ວັນປ່ອຍປາ

ວັນທີ 13 ກໍລະກົດ ຂອງທຸກໆປີແມ່ນກົງກັບວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ.

ສປປ ລາວ ໄດ້ມີຄວາມເອົາໃຈໃສ່ ແລະ ສົ່ງເສີມການອະນຸລັກ ຂະຫຍາຍສາຍພັນສັດນ້ຳ-ສັດປ່າ ດ້ວຍການວາງນະໂຍບາຍ ແລະ ກົດລະບຽບອອກ ເພື່ອສົ່ງເສີມໃຫ້ລະບົບນິເວດມີຄວາມອຸດົມສົມບູນ. ນອກນັ້ນ ລັດຖະບານຍັງສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນ ສັດນ້ຳ-ສັດປ່າ ເພື່ອປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ອະນຸລັກສັດນ້ຳ-ສັດປ່າ ເຊັ່ນ: ປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເພື່ອການອະນຸລັກສັດປ່າທີ່ໃຫ້ຈະສູນພັນ ແລະ ເພີ່ມຄວາມອຸດົມສົມບູນທາງທຳມະຊາດ.

ມາຮ່ວມກັນປ່ອຍປາ, ອະນຸລັກສັດນ້ຳ-ສັດປ່າເພື່ອທຳມະຊາດ ແລະ ສິ່ງແວດລ້ອມຂອງພວກເຮົາກັນເທາະ!!!

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ