ມຽນມາ

ໃນວັນທີ 18 ກໍລະກົດ 2022 ສຳນັກຂ່າວຕ່າງປະເທດຊື່ດັງຢ່າງ Bloomberg ໄດ້ລາຍງານວ່າທະນາຄານກາງຂອງມຽນມາ (Central Bank of Myanmar) ໄດ້ສົ່ງຈົດໝາຍອອກຄໍາສັ່ງເຖິງບໍລິສັດ, ທຸລະກິດຕ່າງງໆ ແລະ ຜູ້ກູ້ຢືມເງິນລາຍຍ່ອຍໃຫ້ລະງັບການຊໍາລະຄືືນໜີ້ຕ່າງປະເທດເອົາໄວ້ກ່ອນ ແລະອອກຄໍາສັ່ງໃຫ້ບໍລິສັດເອກະຊົນທີ່ມີສັດສ່ວນຊາວຕ່າງຊາດຖືຮຸ້ນຫຼາຍກວ່າ 35% ຕ້ອງແລກເງິນກັບມາເປັນສະກຸນເງິນທ້ອງຖິ່ນ.

ມຽນມາ

ໂດຍຄໍາສັ່ງດັ່ງກ່າວເປັນສະຖານະການຫຼ້າສຸດທີ່ທະນາຄານກາງມຽນມາປະກາດຄໍາສັ່ງອອກມາຕາມມາດຕະການປ້ອງກັນທຶນສໍາຮອງເງິນຕາຕ່າງປະເທດທີ່ລົດລົງ.

ທາງດ້ານ ວິນ ທໍ ຮອງຜູ້ວ່າທະນາຄານກາງມຽນມາ ລະບຸວ່າໃນຈົດໝາຍທີ່ສົ່ງເຖິງທະນາຄານທີ່ໄດ້ຮັບໃບອະນຸຍາດປະກອບກິດຈະການໃຫ້ຊື້ຂາຍເງິນຕາຕ່າງປະເທດ ໃຫ້ລະງັບຊໍາລະດອກເບ້ຍ ແລະ ເງິນຕົ້ນຂອງເງິນກູ້ສະກຸນເງິນຕ່າງປະເທດທີ່ໄດ້ຮັບທັງໃນຮູບເງິນສົດແລະທີ່ຄ້າຍຄືເປັນເງິນສົດ. ອີກທັງໃນຈົດໝາຍດັ່ງກ່າວຍັງລະບຸໃຫ້ທະນາຄານທີ່ໄດ້ຮັບໃບອະນຸຍາດຕ້ອງແຈ້ງແກ່ລູກຄ້າທີ່ມີໜີ້ຕ່າງປະເທດໃຫ້ປັບຕາຕະລາງຊໍາລະໜີ້ກັບເຈົ້າໜີ້ໃນຕ່າງປະເທດ.

ມຽນມາ

ໃນເບື້ອງຕົ້ນມີການປະເມີນຍອດສິນວ່າ ບໍລິສັດຕ່າງປະເທດໃນມຽນມາມີເງິນກູ້ເຢືມໃນສະກຸນຕ່າງປະເທດຢ່າງໜ້ອຍ 1,200 ລ້ານໂດລາ ໂດຍໃນໜີ້ຕ່າງປະເທດເຫຼົ່ານີ້ເປັນໜີ້ເງິນກູ້ຢືມຂອງບໍລິສັດແລະທຸລະກິດລາຍໃຫຍ່ເຊັ່ນ Ooredoo Myanmar (ບໍລິສັດໂທລະຄົມມະນາຄົມຂະໜາດໃຫຍ່ຂອງປະເທດ), City Square Commercial (ທຸລະກິດດ້ານອະສັງຫາລິມະຊັບ), Apollo Towers Myanmar ແລະ Irrawaddy Green Towers (ທັງສອງບໍລິສັດນີ້ກໍເຮັດທຸລະກິດກ່ຽວກັບໂທລະຄົມມະນາຄົມ).

ມຽນມາ

ຢ່າງໃດກໍຕາມ ຫຼັງການຍຶດອໍານາດຂອງລັດຖະບານທະຫານ ມຽນມາ ໄດ້ມີການເຂັ້ມງວດກົດການແລກປ່ຽນເງິນຕາຕ່າງປະເທດຢ່າງຫຼາຍ ເນື່ອງຈາກວ່າຄ່າເງິນຈ໊າດທຽບກັບໂດລາແມ່ນອ່ອນຄ່າລົງໄປເຖິງ 1 ໃນ 3 ຕັ້ງແຕ່ປີ 2021 ຫຼັງການເກີດລັດຖະປະຫານ, ເນື່ອງຈາກເງິນຕາຕ່າງປະເທດທີ່ເປັນທຶນສໍາຮອງຂອງມຽນມາເຊິ່ງເກັບໄວ້ໃນສະຫະລັດອາເມຣິກາ ຖືກລະງັບການເບີກຖອນລວມໄປເຖິງຄວາມຊ່ວຍເຫຼືອຕ່າງໆ ຈາກຕ່າງປະເທດກໍຖືກລະງັບ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການຂວ້ຳບາດ ທັ້ງໆທີ່ເປັນ 2 ແຫຼ່ງຫຼັກທີ່ຜູ້ຈັດສົ່ງເງິນຕາຕ່າງປະເທດໃຫ້ມຽນມາມາກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ