ເກີດເຫດ

ເລື່ອງເຫດການກວາດຍິງໃນສະຫະລັດອາເມຣິກາແມ່ນຍັງມີມາເຫັນເລື້ອຍໆ ເພາະຫຼ້າສຸດນີ້ເມື່ອວັນທີ 17 ກໍລະກົດຕາມເວລາທ້ອງຖິ່ນ ໄດ້ມີຄົນຮ້າຍລົງມືກໍ່ເຫດໃຊ້ອາວຸດປືນໄຣເຟິລກວາດຍິງທີ່ສູນການຄ້າ Greenwood Park ຂອງລັດອິນເດຍນາ ສະຫະລັດອາເມຣິກາ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະບາດເຈັບອີກຫຼາຍຄົນ.

ເກີດເຫດ

ແຕ່ຢ່າງໃດກໍດີ ມືປືນກວາດຍິງລາຍນີ້ແມ່ນໄດ້ເສຍຊີວິດລົງແລ້ວ ເພາະວ່າຖືກຊາວເມືອງທີ່ຢູ່ໃນສູນການຄ້າດັ່ງກ່າວໃຊ້ອາວຸດປືນທີ່ຕິດຕົວມານໍາຍິງໃສ່ຄົນຮ້າຍ ເຊິ່ງນັ້ນສົ່ງຜົນໃຫ້ເຫດການຄັ້ງນີ້ມີຜູ້ເສຍຊີວິດລວມກັນແລ້ວແມ່ນ 4 ຄົນລວມທັງຜູ້ກໍ່ເຫດເອງ.

ເກີດເຫດ

ໃນເບື້ອງຕົ້ນນັ້ນ ເຈົ້າໜ້າທີ່ຕໍາຫຼວດຂອງລັດອິນເດຍນາແມ່ນຍັງບໍ່ໄດ້ມີການເປີດເຜີຍຂໍ້ມູນຂອງມືປືນຜູ້ກໍ່ເຫດ ລວມໄປເຖິງແຮງຈູງໃຈໃນເຫດການກວາດຍິງອີກພ້ອມ. ທັງນີ້ ເຫດກວາດຍິງນີ້ນັບເປັນຄັ້ງທີ 52 ຂອງສະຫະລັດອາເມຣິກາພາຍໃນເດືອນກໍລະກົດນີ້ ແລະເປັນຄັ້ງທີ 10 ຂອງລັດອິນເດຍນາພາຍໃນປີ 2022 ເຊິ່ງມັນສະທ້ອນໃຫ້ເຫັນເຖິງບັນຫາທີ່ຝັງເລິກຢູ່ໃນສັງຄົມອາເມຣິກາມາເປັນເວລາດົນນານແລ້ວ. ທາງຄະນະລັດຖະບານທີ່ນໍາໂດຍ ໂຈ ໄບເດັນ ກໍາລັງກຽມຈະປະຕິຮູບກົດໝາຍກ່ຽວກັບການຄອບຄອງ ແລະ ເຂົ້າເຖິງອາວຸດປືນຂອງພົນລະເມືອງອາເມຣິກາ ເພື່ອເປັນການລົດໂອກາດ ແລະ ຫຼີກເວັ້ນຄວາມສ່ຽງທີ່ຈະເກີດເຫດການໃນລັກສະນະນີ້ອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ