ກອງກຳລັງທະຫານ

ຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ນັ້ນ ຍັງສືບຕໍ່ສ້າງຄວາມເສຍຫາຍ ທັງຊັບສິນ ແລະ ຊີວິດຂອງປະຊາຊົນຜູ້ບໍລິສຸດ ຢ່າງຕໍ່ເນື່ອງ. ຫຼ້າສຸດ ນ້ອງ ລິຊ່າ (Liza) ອາຍຸ 4 ປີ ຊາວຢູເຄຣນ ໄດ້ເສຍຊີວິດລົງ ຈາກການໂຈມຕີ ຂອງກອງທັບ ຣັດເຊຍ.

ໃນວັນທີ 15 ກໍລະກົດ 2022 ທີ່ຜ່ານມາ ມີລາຍງານວ່າ ກອງທັບຣັດເຊຍ ໄດ້ຍິງຈະຫຼວດໂຈມຕີໃສ່ ເມືອງ Vinnytsia ທີ່ຢູ່ທາງພາກກາງຂອງ ຢູເຄຣນ. ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ ແລະ ບາດເຈັບອີກຫຼາຍກວ່າ 200 ຄົນ. ໃນນັ້ນລວມມີ ລິຊ່າ ເດັກສາວ ອາຍຸ 4 ປີ ແລະ ເດັກຊາຍ ອີກ 2 ຄົນ ອາຍຸ 7 ປີ ແລະ 8 ປີ. ລາຍງານລະບຸຕື່ມອີກວ່າ ການໂຈມຕີດັ່ງກ່າວ ແມ່ນການຍິງຈະຫຼວດອອກມາຈາກ ເຮືອດຳນໍ້າ ຂອງຣັດເຊຍ ມີເປົ້າໝາຍໂຈຕີໄປທີ່ຖານທັບອາກາດຂອງ ກອງທັບ ຢູເຄຣນ ແລະ ຝ່າຍສະໜັບສະໜູນຝັ່ງຕາເວັນຕົກ.

ກອງກຳລັງທະຫານ

ໂດຍນ້ອງ ລິຊ່າ ດີມິທຣີວາ Liza Dmitrieva ຜູ້ທີ່ເປັນໂຣກ Down syndrome ກຳລັງເດີນທາງໄປໂຮງໝໍ ກັບແມ່ ໃນລະຫວ່າງທີ່ມີການໂຈມຕີ. ລິຊ່າໄດ້ຮັບບາດເຈັບໃນການໂຈມຕີດັ່ງກ່າວກ່ອນທີ່ຈະເສຍຊີວິດລົງໃນວັນທີ 17 ກໍລະກົດ (ວັນອາທິດ) ທີ່ຜ່ານມາ.

ໂດຍມີປະຊາຊົນ ແລະ ທະຫານຈຳນວນຫຼາຍ ອອກມາຮ່ວມວາງດອກໄມ້ ແລະ ຕຸກກະຕາ ເພື່ອໄວ້ອາໄລໃຫ້ກັບ ເດັກຍິງ ຜູ້ເຄາະຮ້າຍຄົນນີ້.

ກອງກຳລັງທະຫານ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ