Apple ຟ້ອງສິລະປິນທີ່ໃຊ້ນາມແຝງວ່າ “Franki Pineapple” ຍ້ອນວ່າມີຊື່ທີ່ຄ້າຍຄືກັນຈົນເກີນໄປ


ເຄີຍບໍ່ ເວລາທີ່ເຮົາຕັ້ງສາຍາຫຼືຕັ້ງຊື່ໃນວົງການໃດໜຶ່ງໃຫ້ກັບຕົນເອງ ແຕ່ມັນໄປມີຊື່ໃກ້ຄຽງກັບຄົນອື່ນ ຈົນອາດເຮັດໃຫ້ເກີດຄວາມສັບສົນໄດ້. ແລະສຳລັບ Apple ບໍລິສັດເທັກໂນໂລຢີຊັ້ນນຳຂອງໂລກ ການທີ່ຄົນຫຼືອົງກອນໃດໜຶ່ງຖ້າຫາກມີການຕັ້ງຊື່ໃກ້ຄຽງອາດເປັນເລື່ອງໃຫຍ່ໄດ້.

ເພາະເມື່ອບໍ່ດົນມານີ້ Apple ໄດ້ເຮັດການຍື່ນຟ້ອງ Stephanie Carlisi ສິລະປິນສາວ ທີ່ລາວໄດ້ໃຊ້ນາມແຝງວ່າ ‘Franki Pineapple’ ໂດຍທາງ Apple ບອກວ່າຊື່ Pineapple (ໝາກນັດ) ຂອງລາວໃກ້ຄຽງກັບຄຳວ່າ Apple ຫຼາຍເກີນໄປ ແລະ ອາດສ້າງຄວາມເສື່ອມເສຍໃຫ້ກັບບໍລິສັດໄດ້.

ຕາມເອກະສານຍື່ນຟ້ອງລະບຸວ່າ Apple ແລະ Pineapple ນັ້ນເປັນຊື່ໃນຕະກຸນໝາກໄມ້ໝົດສອງ ຈຶ່ງອາດເຮັດໃຫ້ເກີດການເໝົາລວມໃນດ້ານການເຮັດທຸລະກິດ. ນອກຈາກນີ້ໂລໂກ້ Franki Pineapple ຂອງນັກຮ້ອງຍິງ Stephanie Carlisi ນັ້ນເປັນຮູບໝາກນັດລະເບີດ ເຊິ່ງອາດຖືກເບິ່ງວ່າມີຄວາມເຊື່ອມໂຍງກັບໂລໂກ້ໝາກແອັບເປິ້ນຂອງບໍລິສັດໄດ້.

ທັງນີ້ການທີ່ບໍລິສັດລະດັບໂລກໄດ້ເຮັດການຟ້ອງນັກຮ້ອງຍິງຄົນນີ້ ທີ່ມີຜູ້ຟັງໃນ Spotify ພຽງ 7 ຄົນຕໍ່ເດືອນ ອາດເປັນເລື່ອງທີ່ເຮັດໃຫ້ຫຼາຍຄົນເກີດຄວາມແປກໃຈແລະຂໍ້ສົງໄສ ຢ່າງໃດກໍຕາມການຍື່ນຟ້ອງໃນຄັ້ງນີ້ບໍ່ແມ່ນຄັ້ງທຳອິດທີ Apple ໄດ້ເປີດເສິກກັບທຸລະກິດ ຫຼື ແບຣນຂະໜາດນ້ອຍ ເຊິ່ງໃນຫຼາຍຄັ້ງ ເມື່ອຜູ້ທີ່ຖືກຟ້ອງເຫັນຊື່ Apple ບາງຄົນກໍຕ້ອງຕັດສິນໃຈຍອມແພ້ ເພາະວ່າບໍ່ມີຕົວເລືອກຫຼືເງິນພຽງພໍທີ່ຈະຕໍ່ຮອງໄດ້.

ແຕ່ມັນບໍ່ແມ່ນສຳລັບ Stephanie, ລາວໄດ້ເວົ້າເຖິງກໍລະນີນີ້ວ່າ “ໂລໂກ້ແລະຊື່ແຝງຂອງລາວບໍ່ໄດ້ມີສ່ວນກ່ຽວກັບ Apple ເລີຍ” ພ້ອມກັບຕັ້ງຄຳຖາມໄປເຖິງ Apple ວ່າ “ຄືເຈົ້າຈະບອກວ່າເຮົາບໍ່ມີສິດຈະເອົາຊື່ໝາກໄມ້ຫຼືອີ່ຫຍັງກໍຕາມທີ່ກ່ຽວຂ້ອງກັບໝາກແອັບເປິ້ນມາໃຊ້ໄດ້ຫວາ?”.

ຫຼັງຈາກຢື່ນຟ້ອງ Stephanie ກໍຍັງກ້າວໜ້າຕໍ່ສູ້ແບບບໍ່ຢ້ານ ຈົນໃນທີ່ສຸດລາວກໍຊະນະຄະດີໄປ ໂດຍໄດ້ລະບຸສາເຫດໃນເຄື່ອງໝາຍການຄ້າວ່າ Franki Pineapple ບໍ່ແມ່ນຊື່ແທ້ຂອງລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/