ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2022 – ສປປ ລາວ ໄດ້ບຸກທະລຸຢ່າງແຂງແຮງ ຊຸກຍູ້ວຽກສຸຂານາໄມໃຫ້ຄືບໜ້າ ດ້ວຍການປະກາດນະຄອນຫຼວງວຽງຈັນເປັນນະຄອນຫຼວງສຸຂານາໄມ ເຊິ່ງເປັນນະຄອນຫຼວງທຳອິດ ໃນພາກພື້ນອາຊຽນທີ່ໄດ້ຮັບການປະກາດເປັນນະຄອນຫຼວງສຸຂານາໄມ ແລະ ເປັນແຂວງທີ 2 ຖັດຈາກແຂວງບໍລິຄໍາໄຊທີ່ສາມາດບັນລຸຂີດໝາຍອັນສໍາຄັນນີ້ ຫຼັງຈາກແຂວງບໍລິຄໍາໄຊ ໄດ້ຍຸຕິການຖ່າຍຊະຊາຍໃນປີ 2020.

ພິທີໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ປະກາດນະຄອນຫຼວງເປັນນະຄອນສຸຂານາໄມ. ມີຜູ້ເຂົ້າຮ່ວມຫຼາຍກວ່າ 170 ຄົນ ເຊິ່ງລວມມີ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ, ຫົວໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ຮ່ວມກັບຕົວແທນຈາກແຂວງ, ກະຊວງ, ຫ້ອງການຕ່າງໆ ແລະ ຄູ່ຮ່ວມພັດທະນາ.

ນະຄອນຫຼວງວຽງຈັນ

“ມື້ນີ້ແມ່ນມື້ສໍາຄັນສໍາລັບທຸກຄົນ ພວກເຮົາກໍາລັງກ້າວໄປສູ່ເປົ້າໝາຍ ເປັນປະເທດທີ່ຍຸຕິການຖ່າຍຊະຊາຍ ໂດຍໃນປະຈຸບັນນີ້ ມີຫຼາຍຫວ່າ 5,000 ບ້ານ, 37 ເມືອງ ແລະ 2 ແຂວງທີ່ບັນລຸເປົ້າໝາຍໄດ້ແລ້ວ” ກ່າວໂດຍ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ. “ຊົມເຊີຍຊາວນະຄອນຫຼວງວຽງຈັນທີ່ຍາດໄຊຊະນະອັນເປັນປະຫວັດສາດນີ້ມາໄດ້”.

ນະຄອນຫຼວງວຽງຈັນເປັນໜື່ງໃນແຂວງທີ່ມີປະຊາກອນຫຼາຍຢູ່ໃນປະເທດ. ນາມມະຍົດໃໝ່ທີ່ໄດ້ຮັບນີ້ ແມ່ນຈະເຮັດໃຫ້ປະຊາກອນຫຼາຍກວ່າ 800,000 ຄົນ ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະອາດຍ້ອນການປັບປຸງດ້ານສຸຂານາໄມໃຫ້ດີຂຶ້ນ.

ນະຄອນຫຼວງວຽງຈັນ

“ຕາມແຜນພວກເຮົາຕັ້ງເປົ້າຈະໃຫ້ສໍາເລັດວຽກສຸຂານາໄມໃນປີ 2023 ແຕ່ທາງນະຄອນຫຼວງວຽງຈັນສາມາດຈັດຕັ້ງປະຕິບັດ ແລະ ປະກາດນະຄອນຫຼວງໄດ້ກ່ອນ. ດຽວນີ້ທຸກຄົນບໍພຽງແຕ່ມີວິດຖ່າຍ ແຕ່ນໍາໃຊ້ວິດຖ່າຍ” ກ່າວໂດຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ. “ພວກເຮົາບັນລຸເປົ້າໝາຍໄດ້ກໍແມ່ນຍ້ອນການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ ປະກອບສ່ວນເຮັດໃຫ້ຊາວນະຄອນຫຼວງວຽງຈັນ ມີສຸຂະພາບແຂງແຮງ”.

ການຂາດສຸຂາພິບານແມ່ນຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສຸຂະພາບຂອງເດັກ, ເຮັດໃຫ້ເຂົາເຈົ້າເຕ້ຍຍ້ອນຂາດສານອາຫານຊໍາເຮື້ອ ແລະ ເຮັດໃຫ້ມີການແຜ່ລະບາດຂອງພະຍາດຕ່າງໆ ທີ່ສາມາດປ້ອງກັນໄດ້. ການຍຸຕິການຖ່າຍຊະຊາຍແມ່ນບາດກ້າວທໍາອິດເພື່ອບັນລຸສຸຂານາໄມ ແລະ ຄວບຄຸມພະຍາດ.

“ທຸກປີມີເດັກນ້ອຍຫຼາຍກວ່າ 700 ຄົນເສຍຊີວິດຍ້ອນພະຍາດຖອກທ້ອງໃນທົ່ວປະເທດ ແລະ ມີເດັກ 1 ໃນ 3 ຄົນ ເປັນພະຍາດຂາດສານອານແບບຊໍາເຮື້ອ. ຕົວຊີ້ວັດເຫຼົ່ານີ້ປະກອບແມ່ນຂໍ້ມູນອ້າງອີງໃນການສະໜັບສະໜູນ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດທີ່ດ້ອຍພັດທະນາ. ແຕ່ພວກເຮົາສາມາດປ້ອງກັນໄດ້ ໂດຍການນໍາໃຊ້ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານຂັ້ນພື້ນຖານ, ການລ້າງມືໃສ່ສະບູ ແລະ ດື່ມນໍ້າທີ່ສະອາດປອດໄພ” ກ່າວ ໂດຍ ດຣ. ເພຍ ຣີເບລໂລ ບຣີໂຕ. “ຢູນີເຊັບມີຄວາມມຸ່ງໝັ້ນເຮັດວຽກກັບລັດຖະບານ, ຊຸມຊົນ ແລະ ຄູ່ຮ່ວມງານເພື່ອບັນລຸເປົ້າສຸຂາພິບານທີ່ຕັ້ງໄວ້ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບຜົນປະໂຫຍດສູງສຸດ”.

ນະຄອນຫຼວງວຽງຈັນ

ລັດຖະບານ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການວຽກສຸຂານາໄມໃນປີ 2008 ແລະ ດ້ວຍຄວາມພະຍາຍາມ ແລະ ຄວາມສູ້ຊົນຢ່າງບໍ່ຮູ້ອິດເມື່ອຍມາຫຼາຍປີ ທາງຊຸມຊົນໂດຍການສະໜັບສະໜູນຈາກພາກລັດ ແລະ ຄູ່ຮ່ວມງານຕ່າງໆ ເຮັດໃຫ້ມີຂະບວນການອັນຂັນແຂງ ແລະ ມີຄວາມຄືບໜ້າໃນທົ່ວປະເທດ. ອີງໃສ່ຄວາມຄືບໜ້າດັ່ງກ່າວນີ້, ລັດຖະບານກຽມສ້າງແຜນການແຫ່ງຊາດເພື່ອຍຸຕິການຖ່າຍຊະຊາຍໃຫ້ໄດ້ໃນປີ 2025.

ນະຄອນຫຼວງວຽງຈັນ

ຂໍ້ມູນຈາກ: https://cutt.ly/PLH2naw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ