ງານວາງສະແດງ

ພິທີວາງສະແດງຮູບພາບ, ເອກະສານ, ວັດຖຸພັນ ແລະປຶ້ມພາຍໃຕ້ຫົວຂໍ້ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ” ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ 2022 ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເຂົ້າຮ່ວມໃນພິທີ ຝ່າຍລາວນຳໂດຍ ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ຝ່າຍຫວຽດນາມນຳໂດຍສະຫາຍ ຫວໍວັນເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022, ມີບັນດາສະຫາຍການນໍາພັກ-ລັດ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍການນໍາລະດັບສູງຂອງພັກກອມມູນິດຫວຽດນາມ.

ງານວາງສະແດງ

ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ຕາງໜ້າຄະນະຊີ້ນໍາລະດັບຊາດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ກ່າວບາງຕອນວ່າ: ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄດ້ນໍາເອົາຮູບພາບການເຄື່ອນໄຫວຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ມາວາງສະແດງຢູ່ສອງຈຸດຄື: ຢູ່ ສປປລາວ ແມ່ນຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຢູ່ຫວຽດນາມແມ່ນຢູ່ ຫໍພິພິທະພັນການປະຕິວັດ ຫວຽດນາມ, ເຊິ່ງຢູ່ ຫໍພິພິທະພັນ ໄກສອນ ພົມຫານ ນີ້ ມີທັງໝົດ 400 ກວ່າໃບ, ໂດຍແບ່ງອອກເປັນ 3 ພາກ ຄື:

ພາກທີ I : ປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອ ຮ່ວມສໍາພັນສູ້ຮົບ ແລະການສ້າງສາຍພົວພັນການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ (ແຕ່ປີ 1930-1975)

ພາກທີ II: ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະການຮ່ວມມື ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ (ແຕ່ປີ1976-1986)

ພາກທີ III: ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫຼອດໄລຍະ 36 ປີ ແຫ່ງການປ່ຽນແປງໃໝ່ (ແຕ່ປີ1986-2022).

ຮູບພາບ ແລະການເຄື່ອນໄຫວທັງໝົດແມ່ນຍັງມີອີກຫຼວງຫຼາຍ ທີ່ບໍ່ສາມາດເກັບທ້ອນໂຮມເຂົ້າໃນອາຄານ ຫຼື ສະຖານທີ່ໃດໜຶ່ງໝົດໄດ້. ແຕ່ທັງໝົດນັ້ນ ລ້ວນແຕ່ສ່ອງແສງເຖິງຄວາມມີຊີວິດຊີວາ, ຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະກັນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະພັດທະນາສ້າງສາປະເທດຊາດ. ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງຫາຫຍັງຈະມາປຽບທຽບໄດ້ ເຊິ່ງຍາມໃດພັກ-ລັດ ແລະປະຊາຊົນສອງຊາດ ກໍໄດ້ເພີ່ມພູນຄູນສ້າງ ໃຫ້ເກີດດອກອອກຜົນ ແລະນັບມື້ນັບສະຫງ່າງາມ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໄດ້ກ່າວວ່າ: “ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫຼອດກາລະນານ”. ແລະບົດກະວີອັນລືຊື່ຂອງ ປະທານ ໂຮ່ຈີ່ມິນ ທີ່ວ່າ: ຮັກຫອມກັນໝາຍໝັ້ນຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະໂຄກກວ້າງ ຂວາງຂັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດນາມໄດ້ຝັງຄວາມຮັກຢູ່ໃນໃຈຫົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້.

ງານວາງສະແດງ

ຈາກນັ້ນບັນດາສະຫາຍການນໍາພັກ-ລັດ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍການນໍາລະດັບສູງຂອງພັກກອມມູນິດຫວຽດໄດ້ໄປທ່ຽວຊົມການວາງສະແດງຮູບພາບ ພາຍໃນຫໍພິພິທະພັນ ໄກສອນ ພົມວິຫານ.

ຂໍ້ມູນຈາກ: https://cutt.ly/cLHnpJ4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ