ພັກ-ລັດ

ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022, ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ;ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ,ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ;ມີບັນດາສະຫາຍການນໍາພັກ-ລັດຖະບານ,ພະນັກງານ, ທະຫານ, ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍລາວ-ຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ.

ພັກ-ລັດ

ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫຼຽນໄຊ ໃຫ້ແກ່ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ, ດັ່ງນີ້:

• ຫຼຽນໄຊດາວຄໍາ ມີ 02 ສະຫາຍ ຄື: ສະຫາຍ ພັນຄໍາ ວິພາວັນ ແລະ ສະຫາຍ ໄຊສົມພອນ ພົມວິຫານ.

• ຫຼຽນໄຊໂຮ່ຈິມິນ ມີ 04 ສະຫາຍຄື: ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົອ. ວິໄລ ຫຼ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ.

• ຫຼຽນໄຊເອກະລາດ ຊັ້ນ I ມີ 05 ສະຫາຍ ຄື: ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະລິດ ມັງໝໍ່ເມກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫຼຽນ ຂຶ້ນກ່າວຂອບໃຈ, ໂດຍໄດ້ສະແດງຄວາມຮູ້ສຶກພາກພູມໃຈແລະຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນເຕັມໄປດ້ວຍຄວາມໝາຍອັນສູງສົ່ງ, ພິເສດ ແມ່ນການປະດັບຫຼຽນໄຊສູງສຸດຂອງສສ ຫວຽດນາມມອບໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.

ພັກ-ລັດ

ການທີ່ ພັກ-ລັດ ສສ ຫວຽດນາມໄດ້ຕົກລົງປະດັບຫຼຽນໄຊໃຫ້ແກ່ ການນຳຂັ້ນສູງພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້, ຖືເປັນຂອງຂວັນອັນລ້ຳຄ່າ, ເປັນຮາງວັນລະດັບສູງສຸດຂອງພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມມອບໃຫ້ ການນໍາພັກ-ລັດ ສປປ ລາວ,ບໍ່ສະເພາະແຕ່ສ່ວນຕົວຂອງບັນດາສະຫາຍທີ່ໄດ້ຮັບການຍ້ອງຍໍເທົ່ານັ້ນ, ແຕ່ຍັງສະແດງເຖິງການຮັບຮູ້ອັນເລິກເຊິ່ງແລະຖືເປັນກຽດອັນສູງສົ່ງທີ່ມີຕໍ່ພັກ-ລັດ ແຫ່ງ ສປປ ລາວອີກດ້ວຍ. ການໄດ້ຮັບການປະດັບຫຼຽນໄຊສູງສຸດ, ເຊິ່ງເປັນຂອງຂວັນອັນລ້ຳຄ່າຂອງສະຫາຍຫວຽດນາມມອບໃຫ້ໃນຄັ້ງນີ້, ນອກຈາກເປັນກຽດສັກສີແລ້ວຍັງເປັນກຳລັງໃຈອັນໃຫຍ່ຫຼວງ, ທັງຖືເປັນພັນທະຂອງຕົນຕໍ່ການສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະເສີມຂະຫຍາຍມິດຕະພາບອັນມີມູນເຊື້ອ, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາແລະເສີມຂະຫຍາຍ ຈະເລີນງອກງາມຕະຫຼອດໄປ. ປັດຈຸບັນ, ໃນຍຸກແຫ່ງການປົກປັກຮັກສາແລະສ້າງສາພັດທະນາປະເທດ, ມິດຕະພາບທີ່ມີມູນເຊື້ອ,  ຄວາມສາມັກຄີພິເສດຂອງສອງພັກ, ສອງລັດແລະປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ກາຍເປັນກົດເກນພາວະວິໄສ ແຫ່ງການຄົງຕົວແລະຂະຫຍາຍຕົວຂອງສອງຊາດໂດຍປະລິຍາຍໄປແລ້ວ, ພວກເຮົາມີແຕ່ຈະພ້ອມກັນຖະນຸຖະໜອມ, ບໍ່ໃຫ້ຈືດຈາງລົງຕາມການເວລາ  ແຕ່ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງລວງກວ້າງ ແລະ ລວງເລິກ ໄວ້ໃຫ້ເຊັ່ນລູກ, ຫຼານ, ເຫຼັນ, ຫຼ້ອນຂອງພວກເຮົາ ໄດ້ສືບຕໍ່ປົກປັກຮັກສາໄປຈົນເທົ້າກາລະນານ.

ພັກ-ລັດ

ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວຕະຫຼອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງ, ໄດ້ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມຜູ້ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຫັນປະເທດເປັນປະເທດອຸດສາຫະກຳຕາມທິດທັນສະໄໝແລະ ໄດ້ອວຍພອນໄຊອັນປະເສີດ ໃຫ້ແກ່ ສະຫາຍ ຫວໍ ວັນ ເຖື້ອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດ ໄປຍັງບັນດາສະຫາຍ ການນໍາ ຂອງ ພັກ ແລະ ລັດ ແຫ່ງ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການໃຫ້ກຽດເຂົ້າຮ່ວມພິທີສໍາຄັນນີ້ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຄະນົງແກ່ນຕະຫຼອດກາລະນານ.

ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ຢ່າງຍິງໃຫຍ່ສົມກຽດ ແລະ ມີຄວາມໝາຍລໍ້າຄ່າ, ໃນທ່າມກາງບັນຍາກາດທີ່ປະຊາຊົນສອງຊາດລາວ-ຫວຽດນາມກໍາລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງເປັນຂະບວນຟົດຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ60ປີ ແລະ ວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືລາວ-ຫວຽດນາມຄົບຮອບ 45 ປີ.

ຂໍ້ມູນຈາກ: https://cutt.ly/bLL3QIw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ