson ເຮັດກັນຊາອັດເມັດຂາຍ ເປັນຮູບຫູຂອງ Evander Holyfield ທີ່ຖືກຕົນເອງກັດເມື່ອປີ 1997


ເສິກມວຍສາກົນຮຸ່ນໃຫຍ່ ຄູ່ລະຫວ່າງ Mike Tyson ພົບກັບ Evander Holyfield, 2 ນັກຊົກຈາກສະຫະລັດອາເມຣິກາ ໃນປີ 1997 ຖືກຍົກໃຫ້ເປັນອີກໜຶ່ງເສິກໂດ່ງດັງທີ່ສຸດໃນໂລກ ໃນແງ່ທີ່ບໍ່ຄ່ອຍດີປານໃດ ເມື່ອຜົນຈົບລົງໂດຍການທີ່ Mike Tyson ຖືກປັບໃຫ້ຟາວ ເນື່ອງຈາກລາວໄດ້ໄປໂດດກັດຫູ ຂອງ Evander Holyfield ແບບນອກເກມ ຈົນເລືອດອາບໝົດຕົວ.

ເຖິງເວລາຈະຜ່ານໄປເປັນເວລາຮອດ 25 ປີແລ້ວ ແຕ່ແຟນມວຍທົ່ວໂລກ ກໍຍັງບໍ່ລືມເຫດການນີ້ ລວມໄປເຖິງຕົວຂອງ Mike Tyson ເອງ ທີ່ຫຼ້າສຸດອອກຜະລິດຕະພັນໃໝ່ມາຂາຍ ເປັນກັນຊາອັດເມັດໂດຍຖືກອອກແບບໃຫ້ມີຮູບຮ່າງຄ້າຍຄືກັບ ຫູທີ່ແວ່ງຂອງ Evander Holyfield ຄູ່ຊົກຂອງລາວ ເຊິ່ງຖືກລາວກັດໄປເມື່ອ 25 ປີກ່ອນ ແລະ ອອກຈຳໜ່າຍໃນຊື່ຍີ່ຫໍ້ວ່າ “Mike Bite”.

Mike Bite ຫຼື ກັນຊາອັດເມັດຮູບຫູແວ່ງ ເປັນຜະລິດຕະພັນໃໝ່ ຂອງ Mike Tyson ທີ່ເຮັດອອກມາຂາຍ ໃນປີ 2022 ນີ້ ແລະ ຖືເປັນສ່ວນໜຶ່ງໃນການຂະຫຍາຍອານາຈັກ ຂອງ Tyson Holistic ເປັນບໍລິສັດທີ່ Mike Tyson ສ້າງຂຶ້ນໂດຍເນັ້ນຂາຍສິ່ງທີ່ກ່ຽວຂ້ອງກັບກັນຊາເຊັ່ນ: ກັນຊາລະດັບພຣີມຽມ, ສານສະກັດຈາກກັນຊາ, ອາຫານທີ່ມີສ່ວນປະສົມຂອງກັນຊາ ຫຼື ການນຳກັນຊາມາເຂົ້າໃນອຸດສາຫະກຳຕ່າງໆ ເຊັ່ນ: ລາວມີໂຄງການທີ່ຈະສ້າງໂຮງແຮມ ແລະ ຣີສອດກັນຊາ ໂດຍຕັ້ງໃຈໃຫ້ມັນເປັນດິນແດນມະຫັດສະຈັນ ແລະ ເປັນສະຫວັນຂອງຄົນຮັກກັນຊາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/