ເຮົາຕ້ອງດື່ມນ້ຳມື້ລະ 8 ຈອກ ແທ້ຫຼືບໍ່?


“ເຮົາຕ້ອງດື່ມນ້ຳມື້ລະ 8 ຈອກ ເພື່ອສຸຂະພາບທີ່ດີ” ທຸກມື້ນີ້ປະໂຫຍກດັ່ງກ່າວໄດ້ຖືກນຳມາເວົ້າກັນໄປທົ່ວ ຈົນກາຍເປັນເລື່ອງທີ່ທຸກຄົນຕ້ອງຮັບຮູ້ພ້ອມເຊື່ອວ່າຖ້າດື່ມຄົບ 8 ຈອກແລ້ວຈະສຸຂະພາບດີແນ່ນອນ. ແຕ່ເລືອງນີ້ມັນແມ່ນແທ້ຫຼືບໍ່?

ເລື່ອງມັນເລີ່ມຈາກປີ 1945, ເມື່ອຄະນະກຳມະການອາຫານແລະໂພຊະນາການ ຈາກສະພາວິໄຈແຫ່ງຊາດອາເມຣິກາໄດ້ລາຍງານຂໍ້ມູນໃຫ້ແກ່ປະຊາຊົນວ່າ “ມະນຸດໃນໄວຜູ້ໃຫຍ່ ຄວນດື່ມນ້ຳມື້ລະ 2.5 ລິດ ແລະນ້ຳສ່ວນໃຫຍ່ກໍມີຢູ່ໃນອາຫານທີ່ເຮົາກິນທຸກມື້ຢູ່ແລ້ວ”

ເມື່ອໄດ້ຍິນແບບນັ້ນ, ຫຼາຍຄົນກໍໄດ້ເຫັນວ່າມັນເປັນຂໍ້ມູນສຳຄັນທີ່ຈະນຳໄປເຜີຍແຜ່ ໂດຍບອກວ່າມະນຸດເຮົາຄວນດື່ມນ້ຳມື້ລະ 2.5 ລິດ ຫຼື ເທົ່າກັບ 8 ຈອກໂດຍປະມານ. ແຕ່ກໍລືມປະໂຫຍກສຸດທ້າຍໄປ ເຊິ່ງມັນກໍມີຄວາມສຳຄັນບໍ່ຕ່າງກັນວ່າອາຫານທີ່ເຮົາກິນຢູ່ທຸກມື້ນັ້ນກໍມີນ້ຳຢູ່ແລ້ວ. ໃນຄວາມເປັນຈິງນັ້ນ, ຮ່າງກາຍເຮົາຕ້ອງການນ້ຳມື້ໜຶ່ງປະມານ 2.5 ລິດ ແຕ່ເຮົາກໍໄດ້ຮັບນ້ຳມາຈາກຫຼາກຫຼາຍຮູບແບບບໍ່ວ່າຈະເປັນຊາ, ນົມ, ກາເຟ ໄປຈົນຮອດເຄື່ອງດື່ມແອລກໍຮໍ. ນອກຈາກເຄື່ອງດື່ມທີ່ເປັນນ້ຳແລ້ວກໍຍັງມີຜັກ ແລະ ໝາກໄມ້ທີ່ບັນຈຸນ້ຳໄວ້ຫຼາຍ ລວມໄປເຖິງອາຫານທີ່ຄົນເຮົາບໍລິໂພກໃນຊີວິດປະຈຳວັນ. ດ້ວຍເຫດນັ້ນ, ຖ້າເຮົາຍັງຕ້ອງດື່ມນ້ຳອີກ 8 ຈອກ, ມັນເທົ່າກັບວ່າເຮົາອາດຈະໄດ້ຮັບນ້ຳໃນປະລິມານທີ່ຫຼາຍກວ່າ 2.5 ລິດໄປແລ້ວ.

ສະນັ້ນແລ້ວ ການດື່ມນ້ຳ 8 ຈອກຕໍ່ມື້ກໍບໍ່ແມ່ນສິ່ງທີ່ຜິດ ແຕ່ກໍບໍ່ໄດ້ມີຜົນຊ່ວຍໃຫ້ສຸຂະພາບຂອງເຮົາດີຂຶ້ນເຊັ່ນກັນ. ພ້ອມກັບຄວນລະວັງບໍ່ໃຫ້ດື່ມນ້ຳຫຼາຍເກີນໄປ ເນື່ອງຈາກວ່າມັນຈະມີຜົນໃຫ້ໂຊດຽມໃນເລືອດຈາງລົງຈົນເກີດສະພາວະໂຊດຽມຕ່ຳ (Hyponatremia) ເຊິ່ງຈະເຮັດໃຫ້ສະໝອງບວມ ແລະ ຕາຍໄດ້. ສະຫຼຸບແລ້ວ ບໍ່ວ່າສິ່ງໃດກໍຄວນບໍລິໂພກໃນປະລິມານທີ່ພໍດີ, ສິ່ງໃດທີ່ຫຼາຍເກີນໄປກໍອາດໃຫ້ໂທດແກ່ເຮົາໄດ້.

ຂອບໃຈຂໍ້ມູນຈາກ: https://cutt.ly/ME1lWsl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/