ພົນລະເມືອງດີຊ່ວຍຍິງໂຈນທີ່ຍິງຕຳຫຼວດເສຍຊີວິດ ແຕ່ກາຍເປັນວ່າຖືກຕຳຫຼວດຍິງເສຍຊີວິດ!!!


ເຫດການນີ້ເກີດຂຶ້ນໃນອາທິດທີ່ຜ່ານມາ ໃນລັດໂຄໂລຣາໂດ ຫຼັງຈາກທີ່ເຈົ້າໜ້າທີ່ຕຳຫຼວດ Gordon Beesley ໄດ້ຮັບແຈ້ງເຫດວ່າມີຊາຍໜ້າສົງໄສຢູ່ສະຖານທີ່ແຫ່ງໜຶ່ງ. ຫຼັງຈາກນັ້ນ ລາວກໍໄດ້ໄປກວດສອບສະຖານທີ່ທີ່ໄດ້ຮັບແຈ້ງພ້ອມກັບຕຳຫຼວດອີກຈຳນວນໜຶ່ງ ແລ້ວກໍພົບກັບຊາຍຜູ້ໜ້າສົງໄສອາຍຸ 59 ປີ ທີ່ຈອດລົດກະບະຢູ່ໃນສະພາບໃສ່ໝວກແກ໊ບ ແລະ ຜ້າປິດບັງໃບໜ້າ ຮູ້ຊື່ວ່າ Ronald Troyke ໃນເວລາຕໍ່ມາ.

ໃນຂະນະທີ່ຊາຍຄົນດັ່ງກ່າວຫັນມາເຫັນຕຳຫຼວດທີ່ມາຂໍກວດຄົ້ນ ກໍໄດ້ຮີບຮ້ອນເອົາປືນໄຣເຟິນ ຍົກຂຶ້ນແລ່ນຍິງໃສ່ຕຳຫຼວດທັນທີ,​ ເມື່ອ Gordon ເຫັນດັ່ງນັ້ນຈຶ່ງຮີບຫາບ່ອນກຳບັງ ແຕ່ຊາຍຄົນດັ່ງກ່າວໄດ້ຍິງໃສ່ອີກ 2 ຄັ້ງຈົນເຈົ້າໜ້າທີ່ຕຳຫຼວດເສຍຊີວິດໃນບ່ອນເກີດເຫດ.

ຄົນຮ້າຍໄດ້ເລີ່ມຍິງໃສ່ຕຳຫຼວດຢ່າງບ້າເດືອດ ເຂົາຍິງໃສ່ລົດຕຳຫຼວດທີ່ຈອດຢູ່ບໍລິເວນນັ້ນ ຈົນຜູ້ຄົນທີ່ຢູ່ແຖວນັ້ນແລ່ນໜີຫາບ່ອນລີ້ຢ່າງວຸ່ນວາຍ. ເມື່ອ Ronald Troyke ຊາຍຜູ້ກໍ່ເຫດກຳລັງປ່ຽນປືນອີກກະບອກ ແລ້ວກຳລັງຍ່າງມຸ່ງໜ້າໄປບ່ອນຊຸມຊົນທີ່ມີຄົນຫຼາຍ ເປັນຈັງຫວະດຽວກັນກັບ Johnny Hurley ເຊິ່ງບັງເອີນຢູ່ບໍລິເວນນັ້ນພໍດີ ແລະ ເຫັນເຫດການທັງໝົດທີ່ເກີດຂຶ້ນ ເພື່ອສະກັດກັ້ນຄົນຮ້າຍບໍ່ໃຫ້ກໍ່ເຫດນອງເລືອດ ລາວຈຶ່ງເອົາປືນສັ້ນຂອງລາວເອງຍິງໃສ່ຄົນຮ້າຍ.

ຫຼັງຈາກຄົນຮ້າຍລົ້ມລົງ Johnny ກໍຮີບໄປຍຶດປືນຈາກຄົນຮ້າຍທັນທີ ພໍດີກັບເຈົ້າໜ້າທີ່ຕຳຫຼວດທີ່ເປັນກຳລັງເສີມອີກຊຸດໜຶ່ງແລ່ນມາຮອດ ເຫັນ Johnny ກຳລັງຖືປືນແບບດຽວກັບທີ່ໄດ້ຮັບແຈ້ງເຫດ ຕຳຫຼວດຊຸດໃໝ່ເລີຍຍິງ Johnny ເຂົ້າໄປເຕັມໆ ຈົນເຮັດໃຫ້ລາວເສຍຊີວິດ.

ເຈົ້າໜ້າທີ່ຕຳຫຼວດໄດ້ສຳນຶກຜິດໃນການກະທຳດັ່ງກ່າວ ໜ່ວຍງານຕຳຫຼວດລັດໂຄໂລຣາໂດ ໄດ້ອອກຖະແຫຼງເຖິງເຫດການຄັ້ງນີ້ວ່າ “ທາງກົມຕຳຫຼວດ ແລະ ຊຸມຊົນຂອງເຮົາໄດ້ຂໍຍ້ອງຍໍການກະທຳຂອງ Johnny Hurley ໃຫ້ເປັນຮີໂຣ້ ແລະ ມື້ນີ້ເຮົາໄດ້ສູນເສຍຮີໂຣ້ 2 ຄົນໄປ” ແລະ ຍັງໄດ້ເປີດລະດົມທຶນໃຫ້ກັບຄອບຄົວ Johnny ເຊິ່ງຕອນນີ້ມີຜູ້ບໍລິຈາກຫຼາຍເກືອບ 1,000 ລ້ານກີບແລ້ວ ແລະ ຍັງເປີດລະດົມຕໍ່ໄປຢູ່, ຍັງບໍ່ມີລາຍງານວ່າທາງກົມຕຳຫຼວດ ຫຼື ພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຜິດຊອບອັນໃດນອກຈາກເປີດລະດົມທຶນ ຫຼື ຮັບໂທດໃດເພີ່ມຕື່ມ ຕ້ອງຖ້າຕິດຕາມຕໍ່ໄປ.

ສ່ວນ Ronald Troyke ຄົນຮ້າຍຕົວແທ້ ທາງຕຳຫຼວດກໍໄດ້ໄປພົບກັບໂນ໊ດທີ່ລາວໄດ້ຂຽນໄວ້ວ່າ: “ເປົ້າໝາຍຂອງມື້ນີ້ ຕ້ອງຂ້າຕຳຫຼວດເມືອງ Arvada ໃຫ້ໄດ້, ເຮົາບໍ່ເຄີຍເປັນສັດຕູກັນ ແຕ່ມື້ນີ້ເຮົາເປັນແລ້ວ, ນີ້ແມ່ນສິ່ງທີ່ພວກມຶງຕ້ອງໄດ້ຮັບ ແລະ ພວກຂີ້ເຫຍື້ອຄືພວກມຶງຕ້ອງຖືກຂ້າມື້ລະເປັນຮ້ອຍ!”

ຂອບໃຈຂໍ້ມູນຈາກ:

https://cutt.ly/omotVpn

https://cutt.ly/gmot2MY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/