ມະຫາວິທະຍາໄລ

ຫາກໃຜຍັງຈື່ກໍລະນີຂອງນັກກິລາລອຍນ້ຳຍິງຂ້າມເພດ ລີອາ ໂທມັສ (Lia Thomas) ທີ່ກ່ອນໜ້ານີ້ໄດ້ຖືກວິຈານເຖິງຄວາມບໍ່ເໝາະສົມໃນການລົງແຂ່ງຂັນລອຍນ້ຳຮ່ວມກັບນັກກິລາຍິງຄົນອື່ນ ເພາະຄວາມໄດ້ປຽບດ້ານໂຄງສ້າງທາງ ຮ່າງກາຍຂອງລີອາ ຈົນເປັນເຫດໃຫ້ສະຫະພັນລອຍນ້ຳສາກົນອອກມາປະກາດບໍ່ໃຫ້ນັກກິລາຍິງຂ້າມເພດລົງແຂ່ງຂັນກັບແມ່ຍິງ (ສາມາດອ່ານຕື່ມໄດ້ທີ່: https://cutt.ly/LLHEFfN)

ມະຫາວິທະຍາໄລ

ທັງນີ້ເບິ່ງຄືວ່າເລື່ອງການວິຈານກ່ຽວກັບປະເດັນດັ່ງກ່າວຈະຍັງບໍ່ຈົບລົງງ່າຍໆ ເພາະຫຼ້າສຸດນີ້ທາງມະຫາວິທະຍາໄລ Pennsylvania ໃນສະຫະລັດອາເມຣິກາ ໄດ້ສະເໜີຊື່ໃຫ້ ລີອາ ໂທມັສ ນັກກິລາລອຍນໍ້າຍິງຂ້າມເພດເຂົ້າຮັບຮາງວັນ “Woman of the Year” ຫຼື “ແມ່ຍິງແຫ່ງປີ” ຂອງສະມາຄົມນັກກິລາມະຫາວິທະຍາໄລແຫ່ງຊາດ (NCAA).

ຢ່າງໃດກໍດີ NCAA ລະບຸວ່າ ທາງມະຫາວິທະຍາໄລ Pennsylvania ເປັນຜູ້ສະເໜີຊື່ນັກກິລາຍິງຂ້າມເພດຄົນນີ້ (ລີອາ) ເຂົ້າຮັບຮາງວັນເອງ ໂດຍຮາງວັນທີ່ເວົ້າມານີ້ແມ່ນມີໄວ້ສຳລັບນັກກິລາຍິງເທົ່ານັ້ນ.

“ຮາງວັນນີ້ຖືກກໍ່ຕັ້ງໃນປີ 1991 ມີໄວ້ສໍາລັບນັກກິລານັກສຶກສາຍິງທີ່ມີຄຸນສົມບັດເໝາະສົມແລະສ້າງຄວາມໂດດເດັ່ນໃນຊຸມຊົນຂອງວົງການກິລາແລະວິຊາການຕະຫຼອດໄລຍະເວລາການສຶກສາ” NCAA ກ່າວ.

ມະຫາວິທະຍາໄລ

ແລະຕາມລະບຽບຂອງ NCAA ແລ້ວ ທຸກມະຫາວິທະຍາໄລສາມາດສົ່ງຊື່ນັກກິລາຍິງແຫ່ງປີຂອງສະມາຄົມໄດ້ບໍ່ເກີນ 2 ຄົນ ດັ່ງນັ້ນທາງມະຫາວິທະຍາໄລ Pennsylvania ຈຶ່ງໄດ້ສະເໜີຊື່ ລູເລຍ ບຣິຊາໂລວາ ນັກເທນນິສຊາວຣັດເຊຍ ແລະ ລີອາ ໂທມັສ ນັກກິລາລອຍນ້ຳຂ້າມເພດ ເພື່ອຊິງຮາງວັນໃນປີນີ້  ແລະຜົນການປະກາດຮາງວັນຈະມີໃນງານອີເວັ້ນ ທີ່ຈະຈັດຂຶ້ນໃນເດືອນມັງກອນປີ 2023.

ແນ່ນອນເມື່ອຂ່າວນີ້ຖືກເຜີຍແຜ່ອອກມາ ເຮັດມະຫາວິທະຍາໄລ Pennsylvania ກໍຖືກວິຈານທັນທີ ກັບຄວາມພະຍາຍາມທີ່ຈະສະເໜີຊື່ ລີອາ ເຂົ້າຊິງຮາງວັນນັກກິລາຍິງແຫ່ງປີຂອງ NCCA ໂດຍສະມາຄົມໄວໜຸ່ມອະນຸລັກນິຍົມຢ່າງ (YAF) ກໍໄດ້ໂພສຂໍ້ຄວາມຕໍາໜິວ່າ “ມັນໜ້າລະອາຍທີ່ພວກເຂົາສະເໜີຊື່ ລີອາ ໂທມັສ, ມະຫາວິທະຍາໄລ Pennsylvania ຕ້ອງລືມໄປແລ້ວແທ້ໆ ວ່າການທີ່ຈະໄດ້ຮັບການຄັດເລືອກເປັນນັກກິລາຍິງແຫ່ງປີຂອງ NCAA ໄດ້ນັ້ນຜູ້ຊະນະຕ້ອງເປັນຜູ້ຍິງແທ້ ເທົ່ານັ້ນ”.

ມະຫາວິທະຍາໄລ

ແລະມັນໄດ້ສ້າງຄວມບໍ່ພໍໃຈຢ່າງຫຼາຍໃຫ້ກັບໝູ່ເພື່ອນນັກກິລາລວມໄປຮອດຄົນໃນສັງຄົມເພາະເຂົາເຈົ້າເບິ່ງວ່າມັນບໍ່ຍຸຕິທຳ ເພາະລີີອານັ້ນເຖິງແມ່ນວ່າຈະຂຶ້ນຊື່ວ່າເປັນຜູ້ຍິງຂ້າມເພດແລ້ວ ແຕ່ສະລີລະທາງດ້ານຮ່າງກາຍນັ້ນແມ່ນໄດ້ປຽບຢ່າງຫຼາຍຖ້າທຽງກັບນັກກິລາທີ່ເປັນເພດຍິງໂດຍກໍາເນີດ.

“ລີອາ ມີສະລີລະຮ່າງກາຍທີ່ໄດ້ປຽບ ເມື່ອລົງແຂ່ງຂັນໃນລາຍການຂອງຜູ້ຍິງ ພ້ອມຍົກຕົວຢ່າງສະຖິຕິຂອງລີອາວ່າຢູ່ໃນອັນດັບທີ 462 ຂອງນັກກິລາຊາຍ ແຕ່ກັບຂຶ້ນມາເປັນອັນດັບ 1 ເມື່ອຍ້າຍມາແຂ່ງຂັນໃນປະເພດຍິງ” ເນື້ອໃນສ່ວນໜຶ່ງຈາກຈົດໝາຍຂອງໝູ່ຮ່ວມທີມລີອາທີ່ໄດ້ຂຽນໄປຫາໜ່ວຍງານທີ່ກ່ຽວຂ້ອງ.

ມະຫາວິທະຍາໄລ

ກ່ອນໜ້ານັ້ນ ໃນເດືອນມີນາທີ່ຜ່ານມາ ລີອາ ເຄີຍຄວ້າແຊັ້ມແຂ່ງຂັນລອຍນ້ຳແບບຟຣີສະໄຕລ໌ 500 ແມັດປະເພດຍິງ ແລະຍັງສາມາດທຳລາຍສະຖິຕິໃນຫຼາຍລາຍການ ເຮັດໃຫ້ຫຼາຍຄົນເບິ່ງວ່ານີ້ເປັນການແຂ່ງຂັນທີ່ບໍ່ຍຸຕິທໍາ ດ້ວຍຄວາມໄດ້ປຽບທາງດ້ານຮ່າງກາຍ ແລະກໍລະນີນີ້ກໍໄດ້ກາຍເປັນຂໍ້ຂັດແຍ້ງໃນວົງການກິລາໂລກນັບຕັ້ງແຕ່ນັ້ນເປັນຕົ້ນມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ