ສະໜາມບິນປະເທດຈີນ ອອກກົດເກັບຄ່າດູແລແຟນຄລັບຂອງສິລະປິນຈາກຜູ້ຈັດງານ!!!


ເປັນເລື່ອງທີ່ມີມາແຕ່ດົນນານ ເວລາທີ່ສິລະປິນທີ່ຕົນເອງຮັກເດີນທາງໄປສະຖານທີ່ຕ່າງໆ ບັນດາແຟນຄລັບກໍຈະຕາມໄປຖ້າຢູ່ເດີ່ນບິນ ເພື່ອພົບກັບສິລະປິນຕົວແທ້, ແຕ່ບັນຫາແຟນຄລັບນຳສິລະປິນໄປຮອດເດີ່ນບິນກໍປະຕິເສດບໍ່ໄດ້ວ່າອາດຈະສ້າງຄວາມຫຍຸ້ງຍາກບາງຢ່າງໃຫ້ກັບສະໜາມບິນເຊັ່ນ ສຽງລົບກວນຜູ້ມາໃຊ້ບໍລິການຄົນອື່ນເປັນຕົ້ນ.

ສະໜາມບິນຊາງຊາ ທີ່ຕັ້ງຢູ່ເມືອງຊາງຊາ ມົນທົນຫູໜານ ເຊິ່ງຂຶ້ນຊື່ວ່າເປັນເມືອງສູນກາງຂອງລາຍການບັນເທີງຈີນ ເນື່ອງຈາກເປັນສະຖານທີ່ຖ່າຍທຳລາຍການວາໄຣຕີ້ດັງໆຫຼາຍລາຍການ ເຮັດໃຫ້ມີສິລະປິນ-ໄອດອລ ບິນເຂົ້າ-ອອກ ສະໜາມບິນແຫ່ງນີ້ທຸກໆມື້ ແລະ ກໍມີແຟນຄລັບຕາມມາເປັນຈຳນວນຫຼວງຫຼາຍຈົນເຕັມເດີ່ນບິນ.

ເດີ່ນບິນຊາງຊາ ຈຶ່ງໄດ້ອອກກົດບັງຄັບເກັບຄ່າບໍລິການດູແລແຟນຄລັບ ຈາກສະຕູດີໂອທີ່ຈັດລາຍການທັງຫຼາຍ ຖ້າຫາກວ່າມີແຟນຄລັບມາລໍຖ້າສິລະປິນຢູ່ເດີ່ນບິນ. ທາງເດີ່ນບິນ ມັກຈະໄດ້ຮັບການລາຍງານຈາກຜູ້ໂດຍສານກ່ຽວກັບພຶດຕິກຳຂອງແຟນຄລັບຢູ່ເປັນປະຈຳ ເນື່ອງຈາກພວກເຂົາຄິດຄິດວ່າການກະທຳດັ່ງກ່າວເປັນການລົບກວນຜູ້ໂດຍສານທ່ານອື່ນ.

ຄ່າທຳນຽມທີ່ຕ້ອງຈ່າຍກໍຂຶ້ນຢູ່ກັບຈຳນວນແຟນຄລັບ, ກໍລະນີທີ່ມີແຟນຄລັບ 20-50 ຄົນ ຕ້ອງຈ່າຍ 2,000 ຢວນ, ຫຼາຍກວ່າ 50 ຕ້ອງຈ່າຍ 3,000 ຢວນ ແລະ ຖ້າຕ່ຳກວ່າ 20 ຄົນກໍບໍ່ຕ້ອງຈ່າຍ, ຖ້າທາງລາຍການທີ່ຈັດ ກຽມເຈົ້າໜ້າທີ່ມາດູແລຄວາມຮຽບຮ້ອຍເອງຢ່າງດີ ທາງສະໜາມບິນຈະເກັບພຽງ 50% ຂອງລາຄາທີ່ຕ້ອງຈ່າຍເທົ່ານັ້ນ ເງິນຈຳນວນທີ່ເສຍຄ່າທຳນຽມຈະນຳໄປໃຊ້ເພື່ອດູແລຄວາມປອດໄພຂອງເດີ່ນບິນ.

ໃນຂະນະດຽວກັນກໍໄດ້ມີຊາວເນັດຈຳນວນຫຼາຍອອກມາໃຫ້ຄຳເຫັນກ່ຽວກັບການອອກກົດດັ່ງກ່າວ, ສ່ວນໃຫຍ່ກໍເຫັນນຳ ບອກວ່າພຶດຕິກຳດັ່ງກ່າວ ຄວນຈະໄດ້ຮັບການຄວບຄຸມ ເພາະມັນເຮັດໃຫ້ການຈະລາຈອນຕິດຂັດ ຫຼື ລົບກວນຜູ້ໂດຍສານທ່ານອື່ນ ບາງສ່ວນກໍບອກວ່າມັນລົບກວນເວລາສ່ວນຕົວຂອງສິລະປິນ. ທັງນີ້ທັງນັ້ນ ເຮົາຕ້ອງຕິດຕາມຕໍ່ໄປວ່າກົດບັງຄັບດັ່ງກ່າວ ຈະມີການປັບປຸງ ຫຼື ນຳໄປໃຊ້ກັບເດີ່ນບິນອື່ນອີກ ຫຼື ບໍ່.

ຂອບໃຈຂໍ້ມູນຈາກ:

https://cutt.ly/4mgaogJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/