ປູກຜັກກະລ່ຳ ແລະ ຜັກປະສົມປະສານເປັນສິນຄ້າ ສ້າງລາຍຮັບ 10-20 ລ້ານຕໍ່ງວດ


ຖ້າເວົ້າເຖິງເລື່ອງຜັກທີ່ຄົນເຮົາບໍລິໂພກແລ້ວລ້ວນແລ້ວແຕ່ມີຜົນປະໂຫຍດຕໍ່ສຸຂະພາບເປັນທີ່ສຸດ ໂດຍສະເພາະຖ້າເຮົາຮູ້ວິທີການບໍລິໂພກ ກໍຈະສົ່ງຜົນດີຕໍ່ຮ່າງກາຍ ແລະ ຍັງສົ່ງຜົນປະໂຫຍດສ້າງລາຍໄດ້ໃຫ້ກັບຄອບຄົວທີ່ປູກອີກດ້ວຍ.

ຜັກກະລໍ່າ ກໍເປັນອີກພືດຜັກຊະນິດໜຶ່ງ ທີ່ຫຼາຍຄົນນິຍົມບໍລິໂພກ, ສະນັ້ນ ຫຼາຍຄອບຄົວພາຍໃນແຂວງ ແລະ ເມືອງ ກໍໄດ້ປູກຜັກຊະນິດຕ່າງໆ ຫຼັກໆກໍຄືຜັກກະລໍ່າ, ເຊິ່ງໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວທີ່ປູກຜັກຫຼາຍພໍສົມຄວນ ແລະ ສາມາດນຳລາຍໄດ້ມາສູ່ຄອບຄົວອີກ.

ຄອບຄົວຂອງ ທ່ານ ບົກວ່າງ ປະຊາຊົນບ້ານຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ, ກໍເປັນອີກຄອບຄົວໜຶ່ງທີ່ໄດ້ຍຶດຖືເອົາອາຊີບກະສິກຳປູກຝັງ ແລະ ໄດ້ຈຳໜ່າຍຜັກກະລໍ່າ ອອກສູ່ທ້ອງຕະຫຼາດ ຕັ້ງແຕ່ປີ 2019 ຈົນຮອດປັດຈຸບັນ, ສ່ວນຜັກປະສົມປະສານເຊັ່ນ: ຜັກບົ່ວ, ຜັກຫອມ, ຜັກກາ, ໝາກແຕງ, ໝາກຖົ່ວ ແລະ ໝາກຊູ ແມ່ນເລີ່ມປູກຕັ້ງແຕ່ປີ 1989 ເປັນຕົ້ນມາ. ເຊິ່ງໃນແຕ່ກ່ອນການປູກແມ່ນອາໄສປູກແບບຕາມທຳມະຊາດ, ປູກແບບພື້ນບ້ານ ແລະ ເນັ້ນໃສ່ບໍລິໂພກພາຍໃນຄອບຄົວເປັນຫຼັກ.

ແຕ່ເມື່ອແຂວງໄຊສົມບູນສ້າງຕັ້ງໃໝ່ ໄດ້ມີເງື່ອນໄຂນະໂຍບາຍຕ່າງໆ ທີ່ທາງລັດວາງອອກ, ເຊິ່ງອຳນວຍຄວາມສະດວກສະບາຍໃນຫຼາຍດ້ານ. ເມື່ອເປັນດັ່ງນັ້ນ, ທາງຄອບຄົວ ຈຶ່ງໄດ້ພາກັນສຸມໃສ່ວຽກງານກະສິກຳຢ່າງຈິງຈັງໃຫ້ຫຼາຍຂຶ້ນ ແລະ ກໍສາມາດສ້າງລາຍຮັບໃຫ້ພາຍໃນຄອບຄົວຫຼາຍຂຶ້ນກວ່າເມື່ອກ່ອນ. ສຳລັບກະລ່ຳ ແມ່ນສາມາດສ້າງລາຍຮັບໄດ້ 10-20 ລ້ານ ກີບຕໍ່ງວດ, ສ່ວນຜັກປະສົມປະສານສາມາດສ້າງລາຍໄດ້ 5-6 ລ້ານກີບ ຕໍ່ເດືອນ.

ນອກຈາກນີ້ ທາງຄອບຄົວທ່ານ ບົກວ່າງ ຍັງໄດ້ສົ່ງຈຳນວນຜັກກະລໍ່າ ແລະ ຜັກປະສົມປະສານ ສົ່ງອອກຕ່າງແຂວງອີກດ້ວຍ, ຈາກຄວາມດຸໝັ່ນຂະຫຍັນພຽນຂອງທາງຄອບຄົວ ທີ່ເຮັດມາດົນນານຫຼາຍປີ ແລ້ວ ແລະ ໃນປັດຈຸບັນກໍມີຫຼາຍໄດ້ເພີ່ມຂຶ້ນເລື້ອຍໆ ສາມາດເຮັດໃຫ້ທາງຄອບຄົວຫຼຸດພົ້ນຈາກຄວາມທຸກຍາກໄດ້.

ຂອບໃຈຂໍ້ມູນຈາກ: shorturl.asia/sWJzI

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/