ໂຄວິດສາຍພັນເດວຕ້າ ແຜ່ລະບາດເຖິງ 25 ແຂວງໃນປະເທດໄທ


ໃນວັນທີ 24 ມິຖຸນາ ທີ່ຜ່ານມາ ທາງກົມວິທະຍາສາດການແພດໄທ ໄດ້ເຜີຍຕາຕະລາງຈຳນວນຜູ້ຕິດເຊື້ອໂຄວິດສາຍພັນເດວຕ້າ ຫຼື ສາຍພັນອິນເດຍ ເຊິ່ງເປັນຂໍ້ມູນຕັ້ງແຕ່ວັນທີ 1 ເມສາ ຫາ 20 ມິຖຸນາ ພົບຈຳນວນຜູ້ຕິດເຊື້ອສາຍພັນເດວຕ້າ 661 ກໍລະນີ ແລະ ໄດ້ລະບາດໄປທີ່ແຂວງຕ່າງໆ. ໃນຂະນະທີ່ປະເທດໄທສ່ວນຫຼາຍຍັງເປັນສາຍພັນອັງກິດ ແລະ ມີທ່າອ່ຽງທີ່ຈະເກີດສາຍພັນອິນເດຍເຂົ້າມາແທນທີ່ ສິ່ງທີ່ຈະເຮັດໄດ້ໃນໄລຍະນີ້ກໍເປັນການຄວບຄຸມ ແລະ ປ້ອງກັນໃຫ້ດີທີ່ສຸດ.

ນອກຈາກນີ້ ໃນປະເທດໄທຈາກການລາຍງານຂ່າວທາງກົມວິທະຍາສາດການແພດ ແມ່ນມີໂຄວິດ 3 ສາຍພັນ ເຊິ່ງການແຜ່ເຊື້ອ ແລະ ອາການກໍຈະແຕກຕ່າງກັນອອກໄປ.

ສຳລັບສາຍພັນເດວຕ້າ ຫຼື ສາຍພັນອິນເດຍ: ໃນວັນທີ 22 ມິຖຸນາ 2021 ທີ່ຜ່ານມາ ພົບຜູ້ຕິດເຊື້ອຈຳນວນ 661 ກໍລະນີ, ເຊິ່ງສາຍພັນນີ້ກໍພົບເປັນຄັ້ງທຳອິດທີ່ປະເທດອິນເດຍ ພົບການແຜ່ລະບາດໄປເຖິງ 92 ປະເທດໃນທົ່ວໂລກ. ສ່ວນພົບຄັ້ງທຳອິດໃນໄທແມ່ນຢູ່ ບ້ານພັກຄົນງານ ແລະ ບ່ອນທີ່ພົບຫຼາຍກວ່າໝູ່ແມ່ນຢູ່ກຸງເທບ.

ສຳລັບສາຍພັນອານຟາ ຫຼື ສາຍພັນອັງກິດ: ພົບການຕິດເຊື້ອໃນປະເທດໄທວັນທີ 3 ມັງກອນ 2021 ທີ່ຜ່ານມາ, ເຊິ່ງສາຍພັນນີ້ກໍເປັນສາຍພັນໜຶ່ງທີ່ແຜ່ເຊື້ອໄດ້ງ່າຍ.

ສຳລັບສາຍພັນເບຕ້າ ຫຼື ອາຟຣິກາໃຕ້: ພົບການລະບາດໃນປະເທດໄທຄັ້ງທຳອິດ ໃນພື້ນທີ່ແຖວພາກໃຕ້ ໂດຍໄດ້ຮັບການຕິດເຊື້ອຈາກຜູ້ລັກລອບເຂົ້າມາໃນເມືອງ ແລະ ພົບຜູ້ຕິດເຊື້ອຄັ້ງທຳອິດໃນວັນທີ 9 ມິຖຸນາ 2021 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

https://bit.ly/2SLjEW2

https://bit.ly/368fg6E

ຂອບໃຈຮູບພາບຈາກ:

https://bit.ly/2Ukypj2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/