ເອົາຮາງວັນສາມີດີເດັ່ນໄປເລີຍ!!! ເມື່ອໜຸ່ມຜູ້ຮັກເມຍຍິ່ງກວ່າສິ່ງໃດ ລົງທຶນໄປສັກລາຍໃບແຕ່ງງານໄວ້ທີ່ແຂນຂອງຕົນເອງ!!!


ເປັນຂ່າວທີ່ໄດ້ຮັບຄວາມສົນໃຈຈາກຊາວເນັດຈຳນວນຫຼາຍ ເມື່ອສາວຜູ້ໃຊ້ Facebook ຈາກປະເທດໄທຊື່ວ່າ “Om-Aim Daraployphan” ໂພສຮູບຜົວຂອງຕົນທີ່ຫາກໍໄປສັກລາຍໃບແຕ່ງງານຂອງທັງສອງໄວ້ທີ່ແຂນ ພ້ອມກັບຂໍ້ຄວາມຊຶ້ງໃຈໃນຕົວຜົວຄົນນີ້ ເຮັດໃຫ້ຊາວເນັດເຂົ້າມາສະແດງຂໍ້ຄວາມຍິນດີ ແລະ ອິດສາໄປຕາມໆກັນ.

ຈາກເຫດການດັ່ງກ່າວໄດ້ມີຊາວເນັດແຊຣ໌ໂພສອອກໄປຈຳນວນຫຼາຍ ເຮັດໃຫ້ຫຼາຍສື່ອອກມາຂໍສຳພາດຄູ່ຮັກດັ່ງກ່າວ ທັງສອງກໍໄດ້ອອກມາເປີດໃຈໃຫ້ສຳພາດ ໂດຍຜູ້ເປັນຜົວໄດ້ບອກວ່າ ຕົນເອງເປັນຄົນທີ່ຮັກການສັກລາຍຢູ່ແລ້ວ ແຕ່ຢູ່ມາມື້ໜຶ່ງ ຮູ້ສຶກວ່າຢາກມີເມຍຂອງຕົນໄວ້ຢູ່ຂ້າງກາຍຕະຫຼອດເວລາ ຈຶ່ງຂໍເມຍໄປສັກໃບແຕ່ງງານໄວ້ທີ່ແຂນ ເປັນສິ່ງເຕືອນໃຈ ຕອນທີ່ມີບັນຫາກັນກໍໃຫ້ເບິ່ງກັບຄືນເຖິງມື້ທີ່ຮັກກັນ.

ຜູ້ເປັນເມຍກໍໄດ້ໃຫ້ສຳພາດວ່າ ຜົວຂອງຕົນຮັກຕົນຍິ່ງກວ່າຊີວິດຂອງລາວເອງອີກ ລາວຈຶ່ງມາຂໍສັກໃບແຕ່ງງານໄວ້ທີ່ແຂນ ຕົນເອງກໍບໍ່ໄດ້ຂັດຂ້ອງຫຍັງ. ເຊິ່ງການສັກລາຍນັ້ນໃຊ້ເວລາຕັ້ງແຕ່ 7 ໂມງແລງ ເຖິງ 1 ໂມງກາງຄືນ ລວມເວລາໄດ້ 6 ຊົ່ວໂມງ, ນອກຈາກນັ້ນ ຕົນເອງຍັງວາງແຜນຈະສັກຮູບໜ້າເມຍ ກັບລູກໄວ້ທີ່ໜ້າເອິກນຳ ຫຼັງຈາກທີ່ລູກເກີດ, ເຊິ່ງຕອນນີ້ຜູ້ເປັນເມຍກຳລັງຖືພາໄດ້ 6 ເດືອນແລ້ວ.

ຂອບໃຈຂໍ້ມູນຈາກ:

https://bit.ly/2Tj9a0h

https://bit.ly/364OQ5s

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/