ຜົວຂໍປະ

ເຊື່ອວ່າຜູ້ຊາຍຫຼາຍຄົນຕ້ອງມັກສະສົມສິ່ງຂອງ ບໍ່ວ່າຈະເປັນ ໂມງ, ເກີບ ຫຼື ໂມເດວຈາກຊີຣີ້ແອນິເມຊັ່ນຕ່າງໆ ແລະຖ້າຂອງສະສົມນັ້ນເປັນສິ່ງທີ່ຜູ້ຊາຍຮັກສຸດໃຈ ແລ້ວບັງເອີນມື້ໜຶ່ງມັນຖືກເອົາໄປໃຫ້ຄົນອື່ນໂດຍບໍ່ມີການບອກກ່າວ ຄືຈະເຮັດໃຫ້ເສຍໃຈບໍ່ຫຼາຍກໍໜ້ອຍ ຫຼືເຖິງຂັ້ນເຮັດໃຫ້ຄວາມສໍາພັນແຕກສະຫຼາຍເລີຍກໍມີ.

ຜົວຂໍປະ

ເຊັ່ນດຽວກັນກັບເຫດການຂອງຜົວເມຍຊາວໄຕ້ຫວັນຄູ່ໜຶ່ງ ທີ່ຜູ້ເປັນເມຍໄດ້ນຳເອົາເລື່ອງລາວຂອງຕົນເອງກັບຜົວມາປຶກສາກັບໝູ່ເພື່ອນຊາວ Facebook ໂດຍໄດ້ເລົ່າວ່າ ຜົວຕົນເອງນັ້ນເປັນຄົນໜຶ່ງທີ່ມັກສະສົມພວກໂມເດວ ຟິກເກີ້ຕ່າງໆ ຈາກຊີຣີ້ ແອນິເມຊັ່ນສຸດດັງຢ່າງ ກ໊ອດຊິລລ່າ, One Piece ເປັນຕົ້ນ. (ຂໍແທນນາມສົມມຸດໃຫ້ຜົວວ່າ Zing ແລະ ເມຍວ່າ Ping)

ຢູ່ມາມື້ໜຶ່ງ ໃນຂະນະທີ່ Zing ບໍ່ຢູ່ເຮືອນ ແມ່ຂອງ Ping ກໍໄດ້ພາຍາດພີ່ນ້ອງມາຫາຢູ່ເຮືອນ ແລະ ໃນຂະນະນັ້ນ ພີ່ນ້ອງໄດ້ສັງເກດເຫັນໂມເດວກ໊ອດຊິລລ່າທີ່ວາງຢູ່ໃນຕູ້ໂຊ ແລ້ວບອກວ່າມັກຫຼາຍພ້ອມກັບຂໍໂມເດວຕົວນັ້ນ ເຊິ່ງແມ່ຂອງ Ping ຈຶ່ງໄດ້ບອກວ່າຈະມອບໂມເດວກ໊ອດຊິລລ່າຕົວນັ້ນໃຫ້ກັບພີ່ນ້ອງຄົນດັ່ງກ່າວ ດ້ວຍຄວາມທີ່ Ping ບໍ່ຢາກຂັດໃຈແມ່ເລີຍຍອມໃຫ້ໄປກ່ອນ ແລະກໍໄດ້ຂໍຖ່າຍຮູບໂມເດວຕົວນັ້ນໄວ້ເພື່ອຈະຊື້ມາຄືນໃຫ້ຜົວໃນພາຍຫຼັງ ເຊິ່ງຫຼັງຈາກນັ້ນໂມເດວຕົວດັ່ງກ່າວກໍໄດ້ໄປຢູ່ໃນມືຂອງພີ່ນ້ອງໂດຍທີ່ Zing ບໍ່ຮູ້ເລື່ອງເລີຍ.

ຜົວຂໍປະ

ແຕ່ເມື່ອ Zing ກັບມາຈາກການເດີນທາງເພື່ອເຮັດທຸລະກິດ Zing ກໍໄດ້ພົບວ່າໂມເດວ ກ໊ອດຊິລລ່າ ນັ້ນຫາຍໄປ ແລະຮູ້ສຶກຊັອກປົນກັບອາລົມຢາກຮ້າຍ Ping ໃນທັນທີ ພ້ອມກັບເວົ້າວ່າ “ຫາກໍຊື້ມາ” ທັງໄດ້ນໍາເອົາກ່ອງໂມເດວຂະໜາດໃຫຍ່ມາໃຫ້ເບິ່ງເປັນຫຼັກຖານ ໂດຍບອກວ່າຕົນເອງໃຊ້ເງິນຫຼາຍກວ່າໝື່ນໂດລາໄຕ້ຫວັນ ເພື່ອຊື້ໂມເດລຕົວນີ້ ເຮັດໃຫ້ Ping ບອກວ່າເລື່ອງນີ້ເປັນເລື່ອງເລັກໜ້ອຍ ພ້ອມເວົ້າຕອບກັບຜົວໄປທັນທີວ່າ “ຢ່າເຮັດຕົວໃຫ້ຄືເດັກນ້ອຍ” ແລະ ທັງສອງກໍໄດ້ຜິດຖຽງກັນຢ່າງຮຸນແຮງ.

ຜົວຂໍປະ

ຫຼັງຈາກນັ້ນ ສະຖານະການເລີ່ມບານປາຍ Zing ໄດ້ໜີອອກຈາກເຮືອນເພື່ອໄປຊື້ໂມເດວຕົວໃໝ່ໃນລາຄາທີ່ແພງກວ່າຕົວເກົ່າຫຼາຍເທົ່າ ເພື່ອເປັນການປະຊົດເມຍ ທາງດ້ານ Ping ກໍໄດ້ໜີກັບໄປຢູ່ເຮືອນກັບພໍ່ແມ່ພ້ອມກັບໂພສເລື່ອງນີ້ໃນໂລກໂຊຊຽວ ແລະບອກໃຫ້ Zing ຂໍໂທດຕົນເອງທີ່ເຮັດຕົວນິດໄສແບບນັ້ນ ບໍ່ສະນັ້ນຄວາມສໍາພັນລະຫວ່າງສອງຄົນຈະມີບັນຫາ. ແຕ່ໃຜຈະໄປຮູ້ວ່າຄວາມຄິດນີ້ຈະສວນທາງກັບຄວາມຄິດຜົວເຕັມໆ ເພາະ Zing ບໍ່ສົນໃຈຫຍັງໃນສິ່ງທີ່ເມຍເວົ້າ ແລະ ບໍ່ຍອມຕິດຕໍ່ກັບຫຍັງມາເລີຍ.

ຫຼັງຈາກທີ່ເລື່ອງລາວນີ້ຖືກເຜີຍແຜ່ອອກໄປກໍໄດ້ມີຊາວເນັດມາສະແດງຄວາມເຫັນກັນຢ່າງຫຼວງຫຼາຍໂດຍບອກວ່າ “ເຈົ້າບໍ່ເຄົາລົບຊີວິດຄູ່ຂອງເຈົ້າກ່ອນ” , “ບໍ່ແມ່ນເລື່ອງຂອງເຈົ້າ ເຈົ້າຈະຕັດສິນໃຈໄດ້ແນວໃດ”. “ມັນບໍ່ກ່ຽວຫຍັງກັບລາຄາ ຄວາມຮູ້ສຶກໃນການສະສົມນັ້ນມີຄ່າ”, “ເອົາແທ້! ເຈົ້າຄວນເປັນຝ່າຍຂໍໂທດ ເພາະນັ້ນຄືສິ່ງທີ່ເຈົ້າບໍ່ຄວນແຕະຕ້ອງ” ແລະ ອື່ນໆ ອີກຫຼາຍ.

ຜົວຂໍປະ

ຕໍ່ມາໃນເວລາບໍ່ດົນ Ping ກໍໄດ້ອອກມາອັບເດດສະຖານະການປັດຈຸບັນພ້ອມກັບກ່າວຂອບໃຈຄໍາວິຈານ ແລະຄໍາແນະນໍາ ໂດຍ Ping ໄດ້ໄປຮັບໂມເດລກ໊ອດຊິລລ່າຕົວດັ່ງກ່າວຄືນໃນສະພາບທີ່ຍັງດີຄືເກົ່າ ແລະຕ້ອງການຄືນມັນໃຫ້ກັບ Zing ແຕ່ Zing ບໍ່ຍອມກັບເຮືອນ, ບໍ່ຍອມອ່ານຂໍ້ຄວາມ, ບໍ່ຍອມຮັບໂທລະສັບ ແລະ ຍັງຍື່ນຄໍາຂາດຂໍຢ່າກັບ Ping ແທນ ພ້ອມບອກວ່າຈະຫາທະນາຍມາຈັດການກັບເລື່ອງນີ້.

ຜົວຂໍປະ

ທາງ Ping ເມື່ອໄດ້ຍິນແນວນັ້ນກໍຮູ້ສຶກເສຍໃຈຢ່າງໜັກແລະບໍ່ຕ້ອງການທີ່ຈະແຍກທາງກັບຜົວ ພ້ອມບອກວ່າຢາກໃຫ້ຜົວກັບມາ ແລ້ວຈະເຊື່ອຟັງທຸກຢ່າງ. ແຕ່ທາງ Zing ໄດ້ຕອບກັບມາວ່າບໍ່ຕ້ອງການທີ່ຈະຄືນດີ ແລະ ບອກວ່າຈະຍົກເງິນໃຫ້ຈໍານວນໜຶ່ງຖ້າວ່າປະຂາດກັນແລ້ວ ເນື່ອງຈາກຢູ່ມານໍາກັນຫຼາຍປີ.

ເມື່ອເລື່ອງລາວມາຮອດຈຸດນີ້ ສັງຄົມຊາວເນັດກໍບອກວ່າເມຍກໍຄວນໃຫ້ກຽດຜົວ ແລະ ຜິດທີ່ເອົາຂອງຮັກໄປໃຫ້ຄົນອື່ນ, ບາງຄົນກໍວ່າເຖິງມັນຈະເປັນພຽງຂອງສະສົມແຕ່ມັນກໍມີຄຸນຄ່າທາງຈິດໃຈ ແລະຂໍໃຫ້ເລື່ອງນີ້ຈົບລົງດ້ວຍດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ