ເຂື່ອນໄຟຟ້ານ້ຳເທີນ

ເມື່ອບໍ່ດົນມານີ້ ສັງຄົມກຳລັງໃຫ້ຄວາມສົນໃຈກ່ຽວກັບເຂື່ອນໄຟຟ້ານ້ຳເທີນ 1 ແລະ ກໍມີຄວາມກັງວົນໃຈຢ້ານມີບັນຫາຕາມມາ ກ່ຽວກັບເຂື່ອນແຕກຕ່າງໆນານາ ເພາະມີຂ່າວທີ່ຄົນພົບວ່າເຂື່ອນນ້ຳເທີນ 1 ມີນ້ຳໄຫຼຊຶມອອກມາ.

ເຂື່ອນໄຟຟ້ານ້ຳເທີນ

ຕໍ່ກັບບັນຫາດັ່ງກ່າວນີ້ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາໃນການພັວພັນກັບລັດຖະບານ ແລະ ຄະນະຮັບຜິດຊອບຄວາມປອດໄພຂອງເຂື່ອນໄຟຟ້າ ຂອງບໍລິສັດເຂື່ອນໄຟຟ້ານ້ຳເທີນ 1 ໄດ້ອອກມາຊີ້ແຈງຕໍ່ສັງຄົມ ກ່ຽວກັບປະເດັນດັ່ງກ່າວນີ້ ເພື່ອໃຫ້ເກີດມີຄວາມເຂົ້າໃຈ.

ວັນທີ 17 ກໍລະກົດ 2022 ທ່ານ ບຸນຍັງ ເພັງສຸວັນ ແລະ ຄະນະຮັບຜິດຊອບ ຄວາມປອດໄພຂອງເຂື່ອນ ບໍລິສັດເຂື່ອນໄຟຟ້ານ້ຳເທີນ 1 ໄດ້ຊີ້ແຈງໃຫ້ສັງຄົມເຂົ້າໃຈ ກ່ຽວກັບປາກົດການທີ່ເກີດຂຶ້ນ ທ່ານໄດ້ກ່າວວ່າ: ໂຄງການເຂື່ອນໄຟຟ້ານ້ຳເທີນ 1 ໄດ້ຮັບການສຶກສາອອກແບບ ແລະ ຄວບຄຸມການກໍ່ສ້າງຈາກບໍລິສັດທີ່ປຶກສາ ສາກົນຂອງປະເທດສະວິດເຊີແລນ ແລະ ນອກຈາກນີ້ ລັດຖະບານກໍໄດ້ວ່າຈ້າງຊ່າງສະເພາະດ້ານເຂົ້າມາໃນການຄວບຄຸມການກໍ່ສ້າງ ເພື່ອຮັບປະກັນການກໍ່ສ້າງໃຫ້ໄດ້ຮັບມາດຕະຖານ ສອດຄ່ອງກັບການອອກແບບ ແລະ ຮັບປະກັນຄວາມປອດໄພ ຕະຫຼອດໄລຍະການດຳເນີນໂຄງການ ແລະ ຍາວນານ. ຫຼັງຈາກບໍລິສັດໄດ້ຮັບ ອະນຸຍາດຈາກລັດຖະບານ ໃຫ້ກັກຂັງນ້ຳໃນວັນທີ 1 ເມສາ 2021 ຈົນເຖິງກາງເດືອນມິຖຸນາ 2022 ປາກົດເຫັນມີນ້ຳຮົ່ວຊຶມ ທາງດ້ານຂວາຂອງເຂື່ອນ, ທີ່ປຶກສາໂຄງການ ໄດ້ວິເຄາະການຮົ່ວຊຶມຂອງນ້ຳ ແລະ ຢັ້ງຢືນວ່າການຮົ່ວຊຶມດັ່ງກ່າວ ບໍ່ມີຜົນກະທົບຕໍ່ຕົວເຂື່ອນ, ພ້ອມກັນນັ້ນ ທີ່ປຶກສາໄດ້ໃຫ້ຄວາມລະອຽດທາງດ້ານເຕັກນິກ ໃນການແກ້ໄຂບັນຫາຕໍ່ບໍລິສັດ ແລະ ການແກ້ໄຂບັນຫາການຮົ່ວຊຶມ ພ້ອມທັງຢັ້ງຢືນຈຸດຮົ່ວຊຶມ ໃຫ້ຢ່າງຊັດເຈນ ເພື່ອໃຫ້ບໍລິສັດສາກົນສາມາດແກ້ໄຂຈຸດຮົ່ວຊຶມໄດ້ຢ່າງຖືກຕ້ອງ. ດັ່ງນັ້ນ, ບໍລິສັດໄຟຟ້ານ້ຳເທີນ 1 ຈຶ່ງຢືນຢັນ ແລະ ໃຫ້ຄວາມເຂົ້າໃຈແກ່ສັງຄົມ, ມາຮອດປັດຈຸບັນ ເຂື່ອນນ້ຳເທີນ 1 ຍັງມີຄວາມປອດໄພ 100%.

ເຂື່ອນໄຟຟ້ານ້ຳເທີນ

ຂໍ້ມູນຈາກ: https://cutt.ly/JLHE6OS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ