ງານ Pride

ເຖິງຈະຜ່ານ Pride month ຫຼື ເດືອນແຫ່ງຄວາມຫຼາກຫຼາຍທາງເພດມາແລ້ວ ແຕ່ເມື່ອວັນທີ 16 ກໍລະກົດ 2022 ທີ່ຜ່ານມາ ທີ່ກຸງໂຊລ ປະເທດເກົາຫຼີໃຕ້ ກໍໄດ້ມີການຈັດກິດຈະກໍາທີ່ກ່ຽວຂ້ອງກັບ LGBTQ+ ໂດຍແມ່ນການຈັດງານທີ່ມີຊື່ວ່າ  ‘Seoul Queer Culture Festival’ ເພື່ອເປັນການສະເຫຼີມສະຫຼອງແລະສະໜັບສະໜູນກຸ່ມຄົນຫຼາກຫຼາຍທາງເພດ (LGBTQ+) ເຊິ່ງພາຍໃນງານໄດ້ຮັບຄວາມສົນໃຈຈາກປະຊາຊົນກັນຢ່າງຫຼວງຫຼາຍ ໂດຍມີຄົນເຂົ້າຮ່ວມຫຼາຍກວ່າ 13,000 ຄົນ.

ງານ Pride

ເຮີຣິເຄນ ກິມຈິ (Hurricane Kimchi) ຜູ້ເຂົ້າຮ່ວມງານຄັ້ງນີ້ ໄດ້ບອກວ່າ ດີໃຈທີ່ສາມາດຈັດງານເທສະການແບບຂ້າງນອກໄດ້ ຫຼັງຈາກທີ່ Pride Month ໄດ້ຜ່ານມາດົນແລ້ວ ແລະ ຄົນທີ່ເປັນ LGBT ນັ້ນກໍເປັນຄົນທຳມະດາທີ່ໃຊ້ຊີວິດປະຈຳວັນຄືກັນກັບຄົນທົ່ວໄປ ບໍ່ແມ່ນຄົນທີ່ໜຶ່ງປີຈະປາກົດຕົວມາ 1 ຄັ້ງ.

ໂດຍງານດັ່ງກ່າວແມ່ນເຕັມໄປດ້ວຍສີສັນຂອງຄວາມສຸກ, ຄວາມມ່ວນຊື່ນເບີກບານຂອງຜູ້ເຂົ້າຮ່ວມ ບໍ່ວ່າຈະມາຈາກແຕ່ງຕົວດ້ວຍຊຸດຄອສຕູມແບບຈັດເຕັມ ແລະ ເສື້ອຜ້າຫຼາກຫຼາຍສີສັນ ພ້ອມດ້ວຍທຸງສີຮຸ້ງທີ່ເປັນສັນຍະລັກຂອງ LGBTQ+ ທີ່ຖືກປະດັບໄປທົ່ວບໍລິເວນພື້ນທີ່ຈັດງານດັ່ງກ່າວ. ພ້ອມນັ້ນຍັງໄດ້ມີການອອກບູ໊ດຂອງກຸ່ມນັກເຄື່ອນໄຫວສິດທິມະນຸດເພື່ອ LGBTQ+ ຈາກມະຫາວິທະຍາໄລຕ່າງໆ, ສະຖານທູດຈາກນານາຊາດ, ອົງກອນສາສະໜາຫຼາຍແຫ່ງ ແລະ ອົງກອນຫົວກ້າວໜ້າທີ່ໄດ້ພ້ອມໃຈກັນມາຮ່ວມງານນີ້ກວ່າ 72 ບູ໊ດ.

ງານ Pride

ຢ່າງໃດກໍດີ ເບິ່ງຄືວ່າການຈັດງານດັ່ງກ່າວແມ່ນຈະບໍ່ຖືກໃຈກຸ່ມປະຊາຊົນເກົາຫຼີຜູ້ທີ່ຍັງມີຄວາມອະນຸລັກນິຍົມ ເພາະວ່າຂະນະດຽວກັນຂອງມື້ຈັດງານ ໄດ້ມີຊາວເກົາຫຼີໃຕ້ຈໍານວນຫຼາຍກວ່າ 15,000 ຄົນໄດ້ອກກມາລວມຕົວກັນປະທ້ວງໃນບໍລິເວນຝັ່ງກົງກັນຂ້າມຂອງງານ ເພື່ອເປັນການສະແດງເຖິງເຈດຈໍານົງຕໍ່ຕ້ານກຸ່ມຄົນ LGBTQ+.

ງານ Pride

ລີ ຢອງຮີ (Lee Yong-hee) ອາຈານທີ່ເຂົ້າຮ່ວມກັບກຸ່ມປະທ້ວງ LGBTQ+ ໄດ້ກ່າວຢືນຢັນວ່າພວກເຂົາຕ້ອງການປະທ້ວງໂດຍລະບຸວ່າ “ເພື່ອຮັກສາສິນທຳທາງເພດອັນດີງາມເອົາໄວ້ເພື່ອລູກຫຼານ” ພ້ອມມີການຮຽກຮ້ອງກັບທາງ Soul Plaza ເຊິ່ງເປັນສະຖານທີ່ຈັດງານ Seoul Queer Culture Festival ວ່າຄວນຖືກໃຊ້ໃຫ້ເໝາະສົມກວ່ານີ້ ເພາະວ່າການດໍາເນີນການດູແລສະຖານທີ່ ມາຈາກພາສີປະຊາຊົນ.

ງານ Pride

ຂະນະທີ່ພາຍໃນງານ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳກຸງໂຊລກໍໄດ້ກ່າວຄໍາໝັ້ນກັບຜູ້ເຂົ້າຮ່ວມງານວ່າ “ເຮົາຈະບໍ່ຖິ້ມໃຜໄວ້ຂ້າງຫຼັງ ເຮົາມາເພື່ອສະແດງອອກໃຫ້ເຫັນວ່າສະຫະລັດອາເມຣິກາແມ່ນມີຄວາມມຸ່ງໝັ້ນທີ່ຈະຢຸດການແບ່ງແຍກ ບໍ່ວ່າສິ່ງໃດຈະເກີດຂຶ້ນກໍຕາມ ເຮົາຕ້ອງການໃຫ້ໝັ້ນໃຈວ່າທຸກຄົນໄດ້ຮັບການປະຕິບັດດ້ວຍຄວາມເຄົາລົບແລະຄວາມເປັນມະນຸດ…ເຮົາຈະສູ້ຄຽງຂ້າງພວກເຈົ້າເພື່ອຄວາມເທົ່າທຽມແລະສິດທິມະນຸດ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ