ຫວຽດນາມຂໍເວລາຕັດສິນໃຈໃນການປະເມີນວ່າຈະສາມາດຈັດການແຂ່ງຂັນກິລາຊີເກມຄັ້ງທີ 31 ໃນທ້າຍເດືອນພະຈິກທີ່ຈະມາເຖິງນີ້ ຫຼື ເລື່ອນໄປປີ 2022


ການແຂ່ງຂັນກິລາຊີເກມຄັ້ງທີ 31 ໂດຍມີປະເທດຫວຽດນາມເປັນເຈົ້າພາບ ມີກຳນົດຈັດໃນວັນທີ 21 ພະຈິກ ເຖິງວັນທີ 2 ທັນວາ 2021 ໃນຂະນະດຽວກັນ ສະຖານະການໂຄວິດ-19 ໃນປະເທດຫວຽດນາມ ປັດຈຸບັນກໍຍັງມີຄວາມເປັນກັງວົນ ທາງລັດຖະບານຫວຽດນາມຈຶ່ງຂໍໃຫ້ເລື່ອນຈັດການແຂ່ງຂັນໄປປີໜ້າ.

ເລຂາທິການສຳນັກງານບໍລິຫານສະຫະພັນມົນຕີຊີເກມ ໄດ້ປະຊຸມທາງໄກກັບຄະນະມົນຕີຊີເກມນານາຊາດ ເລື່ອງທີ່ຫວຽດນາມຂໍເລື່ອນຈັດການແຂ່ງຂັນຊີເກມໄປເປັນເດືອນເມສາ-ພຶດສະພາ ປີ 2022 ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງໜ້າເປັນຫ່ວງໃນປັດຈຸບັນ, ຫຼັງຈາກນັ້ນ ໄດ້ຕົກລົງໃຫ້ເວລາ 1 ອາທິດ ກັບທາງມົນຕີຊີເກມຂອງຫວຽດນາມ ໄປປຶກສາຫາລືກັບລັດຖະບານຫວຽດນາມອີກຄັ້ງໜຶ່ງ ວ່າຈະຕົກລົງກັນແບບໃດ ເຊິ່ງທາງມົນຕີຊີເກມຫວຽດນາມກໍໄດ້ພະຍາຍາມທີ່ຈະຈັດໃຫ້ໄດ້ຕາມກຳນົດເກົ່າ ແຕ່ກໍເປັນໄປໄດ້ຍາກ.

ການປະຊຸມສະຫຼຸບຜົນຕົກລົງ ຈະຈັດຂຶ້ນອີກຄັ້ງໃນວັນທີ 8 ກໍລະກົດທີ່ຈະມາເຖິງນີ້ ຫວຽດນາມຈະມາໃຫ້ຄຳຕອບວ່າ ຍັງສາມາດຈັດຕາມກຳນົດເກົ່າໄດ້ບໍ່ ຫຼື ຕ້ອງເລື່ອນໄປເປັນປີ 2022.

ຂອບໃຈຂໍ້ມູນຈາກ:

https://cutt.ly/PmglsHt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/