ລັດຖະບານຫຼາຍປະເທດ ໄດ້ເພີ່ມມາດຕະການປ້ອງກັນ ການແຜ່ລະບາດໂຄວິດສາຍພັນເດວຕ້າ


ສຳລັບໂຄວິດສາຍພັນ ເດວຕ້າ ປັດຈຸບັນໄດ້ແຜ່ໄປຍັງຫຼາຍປະເທດກວມເອົາເຖິງ 92 ປະເທດດ້ວຍກັນ, ແຕ່ທາງລັດຖະບານກໍໄດ້ເອົາໃຈໃສ່ ອອກມາດຕະການປ້ອງກັນດ້ວຍຫຼາຍວິທີ.

ໃນປະເທດສ່ວນໃຫຍ່ໃນຢູໂຣບ ຂະນະທີ່ຜູ້ຕິດເຊື້ອໄດ້ຮັບການຮັກສາຢ່າງດີ ຕົວເລກກໍຄ່ອຍໆລົດລົງຕໍ່ເນື່ອງ, ນອກຈາກນີ້ ກໍມີຫຼາຍປະເທດທີ່ບໍ່ໄດ້ພາກັນໃສ່ຜ້າອັດປາກແລ້ວ ແລະ ຍົກເລີກມາດຕະການຕ່າງໆ ແລະ ໃຊ້ຊີວິດແບບປົກກະຕິໄດ້. ສ່ວນປະເທດທີ່ຍັງມີການລະບາດຂອງສາຍພັນ ເດວຕ້າ ກໍຍັງຄົງຮັກສາ ແລະ ເພີ່ມມາດຕະການປ້ອງກັນຕໍ່ໄປ. ສ່ວນປະເທດທີ່ມີຍອດຜູ້ຕິດເຊື້ອລົດລົງ ກໍຂຶ້ນກັບປັດໄຈຫຼາຍຢ່າງທີ່ທາງລັດຖະບານສຸມໃສ່ວຽກງານດ້ານີ້ ຢ່າງໃກ້ຊິດສະໜິດແໜ້ນ, ພ້ອມກັນນັ້ນ ຍັງໄດ້ຄວບຄຸມສະຖານະການໄວ້ໄດ້ຄົງທີ່.

ປະເທດໂປຕູເກດ ກໍເປັນອີກປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດສາຍພັນ ເດວຕ້າ (Delta Plus) ເຊິ່ງທາງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເພີ່ມມາດຕະການຕ່າງໆ ພ້ອມກະຈາຍວັກຊີນໃຫ້ທົ່ວເຖິງກັບກຸ່ມປະຊາກອນພາຍໃນປະເທດ ແລະ ຄາດວ່າສາຍພັນນີ້ຈະແຜ່ເປັນວົງກວ້າງ,​ ສະນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໃຫ້ຄວາມສຳຄັນກັບບັນຫານີ້ ພ້ອມອອກມາດຕະການເພີ່ມຂຶ້ນຢ່າງເຂັ້ມງວດ.

ພ້ອມກັນນີ້ປະເທດມາເລເຊຍ ກໍໄດ້ອອກຄຳສັ່ງລັອກດາວທົ່ວປະເທດ ເປັນໄລຍະເວລາຍາວໄປ 1 ເດືອນ ແລະ ຫຼາຍຕົວເມືອງໃນປະເທດກໍໄດ້ລັອກດາວຕື່ມອີກ.

ສ່ວນປະເທດສະວິດເຊີແລນ ກໍໄດ້ຍົກເລີກມາດຕະການຈຳກັດເປັນສ່ວນໃຫຍ່ ທາງລັດຖະມົນຕີກໍໄດ້ອອກມາສະແດງຄຳຄິດເຫັນວ່າ: ເຊື່ອໝັ້ນໃນການໃຊ້ວັກຊີນໂຄວິດ-19 ປະເພດ mRNA ຂອງໄຟເຊີ-ໄບໂອເອັນເທັກ ແລະ ໂມເດິນາ, ເຊິ່ງເໝາະສົມໃນການຄຸ້ມກັນໃຫ້ແກ່ປະຊາກອນຂອງປະເທດຕົນ.

ນອກຈາກນີ້ ກໍຍັງມີຫຼາຍປະເທດທີ່ເອົາໃຈໃສ່ ກັບບັນຫາດັ່ງກ່າວຢ່າງພ້ອມພຽງກັນກັບບັນດາປະຊາກອນໃນປະເທດ ແລະ ບາງປະເທດກໍໄດ້ພົ້ນຈາກການແຜ່ເຊື້ອ ໃຊ້ຊີວິດແບບປົກກະຕິກໍມີເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/2UN82Cl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/