Facebook

Facebook ນັ້ນເປັນແອັບພິເຄຊັນໜຶ່ງທີ່ໝັ່ນພັດທະນາຕົວລະບົບ ແລະ ມັກຈະຜະລິດຟີເຈີໃໝ່ອອກມາໃຫ້ຜູ້ໃຊ້ຄືເຮົາຮູ້ສືກຕື່ນເຕັ້ນຢູ່ສະເໝີ ເພາະເມື່ອຫຼ້າສຸດນີ້ ເບິ່ງຄືວ່າທາງ Facebook ຈະເພີ່ມລູກຫຼິ້ນໃໝ່ເຂົ້າມາໃນຕົວລະບົບ ໂດຍມີລາຍງານວ່າແອັບຕົວ F ສີຟ້າຊື່ດັງກໍາລັງທົດສອບລະບົບໂດຍໃຫ້ຜູ້ໃຊ້ງານສາມາດສະຫຼັບ ໂປຣໄຟລ໌ ການໃຊ້ງານໄດ້ສູງສຸດເຖິງ 5 ໂປຣໄຟລ໌ ເພື່ອຫວັງຈະເປັນການເພີ່ມຍອດໂພສ, ຍອດແຊຣ໌ ແລະເປັນການດຶງດູດໃຫ້ກຸ່ມໄວໜຸ່ມທີ່ນິຍົມຫຼິ້ນ TikTok ໃຫ້ກັບມາໃຊ້ Facebook ຫຼາຍຂຶ້ນ.

Facebook

ເຊິ່ງໃນໄລຍະທົດສອບນີ້ຜູ້ໃຊ້ງານ Facebook ບາງຄົນຈະສາມາດສ້າງໂປຣໄຟລ໌ ຂຶ້ນມາເພີ່ມໄດ້ອີກ 4 ໂປຣໄຟລ໌ (ລວມກັບໂປຣໄຟລ໌ເກົ່າເປັນ 5) ແລະແຕ່ລະໂປຣໄຟລ໌ກໍບໍ່ຈໍາເປັນຕ້ອງໃສ່ຂໍ້ມູນລະບຸຕົວຕົນຂອງຜູ້ໃຊ້ເຊັ່ນ: ຊື່-ນາມສະກຸນແທ້ ເປັນຕົ້ນ. ພ້ອມທັງໂປຣໄຟລ໌ທີ່ເພີ່ມຂຶ້ນມາໃໝ່ນີ້ຈະສາມາດສະແດງໜ້າຟີດສະເພາະກຸ່ມເຊັ່ນ: ໝູ່ເພື່ອນ, ເພື່ອນຮ່ວມງານ ຫຼືຄອບຄົວ ແຕ່ວ່າຈະສາມາດຄອມເມັ້ນຫຼືກົດຖືກໃຈໂພສຂອງຄົນອື່ນໄດ້ພຽງໂປຣໄຟລ໌ດຽວເທົ່ານັ້ນ.

Facebook

ການຕັດສິນໃຈດັ່ງກ່າວເປັນອີກແນວທາງຂອງ Meta ທີ່ພະຍາຍາມຈະເພີ່ມຍອດມີສ່ວນຮ່ວມ (Engagement) ເທິງ Facebook ຫຼັງຈາກໄລຍະທີ່ຜ່ານມາເກີດບັນຫາທີ່ຍອດຜູ້ໃຊ້ງານມີການເຕີບໃຫຍ່ຊ້າ ແລະມີຄູ່ແຂ່ງຄົນສໍາຄັ້ນນັ້ນກໍຄື TikTok ທີ່ໄດ້ເຂົ້າມາຕີຕະຫຼາດຜູ້ໃຊ້ ແລະດຶງຜູ້ໃຊ້ງານອອກໄປເປັນຈໍານວນຫຼາຍ.

ເຖິງວ່າໂປຣໄຟລ໌ເສີມນີ້ຈະບໍ່ຈຳເປັນຕ້ອງລະບຸຊື່ຂອງຜູ້ໃຊ້ ແຕ່ມັນກໍຍັງເຊື່ອມຕໍ່ກັບບັນຊີຫຼັກຂອງຜູ້ໃຊ້ຢູ່ດີ ເຮັດໃຫ້ຜູ້ໃຊ້ຈະຕ້ອງໃຊ້ງານຕາມນະໂຍບາຍຂອງ Facebook ແລະການລະເມີດນະໂຍບາຍໃນ 1 ໂປຣໄຟລ໌ຈະສົ່ງຜົນກະທົບກັບໂປຣໄຟລ໌ທີ່ເຫຼືອອີກພ້ອມ.

Facebook

ຢ່າງໃດກໍຕາມ ຈາກການປ່ຽນແປງຄັ້ງນີ້ແມ່ນຈະບໍ່ສົ່ງຜົນກະທົບຕໍ່ວິທີຄໍານວນຍອດຜູ້ໃຊ້ງານລາຍວັນຫຼືລາຍເດືອນ ຂອງ Meta, ນອກຈາກນີ້ ລະບົບເພີ່ມໂປຣໄຟລ໌ຂອງ Facebook ແມ່ນຈະເລີ່ມທົດສອບແນວທາງດັ່ງກ່າວສະເພາະກຸ່ມຜູ້ໃຊ້ໃນສະຫະລັດອາເມຣິກາບາງສ່ວນເທົ່ານັ້ນ ລວມໄປຮອດບາງປະເທດເທົ່ານັ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ