YouTuber ຊາວຍີ່ປຸ່ນຖືກຈັບ ເນື່ອງຈາກເຮັດວິດີໂອສະປອຍຮູບເງົາລົງ YouTube!!!


ໃນໄລຍະຫຼັງໆມານີ້ ປະເທດຍີ່ປຸ່ນໄດ້ຈິງຈັງໃນການບັງຄັບໃຊ້ກົດໝາຍລະເມີດລິຂະສິດຫຼາຍຂຶ້ນ ໂດຍສະເພາະການນຳເອົາຮູບເງົາ ຫຼື ອະນິເມະມາເຜີຍແຜ່ໂດຍບໍ່ໄດ້ຮັບອະນຸຍາດ. ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມຈິງຈັງໃນກົດໝາຍ ຍີ່ປຸ່ນກໍໄດ້ດຳເນີນການຈັດການກັບຜູ້ໃຊ້ YouTube ທີ່ເຮັດຜິດກົດໝາຍທັນທີ.

ໃນວັນທີ 23 ມິຖຸນາທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດແຂວງມິຍາກິ ໄດ້ເຂົ້າຈັບຕົວກຸ່ມໄວໜຸ່ມ 3 ຄົນ ຫຼັງຈາກທີ່ພວກເຂົາເຮັດວິດີໂອສະຫຼຸບຮູບເງົາອັບໂຫຼດລົງໃນ YouTube ເພາະວ່າທັງ 3 ໄດ້ຕັດຕໍ່ວິດີໂອສ່ວນໜຶ່ງຂອງຮູບເງົາທີ່ມີລິຂະສິດມາເຮັດເປັນວິດີໂອສະປອຍ.

ວິດີໂອ ປະເພດສະປອຍ ຫຼື ສະຫຼຸບຮູບເງົາ ເປັນວິດີໂອທີ່ກຳລັງເປັນທີ່ນິຍົມແບບບໍ່ໜ້າເຊື່ອ, ເຊິ່ງໃນປີ 2020 ມີວິດີໂອປະເພດນີ້ເຖິງ 2,100 ວິດີໂອ ຈາກຜູ້ອັບໂຫຼດ 55 ບັນຊີໃນປະເທດຍີ່ປຸ່ນ, ມີຍອດເຂົ້າເບິ່ງເຖິງ 477 ລ້ານຄັ້ງ ສ້າງຄວາມເສຍຫາຍໃຫ້ວົງການຮູບເງົາ ແລະ ອະນິເມະຍີ່ປຸ່ນຫຼາຍເຖິງ 9,560 ລ້ານເຢນ.

ການຈັບກຸມໃນຄັ້ງນີ້ ຂ້ອນຂ້າງເປັນທີ່ໜ້າສົນໃຈຂອງຊາວເນັດໃນຍີ່ປຸ່ນເລີຍ ມີຄົນໃຫ້ຄວາມສົນໃຈ ແລະ ສະແດງຄຳເຫັນເປັນຈຳນວນຫຼາຍ ລວມເຖິງຄຳຖາມທີ່ວ່າ ຂອບເຂດຂອງລິຂະສິດມັນຢູ່ບ່ອນໃດກັນແທ້ ຫຼື ກົດໝາຍດັ່ງກ່າວ ຕໍ່ໄປຈະຖືກບັງຄັບໃຊ້ຄວບຄຸມຮອດໃສ ຮອດຕ່າງປະເທດ ຫຼື ພາຍໃນຍີ່ປຸ່ນເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3h69Gb8

https://cutt.ly/5mdaKGQ

ສາມາດຕິດຕາມໄດ້ທີ່: https://bit.ly/3qDmrgk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/