ວັນທີ 11 ຕຸລາ ວັນເດັກຍິງສາກົນ


ວັນເດັກຍິງສາກົນ ຫຼື International Day of the Girl Child ກົງກັບວັນທີ 11 ຕຸລາ ຂອງທຸກໆປີ ກຳນົດໂດຍອົງການສະຫະປະຊາດ ເພື່ອໃຫ້ທົ່ວໂລກຄຳນຶງເຖິງສິດ ແລະ ໂອກາດຂອງເດັກນ້ອຍຍິງ ໃຫ້ໄດ້ຮັບການພັດທະນາໃນດ້ານຕ່າງໆ ທັງການສຶກສາ ແລະ ການເຂົ້າເຖິງສາທາລະນະສຸກ ເທົ່າທຽມກັບເພດຊາຍ.

ຂໍ້ມູນຈາກ UNICEF ເຜີຍວ່າ 90% ຂອງປະຊາກອນເດັກປະມານ 1,000 ລ້ານຄົນໃນໂລກ ເຊິ່ງໃນນັ້ນ ເພດຍິງ 600 ລ້ານຄົນ ແມ່ນອາໄສຢູ່ປະເທດດ້ອຍພັດທະນາ ຍັງມີຈຳນວນຫຼາຍທີ່ຍັງເຂົ້າບໍ່ເຖິງການສຶກສາ ແລະ ການພັດທະນາດ້ານຕ່າງໆ, ມື້ນີ້ ຈຶ່ງກຳນົດຂຶ້ນເພື່ອໃຫ້ທົ່ວໂລກເຫັນເຖິງບັນຫາດັ່ງກ່າວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/