ທາງລົດໄຟເປີດແທ້ແນ່ນອນ ໃນວັນທີ 2 ທັນວາ 2021! ເພື່ອເປັນຂອງຂວັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ


ເປີດແທ້ແນ່ນອນ 2 ທັນວາ 2021 ທີ່ຈະມາເຖິງນີ້, ເຊິ່ງທາງນາຍົກລັດຖະມົນຕີ ໄດ້ປະກາດຢ່າງທາງການ ນັບໄດ້ວ່າເປັນອີກຂ່າວດີຂອງປະຊາຊົນລາວ ທີ່ຄອຍຖ້າການນຳໃຊ້ທາງລົດໄຟມາໂດຍຕະຫຼອດ ແລະ ນີ້ກໍເປັນຂອງຂວັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ທີ່ທາງລັດຖະບານຈະມອບໃຫ້ຄົນລາວເຮົາ.

ການພົບປະສື່ມວນຊົນທົ່ວປະເທດ ໂດຍຜ່ານລະບົບທາງໄກຢູ່ຫ້ອງວ່າການສຳນັກງານນາຍົກ, ທາງລົດໄຟລາວ-ຈີນ ເປີດນຳໃຊ້ຢ່າງແນ່ນອນ ເຊິ່ງທາງລົດໄຟດັ່ງກ່າວ ຖ້ານຳໃຊ້ປົກກະຕິແມ່ນຈະນຳເອົາຜົນປະໂຫຍດຢ່າງຫຼວງຫຼາຍມາໃຫ້ປະເທດລາວ ເພາະຈະໃຊ້ເພື່ອຮັບເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ລວມໄປເຖິງການຂົນສົ່ງສິນຄ້າປະເພດຕ່າງໆ ຈາກລາວສູ່ຕ່າງປະເທດ ແລະ ຈາກຕ່າງປະເທດເຂົ້າມາລາວ.

ປັດຈຸບັນ ລັດຖະບານ ກຳລັງວາງແຜນເພື່ອເປີດເດີນທາງລົດໄຟ ຢ່າງມີຈຸດສຸມ ແລະ ຮັບປະກັນຄວາມປອດໄພທຸກດ້ານ ໂດຍເບື້ອງຕົ້ນຈະເນັ້ນການຂົນສົ່ງສິນຄ້າ ຈາກນັ້ນແມ່ນຕ້ອງໄດ້ເບິ່ງຕາມເງື່ອນໄຂຕົວຈິງ ເພື່ອຂົນສົ່ງນັກທ່ອງທ່ຽວ ແລະ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ, ກະຊວງທີ່ກ່ຽວຂ້ອງກໍຕ້ອງໄດ້ເປັນເຈົ້າການດ້ານນີ້ຮ່ວມກັນ.

ເພື່ອຮຽກຮ້ອງໃຫ້ເປີດລົດໄຟລາວ-ຈີນ ໃນປີນີ້ ພາກສ່ວນທີ່ຮັບຜິດຊອບໄດ້ມີແຜນ ແລະ ກຽມວຽກງານຕ່າງໆ ທີ່ກ່ຽວຂ້ອງໄວ້ໝົດແລ້ວ, ສຳລັບ ການກໍ່ສ້າງລົດໄຟລາວ-ຈີນ ແມ່ນໄດ້ວາງສີລາລຶກການກໍ່ສ້າງໄວ້ຢ່າງເປັນທາງການໃນວັນທີ 2 ທັນວາ ປີ 2015 ເພື່ອເປັນຂອງຂວັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວຄົບຮອບ 40 ປີ.

ທາງລົດໄຟລາວ-ຈີນ ມີຄວາມຍາວປະມານ 400 ກວ່າກິໂລແມັດ ຜ່ານ 5 ແຂວງຂອງປະເທດລາວຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ. ເປັນອີກໜຶ່ງໃນການຈັດຕັ້ງ ແລະ ການວາງແຜນຍຸດທະສາດ ການເຊື່ອມໂຍງຈອດພາກພື້ນ ກໍຄືຍຸດທະສາດປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີການເຊື່ອມຈອດຂອງ ສ.ປ.ປ ລາວ.

ຂອບໃຈຂໍ້ມູນຈາກ: https://bit.ly/3v2GcA0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/