ເມື່ອພັກຮຽນ ຄວນເຮັດຫຍັງດີ ໃຫ້ມີປະໂຫຍດແກ່ຕົນເອງ?


ໃນໄລຍະພັກຮຽນຫຼາຍຄົນອາດຈະເຮັດກິດຈະກຳຕ່າງໆ ທີ່ສົ່ງຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ກິດຈະກຳຕໍ່ໄປນີ້ ກໍມີຫຼາຍຄົນເອົາໄປນຳໃຊ້ໃນຊີວິດປະຈຳວັນແລ້ວ ຍັງເຫັນຜົນຕາມມາອີກດ້ວຍ ເຊິ່ງຈະມີກິດຈະກຳໃດນັ້ນເຮົາສາມາດເບິ່ງໄດ້ດັ່ງນີ້:

  1. ຖ່າຍ Vlog ພາທ່ຽວ, ຄອນເທັ້ນແຕ່ງໜ້າ ຫຼື ຣີວິວອາຫານການກິນ: ເປັນສິ່ງໜຶ່ງທີ່ຈະສົ່ງຜົນດີໃຫ້ແກ່ເຮົາພ້ອມກັບຜູ້ຕິດຕາມຂອງເຮົາ, ຖ້າຫາກເຮົານຳສິ່ງດີມີປະໂຫຍດມາເຮັດເປັນ Vlog ນອກຈະໄດ້ລອງສິ່ງໃໝ່ແລ້ວ ຍັງໄດ້ຮູ້ເຖິງສິ່ງຕ່າງໆທີ່ເຮົາບໍ່ເຄີຍສຳຜັດ ເຮັດໃຫ້ເຮົາມີໂອກາດໄດ້ຮູ້ສິ່ງເຫຼົ່ານັ້ນເພີ່ມຂຶ້ນ.
  1. ອອກກຳລັງກາຍ: ການອອກກຳລັງກາຍເປັນສິ່ງສຳຄັນທີ່ສຸດສຳລັບຮ່າງກາຍຂອງເຮົາ ຖ້າຫາກເຮົາແບ່ງເວລາມາອອກກຳລັງກາຍໃນແຕ່ລະມື້ແຕ່ລະວັນຍິ່ງເປັນການດີຕໍ່ສຸຂະພາບຂອງເຮົາ, ອອກກຳລັງກາຍກາງແຈ້ງ ຫຼື ອອກໄປສະຖານທີ່ສວນສາທາລະນະກໍຍິ່ງຜົນສົ່ງດີ ເພາະໄດ້ທັງຮ່າງກາຍທີ່ແຂງແຮງ ຍັງຈະໄດ້ເຫັນພາບບັນຍາກາດອ້ອມຂ້າງໃຫ້ສະບາຍຫູສະບາຍຕາອີກດ້ວຍ.
  1. ຮຽນອອນລາຍ: ເມື່ອພັກໂຮງຮຽນໃນໄລຍະຍາວພໍສົມຄວນ ການທີ່ເຮົາຈະຫັນມາສຶກສາຮ່ຳຮຽນດ້ວຍຕົນເອງຍິ່ງເປັນສິ່ງທີ່ດີ ແລະ ສົ່ງຜົນບວກທີ່ສຸດໃຫ້ແກ່ຕົນເອງ, ຖ້າວ່າງຈາກສິ່ງຕ່າງໆທີ່ເຮົາເຮັດ ແລ້ວມາຮ່ຳຮຽນສຶກສາທາງອອນລາຍ ຫຼື ຮ່ຳຮຽນດ້ວຍຕຳລາກໍໄດ້ເຊັ່ນດຽວກັນ, ບໍ່ວ່າຈະຮຽນໃນຮູບແບບໃດ ສິ່ງເຫຼົ່ານັ້ນຈະສົ່ງຜົນດີໃຫ້ແກ່ເຮົາສະເໝີ.
  1. ເບິ່ງໜັງຟັງເພງ: ກິດຈະກຳນີ້ ກໍດີເຊັ່ນດຽວກັນ ຖ້າຫາກເຮົາເລືອກປະຕິບັດດ້ວຍວິທີທີ່ຖືກຕ້ອງ ການເບິ່ງ ແລະ ຮັບຟັງ ສິ່ງທີ່ຕົນເອງມັກ ແລ້ວນຳເອົາສິ່ງທີ່ມີປະໂຫຍດໃນເພງ ຫຼື ຮູບເງົາ ທີ່ເຮົາ ສຳຜັດນັ້ນ ມາໃຊ້ໃນຊີວິດປະຈຳວັນກໍໄດ້ ເພາະການທີ່ເຮົາເອົາມາປະຕິບັດເລື້ອຍໆນັ້ນ ຈະສົ່ງຜົນປະໂຫຍດກັບມາຫາເຮົາເຊັ່ນກັນ.
  2. ເຮັດວຽກ Part-Time ຫຼື ຂາຍເຄື່ອງອອນລາຍ: ສິ່ງດັ່ງກ່າວນີ້ ສາມາດເຮັດໃຫ້ຮຽນຮູ້ການຈັດການເງິນຂອງຕົນເອງ. ນອກຈາກນີ້ ກໍ​ຍິ່ງເປັນການດີ ຖ້າຫາກເຮົາຮູ້ຈັກໃຊ້ເວລາໃນການພັກຮຽນນີ້ ມາຂາຍເຄື່ອງອອນລາຍ ແລະ ມັນອາດເປັນວິທີໜຶ່ງທີ່ສາມາດເຮັດໃຫ້ເຮົາມີລາຍໄດ້ກ່ອນເຂົ້າຮຽນ ພ້ອມກັບຕໍ່ຍອດເງິນຂອງເຮົາໃຫ້ຫຼາຍກວ່າທີ່ຜ່ານມາ.
  3. ອອກໄປທ່ອງທ່ຽວ ເກັບກ່ຽວປະສົບການ: ສຳລັບນັກຮຽນຄົນໃດທີ່ພັກຮຽນໃນໄລຍະນີ້ ການທ່ອງທ່ຽວກໍເປັນອີກທາງໜຶ່ງ ທີ່ສາມາດເຮັດໃຫ້ໃຫ້ເຮົາໄດ້ປະໂຫຍດ ແລະ ປະສົບການທີ່ໄດ້ໄປທ່ຽວໃນສະຖານທີ່ຕ່າງໆ ພ້ອມກັບມີຜົນປະໂຫຍດທາງດ້ານສຸຂະພາບ ແລະ ຈິດໃຈຂອງເຮົາອີກດ້ວຍ. ນອກຈາກນີ້ ກໍຍັງໄດ້ຄວາມຮູ້ຕື່ມອີກ ເປັນຕົ້ນແມ່ນ ການໄປສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ເມືອງເກົ່າແກ່ຕ່າງໆ ແລະ ສະຖານທີ່ທຳມະຊາດສ້າງຂຶ້ນເອງ ເຮົາກໍຈະໄດ້ຄວາມຮູ້ມາສູ່ຕົນເອງຂຶ້ນຕື່ມ.

ນອກຈາກນີ້ ກໍຍັງມີຫຼາຍວິທີ ທີ່ເຮົາສາມາດເຮັດໄດ້ ແລະ ປະຕິບັດໄດ້ ພ້ອມກັບຂຶ້ນກັບເຮົາເອງອີກນຳວ່າຈະເລືອກໃຊ້ຊີວິດໃນເວລາພັກຮຽນໃນຮູບແບບໃດ.

ຂອບໃຈຂໍ້ມູນຈາກ: https://bit.ly/3htCA3R

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/