Elon Musk

Tesla ຖືເປັນບໍລິສັດທີ່ຜະລິດລົດໄຟຟ້າ ທີ່ໂດ່ງດັງເປັນອັນດັບຕົ້ນໆຂອງໂລກ ໂດຍມີນາຍໃຫຍ່ເປັນ ອີລອນ ມັສ (Elon Musk) ມະຫາເສດຖີອັນດັບຕົ້ນໆຂອງໂລກ ແລະ ໃນລົດ Tesla ມີຟີເຈີ້ Arcade ທີ່ຈະມອບຄວາມສຸກໃຫ້ກັບຜູ້ຂັບຂີ່ ແລະ ຜູ້ໂດຍສານ ໃຫ້ສາມາດຫຼິ້ນເກມໃນໜ້າຈໍສຳຜັດໄດ້ ເຊິ່ງມີເກມໃຫ້ເລືອກຫຼິ້ນຫຼາຍເກມເຊັ່ນ: Cuphead ແລະ Sonic the Hedgehog 1.

ຫຼ້າສຸດ ມັສ ໄດ້ປະກາດເອົາໃຈລູກຄ້າ Tesla ທີ່ເປັນຄໍເກມ ວ່າ Tesla ກຳລັງລວບລວມເກມຈາກ Steam (ແພລັດຟອມຫຼິ້ນເກມ ໃນ PC) ເຂົ້າມາຢູ່ໃນລົດ Tesla ໃຫ້ໄດ້ຫຼາຍທີ່ສຸດ.

ໂດຍ ອີລອນ ມັສ  ໄດ້ຕອບໂພສໜຶ່ງ ໃນ twitter ທີ່ບອກລາວວ່າ ເຈົ້າຮູ້ບໍ່ວ່າລົດໄຟຟ້າ Tesla ເປັນເກມ Console?  ລູກໆຂອງຂ້ອຍມັກຫຼິ້ນເກມຂະນະທີ່ຢູ່ໃນລົດ. ແລະ ອີລອນ ມັສ ກໍໄດ້ໂພສຂໍ້ຄວາມຕອບກັບວ່າ: ພວກເຮົາກຳລັງດຳເນີນການລວບລວມ Steam ຊອຟແວ ສຳລັບຫຼິ້ນເກມ ແລະ ຊື້ເກມ ເພີ່ມເຂົ້າມາໃນລົດ ແລະ ໜ້າຈະໃຊ້ໃນ ແບບທົດລອງ (Demo) ໃນເດືອນໜ້າ.

Elon Musk

ກ່ອນໜ້ານີ້ ໃນເດືອນ ມັງກອນ 2021 Tesla ໄດ້ເປີດຕົວລົດໄຟຟ້າຮຸ່ນ Model S ແລະ Model X ທີ່ປັບປຸງໃໝ່ ເຊິ່ງມາພ້ອມກັບລະບົບສາລະບັນເທີງ (Infotainment) ທີ່ສາມາດຫຼິ້ນເກມຕ່າງໆໃນ PC ໄດ້ເຊັ່ນ Witcher 3 ແລະ ເຄີຍອ້າງວ່າຫຼິ້ນໄດ້ຮອດ Cyberpunk ເກມທີ່ຖືວ່າຕ້ອງການສະເປກທີ່ສູງພໍສົມຄວນໃນການຫຼິ້ນເກມນີ້. ແລະ ໃນງານ Computex 2021 ທາງ AMD ບໍລິສັດຜະລິດ GPU ກໍໄດ້ເຜີຍວ່າ ລະບົບສາລະບັນເທີງ ໃນລົດ Model S ແລະ Model X ຂອງ Tesla ນັ້ນ ໄດ້ໃຊ້ໜ່ວຍປະມວນຜົນ ຂອງ AMD Ryzen ແລະ GPU AMD RDNA 2 ທີ່ສາມາດຫຼິ້ນເກມລະດັບ AAA ໄດ້.

Elon Musk

ເຊິ່ງໜ້າສົນໃຈວ່າເມື່ອເປັນແບບນີ້ ໃນອະນາຄົດ ເຮົາອາດຈະໄດ້ຫຼິ້ນເກມ ລະດັບ AAA ໃນລົດ Tesla ແບບຈິງຈັງ ແລະ ອາດຈະມາປະຕິວັດວົງການເກມ ແລະ ວົງການລົດໄຟຟ້າ ກໍເປັນໄປໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ